Ad

Ad

24 September 2013

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລ່ັງສະຫວັດ ຢ້ຽມເຂດເສດຖະກິດສະເພາະແຂວງຄຳມ່ວນ



        ໃນວັນທີ 22 ກັນຍານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດ ຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ, ທັງເປັນປະທານຄະນະກຳມະການແຫ່ງ ຊາດລາວ ເພື່ອຄຸ້ມຄອງເສດຖະກິດພິເສດ ແລະ ເສດຖະກິດສະເພາະ (ຄຂພສ) ພ້ອມ ດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານທີ່ຫ້ອງ ການເຂດເສດຖະກິດສະເພາະທ່າແຂກແຂວງຄຳ ມ່ວນເຊິ່ງມີທ່ານເຈົ້າແຂວງ, ຄະນະນຳແຂວງແລະຄະນະບໍລິຫານເຂດດັ່ງກ່າວໃຫ້ການຕ້ອນຮັບ.                    
            ໃນການຢ້ຽມຢາມຄັ້ງນີ້, ຄະນະບໍລິຫານເຂດເສດຖະກິດສະເພາະທ່າແຂກ ແລະ ເຂດເສດຖະກີດສະເພາະພູຂຽວ ກໍໄດ້ລາຍງານໃຫ້ຊາບກ່ຽວກັບການພັດທະນາເຂດໃນໄລຍະຜ່ານມາ ເຊິ່ງມີຄວາມສຳເລັດລາຍດ້ານເປັນຕົ້ນສຳເລັດການສ້າງ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມເຂດ, ການສ້າງແຜນຜັງເຂດ, ການອອກແບບພື້ນຖານໂຄງລ່າງ, ຮ່າງລະ ບຽບການຄຸ້ມຄອງເຂດ ແລະ ອື່ນໆ. ປັດຈຸບັນ, ໄດ້ເຊັນ MOU ກັບ 18 ບໍລິສັດ, ເຊັນສັນຍາ ແລະ ອອກໃບອະນຸຍາດລົງ
ທຶນແລ້ວ 6 ບໍລິ ສັດ ໃນເນື້ອທີ່ດິນ 700 ກວ່າເຮັກຕາ; ແຕ່ເຂດດັ່ງກ່າວຍັງພົບຂໍ້ຫຍຸ້ງຍາກທັງທາງດ້ານທຶນຮອນເພື່ອການ ພັດທະນາ ແລະ ນິຕິກຳ ຈຳເປັນຈຳນວນໜຶ່ງເພື່ອການຄຸ້ມຄອງເຂດ; ສຳລັບເຂດເສດຖະກິດສະເພາະພູຂຽວກໍສຳເລັດການສຳ ຫລວດເນື້ອທີ່ລະອຽດເພື່ອການອອກແບບແຜນຜັງ, ການປະຕິບັດການຊົດເຊີຍ,ຕັດທະລຸແລວທາງ, ກໍ່ສ້າງເສັ້ນທາງເຊື່ອມຕໍ່ ແລະ ອື່ນໆ.                          
         ໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ໃຫ້ກຽດໂອ້ລົມເຊິ່ງທ່ານໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ເຂດສາມາດຍາດມາໄດ້ແຕ່ໃຫ້ເອົາໃຈໃສ່ບາງບັນຫາເປັນຕົ້ນເຂດເສດຖະກິດສະເພາະທ່າ ແຂກຕ້ອງເອົາໃຈໃສ່ຄຸ້ມຄອງບາງຫົວໜ່ວຍທຸລະກິດໃຫ້ມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ກວດກາ ຄືນພື້ນຖານໂຄງລ່າງທີ່ກ່ຽວພັນກັບການພັດທະນາເຂດ, ຮີບດ່ວນຄົ້ນຄວ້າ ແລະ ກຳນົດນິຕິກຳເພື່ອເປັນບ່ອນອີງການຄຸ້ມຄອງ ເຂດ, ເບິ່ງຄືນການກຳນົດເຂດໃຫ້ມີການພັດທະນາທີ່ແນ່ນອນ, ເອົາໃຈໃສ່ຄຸ້ມຄອງຮ້ານຄ້າປອດພາສີ ໃຫ້ມີການເຄື່ອນໄຫວ ສອດຄ່ອງກັບຄວາມເປັນຈິງ. ພ້ອມທັງເນັ້ນຕື່ມຕໍ່ທິດທາງການລົງທຶນທີ່ເປັນການຜະລິດເປັນສິນຄ້າເພື່ອສົ່ງອອກ; ສຳລັບເຂດ ເສດຖະກິດສະເພາະພູຂຽວເຖິງວ່າຈະມີການຈັດຕັ້ງປະຕິບັດທີ່ເປັນຮູບປະທຳຈຳນວນໜຶ່ງແຕ່ກໍໃຫ້ມີການຄົ້ນຄວ້າລະອຽດ ຄືນໃໝ່ເພື່ອວາງທິດທາງແຜນການພັດທະນາເຂດໃນຕໍ່ໜ້າ.             
         ໃນເວລາຕໍ່ມາ, ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະ ກໍໄດ້ໄປຢ້ຽມຢາມໂຮງງານຜະລິດເກືອກາລີຂອງບໍລິສັດ ລາວຄາຍຢວນບໍ່ແຮ່ຈຳກັດຢູ່ແຂວງຄຳມ່ວນ ເຊິ່ງເປັນບໍລິສັດທີ່ໄດ້ຮັບສຳປະທານຂຸດຄົ້ນເກືອກາລີ ມາແຕ່ປີ 2011 ແລະ ຄາດ ວ່າປີນີ້ ຈະສາມາດຜະລິດໄດ້ 1,5 ແສນໂຕນ ແລະ ຈະເພີ່ມເປັນ 5 ແສນ ໂຕນ ໃນປີ 2014 ໂດຍໄດ້ສົ່ງອອກໄປປະເທດ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ຟີລິປິນ. ປັດຈຸບັນ, ໄດ້ລົງທຶນ ໄປແລ້ວ 200 ລ້ານໂດລາສະ ຫະລັດໃນຈຳນວນມູນຄ່າການລົງທຶນທັງໝົດ 1.500 ລ້ານໂດລາສະຫະລັດ ແລະ ສາມາດຜະລິດໄດ້ເຖິງ 3 ລ້ານໂຕນຕໍ່ປີ; ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ເນັ້ນຕື່ມໃຫ້ເອົາໃຈໃສ່ປະກອບສ່ວນຊ່ວຍເຫຼືອສັງຄົມທີ່ບໍລິສັດ ເຮັດໄດ້ດີໃນໄລ ຍະຜ່ານມາ ໂດຍສະເພາະທ້ອງຖິ່ນອ້ອມຂ້າງໂຮງງານ ແລະ ປະສານສົມທົບຢ່າງສະນິດແໜ້ນກັບແຂວງ ແລະ ພະແນກການ ເພື່ອເຮັດໃຫ້ກາຍເປັນໂຄງການລົງທຶນແບບຢ່າງລາວ- ຈີນ ທີ່ມີປະສິດທິຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

No comments:

Post a Comment