Ad

Ad

12 September 2013

ເວົ້າ​ແລ້ວ​ເວົ້າອີກ​ບັນຫາ​ຖີ້ມຂີ້​ເຫຍື້ອຊະຊາຍ



         ​​ສັງ​ເກດ​ເຫັນ​ວ່າ​:ປັດຈຸບັນ​ນີ້ ບັນຫາ​ການຖິ້ມຂີ້​ເຫຍື້ອຊະຊາຍ​ຢູ່​ເຂດ​ນະ ຄອນຫລວງ​ວຽງ​ຈັນ​ນັບ​ມື້ຍິ່ງ​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ ​ໂດຍ​ສະ​ເພາະ​ຢູ່​ເສັ້ນທາງ 450 ປີ, ​ເສັ້ນທາງ​ອອກ​ສູ່​ເຂດ​ຊານ​ເມືອງ, ຄອງ​ລະບາຍ​ນ້ຳ,ສະຖານ​ທີ່​ສາ ທາລະນະ​ ​ແລະ ​ເຂດ​ຕະຫລາດ​ຊາວບ້ານ​ອື່ນໆ ​ໄດ້​ກາຍ​ເປັນ​ບ່ອນ​ຖິ້ມຂີ້​ເຫຍື້ອບໍ່​ມີ​ເຈົ້າຂອງ ​ເຮັດ​ໃຫ້​ເກີດ​ກິ່ນ​ເໝັນ​ສ້າງ​ຄວາມ​ບໍ່​ຈົບງາມ​ໃຫ້​ຕົວ​ເມືອງ ​ແລະ ສົ່ງ​ຜົນ​ກະທົບ​ຕໍ່​ສິ່​ງ​ແວດ​ລ້ອມ ​ແລະ ພາບ​ພົດ​ການຈັດຕັ້ງປະຕິບັດ​ຄຳ​ຂວັນ 6ສ ​ໂດຍ​ສະ​ເພາະ ສ.ສະ ອາດ ມີ​ຄວາມ​ຄືບ​ໜ້າ​ໜ້ອຍ ​ແລະ ຈະ​ແກ້​ໄຂ​ແນວ​ໃດ ? ​ໃຜ​ຈະ​ເປັນ​ຜູ້​ເຮັດ ?.
            ​ຜ່ານ​ມາ,ນະຄອນຫລວງ​ວຽງ​ຈັນ​ກໍ​ໄດ້​ຈັດຕັ້ງອົງ​ການ​ໜຶ່ງ​ຂຶ້ນ​ໂດຍ​ເອີ້ນວ່າ: ອົງການ​ພັດທະ ນາ ​ແລະ ບໍລິຫານ​ຕົວ​ເມືອງ ຂຽນ​ຫຍໍ້​ວ່າ: “ອພບ” ​ເພື່ອ​ຮັບຜິດຊອບ​ວຽກ​ງານ​ອະນາ​ໄມ​ຕົວ​ເມືອງ, ກຳຈັດ​ຂີ້​ເຫຍື້ອ ​ແລະ ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ຕົວ​ເມືອງ ​ແລະ ​ເຂົາ​ເຈົ້າກໍ​ໄດ້​ເຮັດ​ວຽກ​ງານ​ຕົນ​ເອງ​ດ້ວຍ​ຄວາມ​ຕັ້ງໜ້າ ​ໄດ້​ແຕ່ງ​ໜ່ວຍ​ງານ​ອະນາ​ໄມ ​ແລະ ໜ່ວຍ​ງານ​ເກັບ​ມ້ຽນ​ຂີ້​ເຫຍື້ອ,ພ້ອມ​ທັງ​ມີ​ໜ່ວຍ​ງານ​ເອກະ​ຊົນ​ເຂົ້າຮ່ວມ​ໃນ​ລັກສະ ນະ​ແບບ​ມອບ​ເໝົາ​ເກັບຂີ້​ເຫຍື້ອ ຂອງ​ຄົວ​ເຮືອນ​ປະຊາຊົນ​ໄປ​ແຕ່​ລະ​ສາຍ​ທາງຕະຫລອດ​ຮອດ​ສຳນັກງານ​ອົງການ ​ແລະ ​ເຂດ​ຕະຫລາດ​ຕ່າງໆ,ແຕ່​ຜ່ານ​ມາ ​ເປັນ​ຫຍັງ​ຈຶ່ງ​ມີ​ການຖິ້ມຂີ້​ເຫຍື້ອ ຊະຊາຍ ​ໂດຍ​ຫລາຍ​ຄົນ​ໃຫ້ການ​ຕີ​ລາຄາ​ວ່າ: ອັນຕົ້ນຕໍ​ແມ່ນ​ມາ​ຈາກ​ລາຄາ​ເກັບຂີ້​ເຫຍື້ອ ນັບ​ມື້ມີ​ລາຄາ​ແພງ​ຂຶ້ນ ​ໂດຍ​ຜູ້​ປະກອບ​ການ​ກໍ​ມີ​ເຫດຜົນ​ອ້າງ​ວ່າ:ບ່ອນ​
