Ad

Ad

9 September 2013

ETL ນຳສະເຫນີບໍລິການໃຫມ່



       ໃນວັນທີ 6 ກັນຍານີ້, ບໍລິສັດ ອີທີແອລ ມະຫາຊົນ (ອທອ) ແລະ ບໍລິສັດ ໄປ ໂຣ PYRO ໄດ້ເປີດໂຕບໍລິ ການໃໝ່ຄື ບໍລິການຕື່ມມູນຄ່າໂທຜ່ານ(E-Top up).ໂດຍ ການເຂົ້າຮ່ວມຂອງທ່ານ ບັນຈົງ ເພັດສີແດງ ຄະນະຮັບຜິດຊອບຄຸ້ມຄອງ, ບໍລິຫານຊົ່ວຄາວ ບໍລິສັດ ອີທີແອລ ມະຫາຊົນ .
           ບໍລິການຕື່ມເງິນຜ່ານມືຖືນີ້, ຮ້ານຕົວແທນຈຳໜ່າຍສາມາດຕື່ມມູນຄ່າໂທໃຫ້ລູກຄ້າໂດຍຜ່ານມືຖື ເພື່ອເພີ່ມຊ່ອງ ທາງການບໍລິການທີ່ທັນສະໄໝ ແລະ ສະດວກວ່ອງໄວ ໃຫ້ແກ່ລູກຄ້າຜູ້ຊົມໃຊ້ບໍລິການຂອງອີທີແອລ ໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍລະບົບດັ່ງກ່າວແມ່ນມີຄວາມປອດໄພສູງປ້ອງກັນການຕົກເຮ່ຍເສຍຫາຍຂອງບັດຕື່ມມູນຄ່າໂທ, ປ້ອງກັນການຖືກລັກ, ປ້ອງກັນ ການຖືກລັກຂູດບັດໄປນຳໃຊ້ກ່ອນ, ໃນກໍລະນີໂທລະສັບເສຍທ່ານກໍສາມາດຮັກສາຈຳນວນເງິນມູນຄ່າໂທໄວ້ໄດ້ ເພາະມີລະ ຫັດປ້ອງກັນລູກຄ້າອີທີແອລສາມາດຕື່ມເງິນເຂົ້າໂທລະສັບມືຖືໄດ້ສະດວກສະບາຍໄດ້ທຸກບ່ອນທຸກເວລາຕາມ ທີ່ທ່ານຕ້ອງການ.
        ບໍລິການຕື່ມມູນຄ່າໂທຜ່ານ ລະບົບເອເລັກໂຕຣນິກ (E-Top up) ເຊິ່ງອີທີແອລແມ່ນເຄືອຂ່າຍທຳອິດນຳເອົາເຕັກໂນ ໂລຊີທີ່ທັນສະໄໝແບບນີ້ມາໃຫ້ບໍລິການລູກຄ້າເພາະອີທີແອລ ບໍ່ເຄີຍຢຸດຢັ້ງຈະຄົ້ນຄິດການບໍລິການໃໝ່ດ້ານໂທລະຄົມ ມະນາຄົມທີ່ທັນສະໄໝ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າອີທີແອລຕະຫລອດເວລາ.

No comments:

Post a Comment