Ad

Ad

9 September 2013

ແຂວງອຸດົມໄຊເລັ່ງຟື້ນຟູ ແລະ ຊ່ວຍເຫລືອຜູ້ປະສົບໄພທຳມະຊາດ



        ປັດຈຸ​ບັນ, ການ​ນຳ​ທຸກຂັ້ນຂ​ອງ​ແຂວງອຸດົມໄຊ ໄດ້​ເລັ່ງ​ໃຫ້ການ​ຊ່ວຍ​ເຫລືອ ​ແລະ ຟື້ນຟູ​ໂຄງ​ລ່າງ​ພື້ນຖານລວມທັງ​ເນື້ອ ທີ່​ການ​ຜະລິດຕະຫລອດ​ເຖິງ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະຊາຊົນ ດ້ວຍ​ຄວາ​ມ​ເອົາ​ໃຈ​ໃສ່, ​ໃນ​ຂະນະ​ທີ່​ການ​ຕີລາຄາ​ຜົນ​ເສຍ​ຫາຍ​ຫຼ້າ​ສຸດ​ຕົກ​ເປັນ​ມູນ​ຄ່າ 293 ຕື້ກວ່າ​ກີບ.
        ທ່ານ​ ຄຳ​ແພງ ຈິດຕະວົງ ຮອງ​ເຈົ້າ​ແຂວງ​ໆອຸດົມ​ໄຊ​, ປະ ທານ​ຄະນະ​ກຳມະ ການ​ຕ້ານ​ໄພ ພິບັດ​ຂັ້ນ​ແຂວງໃຫ້ຮູ້ວ່າ: ​ໃນ​ລະ ຫວ່າງ​ວັນ​ທີ 20-21 ສິງຫາຜ່ານ​ມາ ​ໄດ້ມີ​ຝົນຕົກໜັກຕໍ່​ເນື່ອງ ​ເຮັດ ໃຫ້ເກີ​ດ​ມີ​ນ້ຳ​ໄຫລຊຸ​ຈາກ​ແມ່ນ້ຳ ສອງ-​ສາມ​ສາຍ​ ເຮັດ​ໃຫ້​ຊັບ​ສິນ​ເສຍ​ຫາຍຈຳນວນ​ບໍ່ໜ້ອຍ ​ແລະ ມີ​ປະຊາຊົນ​ເສຍຊີ​ວິດຈຳນວນ 17 ຄົນ, ຍິງ 10 ຄົນ, ໃນ​ນີ້ ສະ​ເພາະ​​ເມືອງ​ແບ​ງ​ ມີ ຜູ້ເສຍ​ຊີ​ສິດ​ເຖິງ 15 ຄົນ,​ເມືອງ​ໄຊ 1 ຄົນ ​ແລະ ​ເມືອງ​ງາ 1 ຄົນ. ຈາກ​ນັ້ນ ກໍ​ໄດ້​ຮ່ວມ ກັບໜ່ວຍງານທີ່​ກ່ຽວຂ້ອງ​ຈັດກອງປະ ຊຸມ​ດ່ວນ​ເພື່ອ​ວາງ​ແຜນ​ແກ້​ໄຂ​ໃຫ້​ທັນ​
ການໂດຍສະ​ເພາະ​ໄດ້​ລະດົມ​ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມສະ ຫງົບ ​ແລະ ໜ່ວຍ ງານ​ຊາວໜຸ່ມ ​ແຂ​ວງ ລົງ​​ຊ່ວຍ​ເຫລືອ​ກູ້ໄພ​ໃນ​ການຍົກຍ້າຍ​ເຄື່ອງ​ຂອງ ​ແລະ ​ເກັບ​ກູ້​ສົບ​ຜູ້​ເສຍ​ຊີ​ວິດຢ່າງ​ຮີບ​ດ່ວນ. ຫລັງ​ນ້ຳ​ແຫ້ງ​ລົງ​ກໍ​ມີກາ​ນ ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ໃນ​ເບື້ອງຕົ້ນ​ທັນທີ ​ໂດຍໄດ້​ມີ​ການ​ນຳ​ສັງກະສີ, ແພ​ບັດ, ເຂົ້າສານ-ອາ ຫານ​ແຫ້ງ, ນ້ຳ​ດື່ມ-ນ້ຳ​ໃຊ້ ​ແລະ ອື່ນໆ​ທີ່​ຈຳ​ເປັນ​ໄປ​ຊ່ວຍ​ເຫລືອທັງ​ສົ່ງ​ທີ​ມງານ​ແພດໝໍ ລົງ​ໄປ​ຕິດຕາມ​ເບິ່ງແຍງ​​ສຸ​ຂະ​ພາບ, ປ້ອງ​ກັນ​ເຊື້ອພະຍາດທີ່ ອາດ​ເກີດ​ຂຶ້ນ.ຈາກ​ນັ້ນ​ ໄດ້​​ເລັ່ງແກ້​ໄຂ​ສ້ອມ​ແປງ​ລະບົບ ໄຟຟ້າທີ່​ເປັນ​ປັດ​ໄຈ​ສຳຄັນ ໃຫ້​ໄດ້​ຊົມ​ໃຊ້,ສິ່ງສຳຄັນ​ໄດ້​ເອົາ​ໃຈ​ໃສ່​ເກັບ​ກູ້​ສົບ​ຜູ້​ເສຍ​ຊີວິດ ​ແລະ ຊ່ວຍ​ເບິ່ງ​ແຍງ​ຈັດພິທີ​ບຳ​ເພັນ​ກຸສົນ ຕາມປະ​ເພນີທັງ​ມອບເງິນຊ່ວຍ​ເຫຼືອໃຫ້ຄອບຄົວ 2,7 ລ້ານ ກີບ​ຕໍ່ ຄົນ(ທີ່ເສຍຊີວິດ).ຢ່າງ​ໃດ​ກໍ​ຕາມ ໃນ​ລະດູຝົນ​ປີນີ້,ແຂວງ​ອຸດົມ​ໄຊ ​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ເກືອບທຸກ​ເມືອງ ລວມທັງໝົດ 32 ບ້ານ,​ ແຕ່​ໜັກໜ່ວງກວ່າ ໝູ່​ແມ່ນຢູ່​ 3 ບ້ານ​​ ໃນ​ຈຳນວນ 28 ບ້ານຂອງ​ເມືອງ​​ແບງ, ປະຊາຊົນໄດ້​ຮັບ​ຜົນ​ກະທົບກວ່າ 1.700 ຄອບຄົວ, ພົນລະ​ເມືອງກວ່າ 8.000 ຄົນ, ພ້ອມ​ນີ້ ມີ​ເຮືອນ​ຖືກ​ນ້ຳຊຸ​ໄຫລ​ທັງໝົດ 48 ຫລັງ ​ແລະ ມີ​ເຮືອນ​ເປ່​ເພ​ກວ່າ 100 ຫລັງ, ​ສຳລັບ​ເມືອງ​ໄຊມີ​ເຮືອ​ນຖືກ​ນ້ຳ​ຊຸ​ໄຫລ 5 ຫລັງ ​ແລະ ມີ​ເຮືອນ​ເປ່​ເພ​ຈຳນວນໜຶ່ງ.
         ສຳລັບ​ເນື້ອທີ່​ການ​ຜະລິດທີ່​ໄດ້​ຮັບ​ຜົນ​ກະທົບ ແລະ ເສຍ​ຫາຍ ມີ​ເນື້ອທີ່​ນາ​ 512 ​ເຮັກຕາ, ສວນ ສາລີ 520 ​ກວ່າເຮັກ ຕາ, ສວນ​ກ້ວຍ 54 ​ເຮັກຕາ.