ຖິ້ມຂີ້​ເຫຍື້ອ​ໄກ,ລາຄາ​ນ້ຳມັນ​ແພງ ​ແລະ ການ​ວ່າ​ຈ້າງ​ຜູ້​ເກັບ​ກໍ​ມີ​ລາ ຄາແພງ​ເຊັ່ນ​ດຽວ​ກັນ ​ແລະ ອີກ​ສ່ວນ​ໜຶ່ງ​ແມ່ນ​ການ​ຕອບ​ສະໜອງ​ພາຫະນະ​ຂົນ​ສົ່ງ​ຂີ້​ເຫຍື້ອ​ເບື້ອງລັດ​ແມ່ນ​ມີ​ຈຳນວນ​ຈຳກັດ, ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ ​ແລະ ຈຳ​ເປັນ​ຕ້ອງ​ໄດ້​ມອບ​​ເໝົາ​ໃຫ້​ເອກະ​ຊົນມາ​ມີ​ສ່ວນ​ຮ່ວມ. ຈາກ​ນັ້ນກໍ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ລາຄາ​ເກັບຂີ້​ເຫຍື້ອບໍ່​ປົກກະຕິ ຕະ ຫລອດ​ໄປ​ຮອດ​ຄວາມ​ຮັບຜິດ ຊອບ​ຂອງ​ຜູ້​ປະກອບ​ການ​ດ້ານ​ນີ້ກໍ​ຂຶ້ນກັບ​ອາລົມ​ ມື້​ໃດ​ຢາກ​ມາ​ເກັບ​ກໍ​​ເກັບ ມື້​ໃດ​ບໍ່​ມີ​ອາລົມ​ແລ້ວ​ກໍ​ຢຸດ.ຈາກ​ນັ້ນຈຶ່ງ​ເຮັດ​ໃຫ້ການ​ຖິ້ມຂີ້​ເຫຍື້ອຊະຊາຍ​ເກີດ​ຂຶ້ນ​ແຜ່​ຫລາຍ. ດັ່ງນັ້ນ ​ເພື່ອ​ຢາກ​ແກ້​ໄຂ​ດ້ານ​ນີ້​ໃຫ້​ດີ​ທີ່​ສຸດ​ແມ່ນ​ຜູ້​ປະກອບ​ການ​ເບື້ອງລັດ​ຕ້ອງ​ເປັນ​ເຈົ້າການ​ເຮັດ​ໜ້າ​ທີ່​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ໃຫ້​ດີ​ທີ່​ສຸດ, ຖ້າ​ພາຫະນະ​ບໍ່​ພຽງພໍ​ກໍ​ຕ້ອງ​ນຳ​ສະ​ເໜີ​ລັດຖະ ບານ ​ເພື່ອ​ມີ​ວິທີ​ການ​ແກ້​ໄຂ​ໃຫ້​ມີ​ປະສິດທິ​ຜົນ ​ເພາະ​ເລື່ອງ​ສະອາດ​ງາມ​ຕາ​ຂອງ​ຕົວ​ເມືອງ​ມັນ​ແມ່ນ​ໃບ​ໜ້າ​ໃບ​ຕາ​ຂອງ​ປະ​ເທດ. ຄຽງ​ຄູ່​ກັນນັ້ນ ກໍ​ຕ້ອງ​ເຮັດ​ວຽກ​ງານ​ໂຄສະນາ​ອົບຮົມ​ປຸກລະດົມ​ໃຫ້​ທົ່ວ​ສັງຄົມ​ຈົ່ງ​ເປັນ​ເຈົ້າການ​ຮ່ວມ​ກັນ​ເຮັດ​ວຽກ​ງານ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ກຳຈັດ​ຂີ້​ເຫຍື້ອ​ໃຫ້​ມີ​ປະ ສິດທິ​ຜົນ. ພ້ອມ​ນັ້ນກໍ​ສ້າງ​ໃຫ້​ເຂົາ​ເຈົ້າມີ​ຈິດ​ສຳນຶກ​ທີ່​ດີບໍ່​ຖິ້ມຂີ້​ເຫຍື້ອ ຊະຊາຍ,​ຖ້າ​ເຮັດ​ໄດ້​ແນວ​ນີ້ບັນຫາ​ ດັ່ງກ່າວ​ຈຶ່ງ​ຈະ​ຈົບ​ສິ້ນລົງ​ໄດ້.

No comments:

Post a Comment