Ad

Ad

25 September 2013

ເລືອກວິຊາຮຽນຍັງມີຢູ່ຫລາຍ ( ຄໍລຳ ແລກປ່ຽນຄຳເຫັນ )



 ໂດຍ : ຄຳກອງ ທຳມະເທວາ
      ການສຶກສາເຮັດໃຫ້ຄົນເຮົາມີຄວາມຮູ້, ຄວາມສະຫລາດ ແລະ ມີຫົວຄິດປະດິດສ້າງທີ່ດີ, ປະເທດໃດມີຊັບພະຍາກອນ ມະນຸດທີ່ມີລະດັບການສຶກສາສູງແນ່ນອນປະເທດນັ້ນກໍຈະພັດທະນາໄດ້ຢ່າງວ່ອງໄວ.
    ປີນີ້ແມ່ນປີທີ 3 ແລ້ວ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ມີນະໂຍບາຍແກ້ໄຂບັນຫາຄ່ານິຍົມແລ່ນນຳການຮຽນ ບາງ ວິຊາຂອງນັກຮຽນໃຫ້ຫັນມາຮຽນໃນສາຍອະຊີວະສຶກສາຫລາຍຂຶ້ນເນື່ອງຈາກວ່າ “ ໃນປະເທດຍັງມີຄວາມຕ້ອງການຜູ້ທີ່ມີ ສີມືແຮງງານຫລາຍທີ່ສຸດ”. ກໍດັ່ງຄຳເຫັນຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາວ່າ: ໃນໄລຍະຜ່ານມານີ້, ກະ ຊວງສຶກສາທິການ ແລະ ກິລາ ໄດ້ແກ້ໄຂຄ່າກະແສນິຍົມທີ່ບໍ່ແທດເໝາະແລ່ນນຳບາງວິຊາຮຽນຍັງເຮັດໄດ້ບໍ່ຫລາຍປານ ໃດເຊິ່ງສະແດງໃຫ້ເຫັນໃນສົກຮຽນ ປີ 2012-2013 ຍັງມີນັກຮຽນເຂົ້າສຶກສາໃນລະດັບປະລິນຍາຕີຢູ່ບາງໂຮງຮຽນທັງພາກ ລັດ ແລະ ເອກະຊົນຈຳນວນທັງໝົດ 95.929 ຄົນ, ໃນນັ້ນຮຽນບໍລິຫານທຸລະກິດ 30.230 ຄົນ, ຮຽນກົດໝາຍ 11.366 ຄົນ, ແຕ່ຂະນະດຽວກັນ, ບັນດາວິຊາຮຽນທີ່ຕະຫລາດແຮງງານຕ້ອງການຊ້ຳພັດມີຜູ້ເຂົ້າຮຽນໜ້ອຍເຊັ່ນ: ການບໍລິການຂົນສົ່ງ ມີພຽງ 203 ຄົນ, ຄະນິດສາດ ແລະ ສະຖິຕິ 224 ຄົນ, ວິຊາອຸດສາຫະກຳປຸງແຕ່ງ 337 ຄົນ ແລະ ການປະມົງ 3.501 ຄົນ.

     ຈາກໂຕເລກນີ້ຊີ້ໃຫ້ເຫັນວ່າ: ວິຊາຮຽນທີ່ຕະຫລາດແຮງງານຕ້ອງການຊ້ຳພັດມີໜ້ອຍ, ບໍ່ພຽງພໍກັບຄວາມຕ້ອງການພັດ ທະນາປະເທດຊາດເປັນຕົ້ນພະນັກງານວິຊາການປູກຝັງລ້ຽງສັດ, ແຕ່ກົງກັນຂ້າມ ແຮງງານປະເພດນີ້ພັດມີໜ້ອຍ. ດັ່ງນັ້ນ, ພວກເຮົາຕ້ອງໄດ້ເບິ່ງວ່າດຽວນີ້ຕະຫລາດແຮງງານຕ້ອງການຫລາຍທີ່ສຸດແມ່ນຫຍັງ, ຮຽນຈົບແລ້ວໄດ້ມີວຽກເຮັດງານທຳ ກໍຍັງດີກວ່າຮຽນແລ້ວບໍ່ມີບ່ອນໄດ້ເຮັດວຽກ ແລະ ຕ້ອງເຂົ້າໃຈວ່າ: ການຮຽນນັ້ນບໍ່ວ່າວິຊາໃດກໍຢ່າ, ສຳຄັນແມ່ນພວກເຮົາ ຕ້ອງມີຄວາມຕັ້ງໃຈ ຮຽນໃຫ້ມັນດີ, ຮຽນໃຫ້ມັນເກັ່ງ, ຮຽນຈົບແລ້ວມີຄວາມຮູ້, ມີສີມືດີ ແລ້ວ ບໍ່ອຶດແຕ່ຜູ້ຢາກໃຫ້ເຂົ້າຮ່ວມ ເຮັດວຽກນຳ ແລະ ກົງກັນຂ້າມເລືອກຮຽນວິຊາທີ່ມີຄ່ານິຍົມສູງ, ແຕ່ຕົນເອງພັດຮຽນບໍ່ເກັ່ງຈົບອອກໄປໄດ້ແຕ່ໃບປະກາສະ ນີຍະບັດ, ແຕ່ຄວາມຮູ້ບໍ່ດີກໍບໍ່ມີອົງການ, ສຳນັກງານໃດຢາກໄດ້ ເພາະວ່າຍຸກສະໄໝນີ້ໃຜໆກໍຕ້ອງການຄົນດີຄົນເກັ່ງເພື່ອເຮັດ ວຽກເທົ່ານັ້ນ.
    ສະນັ້ນ, ໃນສົກຮຽນປີນີ້ ມີນັກ ຮຽນທີ່ຈົບ ມ.7 ເສັງເຂົ້າຮຽນມະ ຫາວິທະຍາໄລທັງໝົດ 15.570 ຄົນ, ແຕ່ໂກຕ້າມີພຽງ 6.694 ຄົນ ເທົ່ານັ້ນ ແລະ ສ່ວນເຫລືອນັ້ນເດ ຈະໄປຮຽນຫຍັງ ? ຕ້ອງຄິດໃຫ້ດີ ເມື່ອຮຽນຈົບມາແລ້ວ ຈະໄດ້ມີ ວຽກເຮັດງານທຳ.

No comments:

Post a Comment