ຕາມການ​ຕີລາ ຄາ​ຜົນ​ເສຍ​ຫາຍ​ໃນ​ຂົງ​ເຂດ​ກະສິ ກຳ 57 ຕື້ກວ່າ​ກີບ,ຂະ​ແໜງ​ໂຍທາ​ ທິການ ​ແລະ ຂົນສົ່ງ 230 ຕື້ກວ່າ​ກີບ, ໄຟຟ້າ 1,2 ຕື້ກວ່າ​ກີບ, ສາທາ ລະນະ​ສຸກ 500 ກວ່າ​ລ້ານ​ກີບ ​ແລະ ຂົງ​ເຂດສຶກສາ​ເກືອບ 1 ຕື້ ກີບ. ມາ​ຮອດ​ດຽວນີ້, ການ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກຂ​ອງອຳ​ນາດການ​ປົກຄອງນອກຈາກ​ສະໜອງ​ເຂົ້າປາອາຫານ, ເຄື່ອງ​ອຸປະ​ໂພ​ກ- ບໍລິ​ໂພ​ກລວມທັງ​ການ​ສ້າງ​ທີ່​ພັກ​ອາ​ໄສ​ຊົ່ວຄາວ​ແລ້ວ, ຍັງ​ໄດ້​ສ້ອມ​ແປງ​ລະບົບ​ຊົນ​ລະ​ປະທານ​ຫລາຍ​ຈຸດ​ທີ່​ຈຳ​ເປັນ ​ເພື່ອ​ສະໜອງນ້ຳ​ໃຫ້​ເນື້ອທີ່ນາ ​ແລະ ເນື້ອທີ່ປູກພືດ​ໃຫ້​ໄດ້​ຮັບ​ຜົນ​ເກັບ​ກ່ຽວ,ດຳ​ເນີນ​ການ​ຕັດ​ຜັງ​ບ້ານ ​ເພື່ອ​ຈັດ​ສັນ​ໃຫ້​ຜູ້​ປະ ສົບ​ໄພ​ເຮືອ​ນຖືກ​ຊຸ, ສ້ອມ​ແປງ​ລະບົບ​ນ້ຳ​ລິນ-ນ້ຳ​ສະອາດ ​ແລະ ອື່ນໆ​ຈຳນວນໜຶ່ງມູນ​ຄ່າ 600 ກວ່າ​ລ້ານ​ກີບ ໂດຍນຳ​ໃຊ້​ທຶນ​ປະ ກອບສ່ວນບັນ​ເທົາ​ທຸກ​ຈາກ​​ທົ່ວ​ສັງຄົມລວມທັງ​ພາກລັດ ​ແລະ ​ເອກ​ກະ​ຊົນ​ທີ່​ລະດົມ​ມາໃນ​ວົງ​ເງິນ 1,7 ຕື້ກວ່າ​ກີບ. ແນວ​ໃດ​ກໍ​ດີ​ປັດຈຸ​ບັນ,​ເງິນ​ທີ່​ໄດ້ຮັບການບັນ​ເທົາ​ທຸກ​ຈາກ​ສັງຄົມ​ນີ້ ແມ່ນບໍ່ທັນພຽງພໍ ຖ້າ​ທຽບ​ໃສ່​ຄວາມ​ຕ້ອງການ​ທີ່​ມີ​ເກືອບ 300 ຕກີບື້, ແຕ່​ຄະນະ​ນຳ​ແຂວງ​ ກໍ​ໄດ້​ມີ​ແຜນສືບຕໍ່ລະດົມ ຈາກ​ຫລາຍ​ພາກສ່ວນ​ຕື່ມ​ອີກ​ ພ້ອມ​ທັງ​ມີ​ນະ​ໂຍບາຍຢ່າງ​ເໝາະສົມໃນ​ການປະ ຕິ​ບັດ​ໂຄງການ​ຕ່າງ​ໆ ທັງ​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ ​ເພື່ອຟື້ນ​ຟູ​ໃຫ້​ຄືນ​ສູ່ປົກ​ກະຕິ​ໂດຍ​ໄວ.

No comments:

Post a Comment