Ad

Ad

9 September 2013

ກຽມເປີດບໍລິການວີຊາ ເຂົ້າປະເທດອັງກິດຢູ່ລາວ ໃນທ້າຍເດືອນກັນຍານີ້



            ທ່ານ ຟີລິບ ມາໂລນ ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດອັງກິດປະຈຳລາວ ໄດ້ຖະແຫລງ ຕໍ່ສື່ມວນຊົນກ່ຽວກັບການເປີດໜ່ວຍບໍລິ ການວີຊາ (Visa)ອັງກິດເຄື່ອນທີ່ຢູ່ ສປປ ລາວ ຊຶ່ງຈະເລີ່ມແຕ່ໃນວັນ ທີ 26 ກັນ ຍາ 2013 ນີ້ເປັນຕົ້ນໄປ, ຜູ້ທີ່ມີຄວາມຕ້ອງການຈະຍື່ນຄຳຮ້ອງ ຂໍວີຊາໄປປະເທດອັງກິດບໍ່ ຈຳເປັນຕ້ອງເດີນທາງໄປບາງກອກ ປະເທດໄທ ເພື່ອຍື່ນແບບຟອມສະໝັກຂໍວີຊາອີກ ຕໍ່ໄປຊຶ່ງໜ່ວຍບໍລິການ ດັ່ງກ່າວຈະເປີດບໍລິການທຸກໆ 3 ເດືອນ.
         ພິທີຖະແຫລງຂ່າວດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ກັນຍາ 2013 ຢູ່ສະຖານ ເອກອັກຄະຣາຊະທູດ ອັງກິດ ປະຈຳລາວ, ທ່ານ ທູດ ກ່າວວ່າ: ສະຖານທູດອັງກິດ ປະຈຳລາວ ກໍຄື ລັດຖະບານອັງ ກິດ ໄດ້ໃຫ້ຄວາມສຳຄັນຕໍ່ການຮັດແໜ້ນສາຍພົວ ພັນລະຫວ່າງປະຊາຊົນສອງຊາດລາວ- ອັງກິດ ໂດຍມີຄວາມມຸ່ງມາດປາຖະໜາຢາກເຫັນປະຊາຊົນຈາກ ສປປ ລາວ ເດີນທາງ ໄປຢ້ຽມຢາມ, ເຮັດທຸລະກິດ, ລົງທຶນ ແລະ ສຶກສາຮ່ຳຮຽນຢູ່ປະເທດອັງກິດຫລາຍຂຶ້ນ. ສະນັ້ນ ຈິ່ງໄດ້ມີການປັບປຸງຂອດ
ການບໍລິການວີຊາໂດຍຈັດຕັ້ງໃຫ້ມີໜ່ວຍບໍລິການວີຊາອັງກິດເຄື່ອນທີ່ຢູ ສປປ ລາວ ເພາະໃນໄລຍະຜ່ານມາ, ບັນດາຜູ້ສະໝັກ ທີ່ມີຈຸດປະສົງຍື່ນຄຳຮ້ອງຂໍວີຊາອັງກິດຕ້ອງໄດ້ເດີນທາງໄປບາງກອກ ເພື່ອປະກອບຂໍ້ມູນໄບໂອເມຕຼິກ (ພິມລາຍນິ້ວມື ແລະ ຮູບຖ່າຍລະບົບດີຈິຕອນ). ແຕ່ປັດຈຸບັນສາມາດເຂົ້າຮັບການບໍລິການຈາກໜ່ວຍບໍລິການວີຊາແບບເຄື່ອນທີ່ດັ່ງກ່າວ ຢູ່ສະ ຖານເອກອັກຄະຣາຊະທູດອັງກິດປະຈຳ ສປປ ລາວ ຢູ່ນະຄອນຫລວງວຽງຈັນ ເມື່ອສຳເລັດຂັ້ນຕອນການສະໝັກຂໍວີຊາອັງ ກິດ. ຈາກນັ້ນ, ຄຳຮ້ອງຂໍວີຊາກໍຈະສົ່ງໄປບາງກອກ ເພື່ອໃຫ້ພະນັກງານຂອງສຳນັກງານວີຊາ ແລະ ຄົນ ເຂົ້າເມືອງຂອງປະ ເທດອັງກິດກວດສອບເມື່ອສຳເລັດສົມບູນແລ້ວກໍຈະສົ່ງກັບຄືນມາສະຖານທູດອັງກິດປະຈຳລາວ.
      ທູດອັງກິດຍັງ ໃຫ້ຮູ້ອີກ ວ່າ: ຜູ້ທີ່ຕ້ອງການໃຊ້ບໍລິການນີ້ ຈະຕ້ອງຈ່າຍຄ່າທຳນຽມ 75 ປອນ ຫລື ປະມານ 900.000 ກີບ ເພີ່ມຈາກຄ່າທຳນຽມຄຳຮ້ອງຂໍວີ ຊາ ຊຶ່ງຄ່າທຳນຽມດັ່ງກ່າວ ແມ່ນ ລວມທັງຄ່າໃຊ້ຈ່າຍສຳລັບການສົ່ງເອກະສານຄຳຮ້ອງ ໄປຍັງບາງກອກ ແລະ ເອົາກັບຄືນມາສະຖານທູດອັງກິດປະຈຳລາວເມື່ອການດຳເນີນການຕໍ່ຄຳຮ້ອງສຳເລັດ. ລວມຄ່າໃຊ້ຈ່າຍ ທັງໝົດປະມານ 1.860.000 ກີບ ຊຶ່ງຈະເປັນການປະຢັດຄ່າໃຊ້ຈ່າຍເມື່ອທຽບໃສ່ຄ່າໃຊ້ຈ່າຍທີ່ຈະຕ້ອງເດີນທາງໄປບາງ ກອກໂດຍຕົນເອງ.

No comments:

Post a Comment