Ad

Ad

25 September 2013

ລາວຕິດອັນດັບປະເທດອະນຸມັດການລົງທຶນໄວໃນປີ 2013



      ສປປ ລາວ, ໄດ້ຮັບການຍ້ອງຍໍຈາກບັນດາອົງການການເງິນສາກົນວ່າເປັນປະເທດໜຶ່ງທີ່ມີການອະນຸມັດການລົງທຶນໄວ ໃນ ປີ 2013, ເຊິ່ງເປັນຜົນມາຈາກການປັບປຸງບັນດາລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງໃນການສົ່ງເສີມການລົງທຶນ ພາຍໃນປະເທດໂດຍສະເພາະແມ່ນໄດ້ດຳເນີນງານຜ່ານລະບົບປະຕູ ດຽວໃນໄລຍະ2-3ປີຜ່ານມານີ້.
         ກະຊວງ​ອຸດສະຫະ​ກຳ ​ແລະ ການ​ຄ້າໃຫ້​ຮູ້​ວ່າ: ​ເພື່ອ​​ເພີ່ມ​ຄວາມ​ ອາດ​ສາມາດ​ໃນ​ການ​ດຶງ​ດູດ​ການ​ລົງທຶນ ​ແລະ ກຽມ ຄວາມພ້ອມ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດກັບ​ສາກົນ. ນັບ​ແຕ່​ກະຊວງ​ອຸດ​ສະຫະ​ກຳ ​ແລະ ການ​ຄ້າໄດ້​ຮັບມອບ​ວຽກ​​ສ່ວນໜຶ່ງ​ມາ​ຈາກ​ກະຊວງ​ແຜນການ ​ແລະ ການ​ລົງ ທຶນໃນ​ປີ 2011 ​ແມ່ນ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ​ໃນ​ການ​ປັບປຸງ​ກົດໝາຍ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ໃຫ້​ສອດຄ່ອງ​ດີ​ຂຶ້ນກັບ​ສະພາບ​ຕົວ​ຈິງຂອງ​ປະ​ເທດ ​ແລະ ສາກົນ ​ແລະ ​ເປີດ​ໃຫ້ການ​ບໍລິການ​ຜ່ານ​ປະ​ຕູ​ດຽວ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ຜົນສຳ​ເລັດ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຂັ້ນຕອນ​ໃນ​ການ​ຂຶ້ນທະ ບຽນ​ວິ​ສາ​ຫະກິດ​ຕ່າງໆ​ສະດວກ​ສະບາຍ ​ແລະ ​ວ່ອງໄວ​ຂື້ນຢ່າງ​ຈະ​ແຈ້ງຊຶ່ງ​​ໄດ້ຮັບການຕອບຮັບ​ດີ​ຈາກ​ສັງຄົມ ​ໂດຍ​ສະ​ເພາະ​ແມ່ນ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ ທັງ​ໝົດນີ້ ​ໄດ້​ເຮັດ​ໃຫ້ ສ ປປ ລາວ ຖືກ​ບັນດາ​ອົງການ​ການເງິນສາ ກົນ​ ເປັນ
ຕົ້ນ:ທະນາຄານ​ໂລກ (WB) ຈັດ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ສະດວກ​ໃນ​ການ​ສ້າງຕັ້ງວິ​ສາ​ຫະກິດ ​ແລະ ​ໄດ້​ປະກາດ​ຜົນ​ສຳ​ຫລວດ​ກ່ຽວ​ກັບ​ຄວາມ​ສະດວກ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ປະ​ເທດ​ປະ​ຈຳປີ 2013 ​ເຫັນ​ວ່າ,ສ ປປ ລາວ ຈັດ​ຢູ່​ໃນ​ອັນ​ດັບ​ທີ 163 ​ໃນ 185 ປະ​ເທດ ດີ​ຂຶ້ນສອງ​ອັນ​ດັບ​ເມື່ອ​ທຽບ​​ໃສ່​ປີ 2012 ​ແລະ ​ເປັນ​ອັນ​ດັບ 2 ຂອງ​ບັນປະ​ເທດ​ອາຊຽນ ຖັດຈາກ​ປະ​ເທດ​ສິງກະ​ໂປ. ມາ​ຮອດ​ປັດຈຸບັນ ບັນດາ​ຫົວໜ່ວຍ​ທຸລະ​ກິດ​ເພີ່ມ​ຂຶ້ນຫລາຍ​ສົມຄວນ ​ເຊັ່ນ:​ໃນ​ປີ 2011-2012 ​ເພີ່ມ​ຂຶ້ນ​ເຖິງ 45% ​ແລະ ມາຮອດ​ທ້າຍ​ເດືອນ​ເມສາ 2013 ທົ່ວ​ປະ​ເທດ​ມີ​ວິ​ສາຫະກິດ ຫລາຍ​ກວ່າ 92 ພັນ​ຫົວໜ່ວຍ,ມີ​ທຶນ​ຈົດ​ທະບຽນ​ຫລາຍ​ກວ່າ 6 ​ແສນ​ຕື້ກີບ.

No comments:

Post a Comment