Ad

Ad

25 September 2013

ການຈອດລົດເຂດປ້າຍຫ້າມຍັງເປັນສິ່ງກີດຂວາງຕົ້ນຕໍແກ່ການສັນຈອນ



          ຖະໜົນຫົນທາງສາຍສຳຄັນ ເກືອບທຸກແຫ່ງ, ຢູ່ໃນນະຄອນລວງ ໃນປັດຈຸ ບັນ, ໄດ້ມີການຕິດປ້າຍຫ້າມຈອດລົດເພື່ອ ຫຼີກເວັ້ນບັນຫາການເກີດອຸປະຕິເຫດ ແລະ ບັນຫາລົດແອອັດ, ແຕ່ໃນປັດຈຸບັນຍັງມີຜູ້ຂັບຂີ່ຈຳນວນບໍ່ໜ້ອຍທີ່ຍັງຝ່າຝື່ນ, ລະ ເມີດຕໍ່ລະບຽບການດັ່ງກ່າວ ແລະ ຈອດລົດຊະຊາຍເຖິງບ່ອນນັ້ນຈະມີປ້າຍຫ້າມ, ຫຼືເສັ້ນຂອບແດງກໍຕາມອັນໄດ້ສ້າງຄວາມ ສັບສົນ ແລະ ເປັນສິ່ງກີດຂວາງຕໍ່ການ ສັນຈອນໄປມາ, ຂະນະທີ່, ທາງເຈົ້າໜ້າທີ່ຕຳຫຼວດພວມເລັ່ງຈັນສັນເສັ້ນທາງສັນຈອນ ໃໝ່ຢູ່ໃນຕົວເມືອງ,ໃຫ້ເຂົ້າສູ່ຄວາມເປັນລະບຽບ ຮຽບຮ້ອຍ ແລະ ຈົບງາມ.
              ຜ່ານມາຍັງເຫັນວ່າການຈອດລົດຕາມຈຸດປ້າຍຫ້າມແມ່ນປາກົດມີ ຫຼາຍ ແລະ ບໍ່ເລືອກເວລານັ້ບທັງຍາມເຊົ້າ, ສວຍ, ແລງ, ໂດຍສະເພາະແມ່ນຢູ່ເຂດເສັ້ນທາງເສດຖາທິລາດ, ສາມແສນໄທ, ເສັ້ນທາງລ້ານຊ້າງ ແລະ ອື່ນໆ ເຖິງຈະມີ ປ້າຍຫ້າມຈອດຕິດໄວ້, ແຕ່ຜູ້ຂັບຂີ່ຍັງຝ່າຝື່ນຈອດລົດ ໂດຍເຈດຕະນາ,ຊຶ່ງຕໍ່ບັນຫາດັ່ງ ກ່າວທາງເຈົ້າໜ້າທີ່ຈະລາ ຈອນ, ກໍໄດ້ສຸມໃສ່ຕິດຕາມກວດກາແຕ່ເຮັດໄດ້ເປັນພຽງບາງຄັ້ງຄາວ ແລະ ບໍ່ທັນຖືເປັນວຽກຕົ້ນຕໍ ແລະ ຮີບດ່ວນທີ່ທາງສັງຄົມມີ ຄວາມເປັນຫ່ວງ ແລະ ຢາກໃຫ້ມີມາດຕະການເຂັ້ມງວດ, ດັ່ງທີ່ເຄີຍເຮັດມາໃນລະ ຫວ່າງກອງປະຊຸມສຳຄັນຂອງຊາດ ແລະ ກອງປະຊຸມລະດັບສາກົນທີ່ສປປລາວ ເປັນເຈົ້າພາບ.

No comments:

Post a Comment