Ad

Ad

9 September 2013

ການຈັດຕັ້ງປະຕິບັດເປົ້າຫມາຍສະຫັດສະວັດຂອງລາວມີຜົນສຳເລັດຫລາຍດ້ານ



       ລັດຖະບານລາວ ແລະ ອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມເຜີຍແຜ່ບົດ ລາຍງານການຈັດຕັ້ງປະຕິບັດເປົ້າ ໝາຍຫັດສະວັດດ້ານການພັດທະນາ ຫລື MDGs ສະ ບັບທີ 3 ຂອງ ສປປ ລາວ ໃນວັນທີ 6 ກັນຍາ 2013 ທີ່ໂຮງແຮມ ດອນຈັນພາເລດ, ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ມີບັນດາລັດຖະມົນຕີການ, ພ້ອມດ້ວຍແຂກຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະ ຊາຊາດເຂົ້າຮ່ວມ.
        ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວວ່າ: ສປປ ລາວ ໄດ້ດຳເນີນ ການຈັດຕັ້ງປະຕິບັດເປົ້າໝາຍສະຫັດ ສະວັດດ້ານການພັດທະນາມາແຕ່ປີ 2000.ໃນ​ໄລຍະ​ຜ່ານ​ມາ​ໄດ້​​ສຳ​ເລັດ​ການສ້າງ​ບົດ​ລາຍ​ງານ​ແຫ່ງ​ຊາດ 2 ສະບັບຄື: ສະບັບ​ທີ​ໜຶ່ງໃນ​ປີ 2004 ​ແລະ ສະບັບ​ທີ​ສອງ​​ໃນ​ປີ 2008 ສ່ວນ​ສະບັບ​ທີ 3 ​ແມ່ນ​ເລີ່​ມ​ແຕ່​ປີ 2012 ມາ​ເຖິງ​ປະຈຸ​ບັນ ​ເພື່ອ​ກຳນົດ​ໃຫ້​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະ​ນາ​ພາຍ​ໃນ​ປີ 2015. ຕະຫລອດ​ໄລຍະ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ດັ່ງ ກ່າວ ສ ປປລາວ ສາມາດ​ບັນລຸ​ໄດ້​​ໃນ​
ຫລາຍໆ​ເປົ້າ​ໝາຍ​ຂອງ MDGs ​ເຊັ່ນ: ການ​ສົ່ງ​ເສີມບົດບາດ​ ຍິງ-ຊາຍ ​ແລະ ການ​ສ້າງ ຄວາມເຂັ້ມ​ແຂງ​ໃຫ້​ແມ່ຍິງ, ການ​ຫລຸດຜ່ອນ​ອັດ​ຕາ​ການ​ເສຍ​ຊີວິດ​ຂອງ​ເດັກ,​ຕ້ານ​ກັບ​ເຊື້ອ​ພະຍາດ HIV/AIDs, ໄຂ້​ມາ​ເລ​ເລຍ, ເຊື້ອ​ພະຍາດ​ອື່ນໆ ​ແລະ ການ​ສ້າງ​ຄູ່​ຮ່ວມ​ມື​ດ້ານ​ການ​ພັດທະນາ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ​ ຍັງ​ມີ​ບາງ​ຕົວ​ຊີ້​ວັດ​ສະ​ແດງ​ໃຫ້​ເຫັນວ່າ: ສປປ ລາວ ຍັງ​ບໍ່​ທັນ​ປະຕິບັດ​ໄດ້​​ໃນ​ບາງ​ເປົ້າ​ໝາຍ ​ແລະ ຍັງ​ສືບ​ຕໍ່​ເປັນ​ສິ່ງ​ທ້າ​ທາຍ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ ວັດດ້ານ​ການ​ພັດທະນາ, ອັນ​ໄດ້​ແກ່ການ​ລຶບ​ລ້າງ​ຄວາມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ,ການ​ຂາດ​ໂພຊະ​ນາ​ການ​ຂອງ​ສານ​ອາຫານ, ການ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ການ​ສຶກສາ​ພື້ນຖານ​ຂັ້ນ​ປະຖົມ​ຢ່າງ​ທົ່ວ​ເຖິງ, ການ​ປັບປຸງ​ສຸຂະພາບ​ຂອງ​ແມ່, ການ​ຮັບປະກັນ​ຄວາມຍືນຍົງ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ບັນຫາ​ສຳຄັນ​ທີ່​ຂັດຂວາງ​ການ​ພັດທະນາ​ແມ່ນ​ບັນຫາ​ການ​ເກັບ​ກູ້​ລະ​ເບີດ​ຕົກ​ຄ້າງ​ທີ່​ບໍ່​ທັນແຕກ​ຢູ່​ ສປປ ລາວ.
        ເພື່ອ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາ ຫລື MDGs,ລັດຖະບານລາວ ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ເປົ້າໝາຍ​ດັ່ງ ກ່າວ​ເຂົ້າ​ໃນ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ ​ເພື່ອ​ການຈະ​ເລີ​ນ​ເຕີບ​ໂຕ ແລະ ການ​ລຶບລ້າງ​ຄວາມທຸກ​ຍາກ​ແຫ່ງ​ຊາດ ​ໂດຍ​ແນໃສ່​ເປົ້າໝາຍ​ນຳ​ເອົາ​ປະ​ເທດ​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ການ​ເປັນ​ປະ​ເທດ​ດ້ອຍ​ພັດ ທະນາໃນ​ປີ 2020.ພ້ອມ​ດຽວ​ກັນ​ນີ້ ກໍ​ໄດ້​ກຳ ນົດ​ເອົາ​ແຜນ​ເລັ່ງລັດ​ເພື່ອ​ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະວັດ​ດ້ານ​ການ​ພັດທະນາ​ ຕິດ​ພັນ​ກັບ​ແຜນການ​ພັດທະນາທີ່​ເປັນ​ບູລິ​ມະ​ສິດໃນ​ການນ​ພັດທະນາ​ເສດຖະກິດ- ສັງຄົມ​ແຫ່ງ​ຊາດ​.

No comments:

Post a Comment