Ad

Ad

9 September 2013

ຕຳຫລວດ​ສາລະ​ວັນ ແລະ ຈຳປາ​ສັກ ຮ່ວມ​ມ້າງ​ຄະດີ​ປຸ້ນ​ຮ້ານ​ຄຳຢູ່ເມືອງ​ຄົງ​ເຊ​ໂດນສຳ​ເລັດ​ຜົນ



         ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ຄົງ​ເຊ​ໂດນ ​ແຂວງ​ສາລະ​ວັນ ​ແຈ້ງ​ໃຫ້​ຮູ້​ວ່າ:​ເວລາ​ທ່ຽງ​ເວັນ​ຂອງ​ວັນ​ທີ 2 ສິງຫາ, ​ໄດ້​ມີ​ຄົນ​ຮ້າຍ​ຈຳ ນວນ 3 ຄົນ ​ເຂົ້າປຸ້ນ​ຮ້ານ​ຂາຍ​ຄຳ​ຂອງ​ນາງ ກຸກ ອາຍຸ 55 ປີ ອາຊີບ​ຄ້າຂາຍ​ຢູ່​ບ້ານ​ຄົງ​ໃຫຍ່ ​ເມືອງ​ຄົງ​ເຊ​ໂດນ ​ເຊິ່ງພວກ​ຄົນ​ຮ້າຍ​ສາ ມາດ​ປຸ້ນ​ຄຳ​ຮູບ​ປະພັນ​ໄປ​ໄດ້​ຫລາຍກວ່າ 100 ບາດ (4 ສະ ຫລຶງ/ບາດ).
         ຈາກ​ນັ້ນ, ​ເຈົ້າໜ້າ​ທີ່​ສອບ​ສວນ​ຄະດີ​ອາຍາ ປກສ ​ແຂວງ​ສາລະ​ວັນ ​ແລະ ​ແຂວງ​ຈຳປາ​ສັກ ​ໄດ້​ຮ່ວມ​ກັນ​ເລັ່ງຕິດຕາມ​ກຸ່ມ​ເປົ້າໝາຍ ຈົນ​ຮອດ​ວັນ​ທີ 5 ສິງ ຫາ, ​ເຈົ້າໜ້າ​ທີ່​ຈຶ່ງ​ສາມາດ​ຈັບ​​ຄົນ​ຮ້າຍ​​ໄດ້ ຄື​ທ້າວ ​ໄຊຊະນະ (ຖັງ) ອາຍຸ 29 ປີ ອາຊີບ​ວ່າງ​ວຽກ ຢູ່ ບ້ານ​ຫລັກ​ເມືອງ ​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ ​ແລະ ທ້າວ ຈັນ ທະ​ວົງ (ຫລ້າ) ອາຍຸ 18 ປີຢູ່ບ້ານ​ໂພນ​ສະຫວັນ ​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ ​ແລະ ຍັງ​ມີ ທ້າວ ມານະ​ໄຊ ຫລື ​ແຫລ້ ອາຍຸ 31 ປີ ບ້ານ​ພັດທະນາ ​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ ​ແລະ ທ້າວ ຫລັດ​ທະ​ບູນ (ຕ໋ອງ) ອາຍຸ 34 ປີ ບ້ານ​ດອນ​ເຂາະ ​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ ພວມ​​ຫລົບໜີ, ເຈົ້າໜ້າ​ທີ່​ຕຳຫລວດ​ທັງ​ສອງ​ແຂວງ​ພວມ​ເລັ່ງຕິດຕາມ​ນຳ​ຈັບ​​ມາ​ດຳ​ເນີນ​ຄະດີ​ໃຫ້​ໄດ້​ໂດຍ​ໄວ.

       ​​ລະຫວ່າງ​ການ​ນຳ​ຈັບ​​ພວກ​ຄົນ​ຮ້າຍ, ​ເຈົ້າໜ້າ​ທີ່ ປກສ ທັງ​ສອງ​ແຂວງ ສາລະ​ວັນ-ຈຳປາ​ສັກ ສາມາດ​ເກັບ​ກູ້​ຂອງ​ກາງ​ໄດ້​ຄືນ​ຈຳນວນ​ໜຶ່ງ ​ເປັນ​ຄຳ​ຮູບ​ປະພັນ ນ້ຳໜັກ 32 ບາດ ​ແລະ 1 ສະຫລຶງ, ພ້ອມ​ຢຶດຂອງ​ກາງ​ລົດ​ໂຕ​​ໂຍຕາ ຟໍຈູ​ນ​ເນີ້ ທີ່​ພວກ​ຄົນ​ຮ້າຍ​ນຳ​ໃຊ້​ເປັນ​ພາຫະນະ ​ແລະ ພວກ​ຄົນ​ຮ້າຍ​ໄດ້​ຮັບ​ສາລະພາບ​ວ່າ: ລົດ​ຄັນ​ດັ່ງກ່າວ​ພວກ​ກ່ຽວ​ໄດ້​ລັກ​ມາ​ຈາກ​ບ້ານ​ສະພານ​ທອງ ​ເມືອງ​ສີ​ສັດຕະ​ນາກ ນະຄອນ ຫລວງວຽງ​ຈັນ.
        ​ໃນ​ວັນ​ທີ 5 ກັນຍາ​ນີ້, ​ເຈົ້າ ໜ້າ​ທີ່​ພະ​ແນ​ກສືບສວນ​ຄະດີ​ອາ ຍາ ປກສ ​ແຂວງ​ສາລະ​ວັນ ​ໄດ້​ມອບ​ຊັບ​ທີ່​ເກັບ​ກູ້​ມາ​ໄດ້ ​ແລະ ລົດ​ຄັນ​ດັ່ງກ່າວ​ຄືນ​ໃຫ້​ຜູ້​ເປັນ​ເຈົ້າ ຂອງ​ເດີມ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.

No comments:

Post a Comment