Ad

Ad

25 September 2013

ເປີດບໍລິສັດ ນິຄອນລາວ ຢູ່ເຂດເສດຖະກິດພິເສດສະຫວັນ-ເຊໂນ



     ພິທີເປີດບໍລິສັດ ນິຄອນລາວ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ຢູ່ເຂດ ເສດຖະກິດພິເສດ ສະຫວັນ-ເຊໂນ ແຂວງ ສະຫວັນນະເຂດ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະກິດ, ລັດຖະມົນຕີ, ເຈົ້າແຂວງ, ທູດຍີ່ປຸ່ນ ປະຈຳລາວ, ທູຕານຸທູດ, ປະທານ ກຸ່ມບໍລິສັດ ນິຄອນ ແລະ ພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ.
    ກຸ່ມບໍລິສັດ ນິຄອນ ມີແນວ ທາງເພີ່ມການຜະລິດກ້ອງຖ່າຍຮູບອະເນກປະສົງ ເຊິ່ງຜ່ານມາໄດ້ສຸມໃສ່ການຜະລິດຢູ່ປະ ເທດ ໄທເປັນຕົ້ນຕໍ. ດັ່ງນັ້ນ, ເພື່ອເປັນການຂະຫຍາຍຖານການຜະລິດໃຫ້ເຊື່ອມໂຍງ ແລະ ສາມາດຕອບສະໜອງກັບຄວາມ ຕ້ອງການຂອງຕະຫລາດ ຈຶ່ງໄດ້ຕັດສິນໃຈມາລົງທຶນຢູ່ປະເທດລາວເປັນບໍລິສັດ 1 ໃນ 5 ຂອງກຸ່ມບໍລິ ສັດດັ່ງກ່າວ ເຊິ່ງເປັນ 1 ໃນ 4 ທີ່ ເປັນການລົງທຶນຈາກປະເທດຍີ່ປຸ່ນ ກໍຄື 1 ໃນ 48 ບໍລິສັດທີ່ເຂົ້າມາລົງທຶນຢູ່ເຂດ ເສດຖະກິດພິເສດສະຫວັນ-ເຊໂນ ໂດຍໄດ້ເລີ່ມຕົ້ນກໍ່ສ້າງໂຮງງານມາແຕ່ເດືອນເມສາ 2013 ແລະ ສຳເລັດໃນເດືອນກັນຍານີ້. ພ້ອມນີ້ກໍໄດ້ຮັບເອົາຄົນລາວເຂົ້າ ມາເຝິກອົບຮົມ ແລະ ເຮັດວຽກເຖິງ 200 ຄົນ ເພື່ອກຽມພ້ອມການຜະລິດຢ່າງເປັນ ທາງການໃນເດືອນຕຸລາຈະເຖິງນີ້.

No comments:

Post a Comment