Ad

Ad

18 September 2013

ພົບສີນຄ້າຫລາຍລາຍການບໍ່ເສຍອາກອນຢູ່ຕະຫລາດອານຈີ



           ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພະແນກສ່ວຍສາອາກອນນະຄອນຫລວງວຽງ ຈັນ ໄດ້ເຂົ້າກວດສາງເກັບມ້ຽນສີນຄ້າຂອງນັກທຸລະກິດຈີນ ຢູ່ຕະຫລາດອານຈີ ບ້ານ ໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຫລັງສືບຮູ້ວ່າມີສີນຄ້າຫລາຍ ລາຍການທີ່ເກັບມ້ຽນຢູ່ສາງບໍ່ມີເອກະສານເສຍອາກອນ ແລະ ຜ່ານການກວດກາພົບ ເຫັນສີນຄ້າທີ່ຫຸ້ມຫໍ່ ແລະ ເກັບມ້ຽນຢູ່ ຫີບເປັນຢ່າງດີປະເພດຈັກໂມ້ຊີມັງ, ຈັກປັ່ນ ໄຟຟ້າຫລາຍຂະໜາດ, ເຄື່ອງຈັກ, ລົດໄຖນາຍ່າງຕາມ, ປ້ຳລົມ, ໄດໂປມນ້ຳ, ຈັກສີ ເຂົ້າຂະໜາດນ້ອຍ, ຈັກຕັດຫຍ້າ ແລະ ອື່ນໆມີມູນຄ່າຫລາຍຮ້ອຍລ້ານກີບ ແລະ ມີສີນຄ້າຫລາຍລາຍການບໍ່ມີເອກະສານເສຍອາກອນເຈົ້າໜ້າທີ່ຈຶ່ງໄດ້ເກັບກຳລາຍການສີນຄ້າໃຫ້ລະອຽດຄົບຖ້ວນເພື່ອໃຫ້ເຈົ້າ ຂອງສີນຄ້າເສຍພາສີໃຫ້ຖືກຕ້ອງຕາມລະ ບຽບກົດໝາຍ.

No comments:

Post a Comment