Ad

Ad

12 September 2013

ຮູບເງົາສັ້ນ 3 ເລື່ອງຂອງນັກຮຽນລາວສ້າງຈະເຂົ້າແຂ່ງຂັນຢູ່ປະເທດຍີ່ປຸ່ນໃນທ້າຍເດືອນພະຈິກທີ່ຈະເຖິງນີ້



     ກົມ​ຮູບ​ເງົາ ກະຊວງ​ຖະ ແຫລງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ ​ຄັດ​ເລືອກ​ໄດ້​ຮູບ​ເງົາ​ເລື່ອງສັ້ນຂອງ​ນັກຮຽນຊັ້ນມັດ ທະຍົມ​ສົມບູນ ຈຳນວນ 3 ເລື່ອງ​ ຈາກຈຳ ນວນຮູບເງົາທັງໝົດ 14 ເລື່ອງ ຄື​ເລື່ອງ “ຢຸດ ​ແລະ ​ເພື່ອ​ໄປ​ຕໍ່” ຈາກນັກຮຽນໂຮງ ຮຽນ ມສ. ວຽງຈັນ-ມສ.ນິລະດາ; ເລື່ອງ ຈາກຈຳນວນຮູບເງົາທັງໝົດ 14 ເລື່ອງ “ເລີ່​ມ​ໃໝ່” ແລະ ​ເລື່ອງ​ “ນົກ​ນ້ອຍ​ໃນ​ກົ​ງ” ຈາກໂຮງຮຽນ ມ.ປາຍ ຫ້ອມສະຫວັນ ເພື່ອ ກຽມ​ເຂົ້າຮ່ວມແຂ່ງຂັນຮູບເງົາເລື່ອງ ສັ້ນຂອງນັກຮຽນກຸ່ມປະເທດອາ ຊຽນ ຢູ່ປະ ເທດຍີ່ປຸ່ນ ເຊິ່ງຈະໄດ້ຈັດຂຶ້ນໃນທ້າຍເດືອນພະຈິກ 2013 ນີ້.
     ທ່ານນາງ ສິມມະລີ  ແກ້ວ ແກ່ນ ຫົວໜ້າພະແນກຄຸ້ມຄອງ ຮູບເງົາ ໄດ້ລາຍງານ ວ່າ: ໂຄງ ການເລື່ອງສັ້ນຂອງນັກຮຽນ ມ. ຕົ້ນ-ມ.ປາຍ ປະຈຳປີ 2013 ນີ້ ມີນັກຮຽນ ສົ່ງຜົນງານເຂົ້າມາປະ ກວດທັງໝົດ 14 ເລື່ອງ ທີ່ມາ ຈາກ 6 ໂຮງຮຽນ ຄືໂຮງຮຽນ ຫ້ອມສະຫວັນ, ໂຮງຮຽນ SOS, ມ.ສ ວຽງຈັນ ແລະ ນິລະດາ, ມ.ສ ສະຫວັນນະເຂດ, ໂຮງຮຽນອິດ ສາເຕີນສຣາ ແລະ ສະມາຄົມພັດ ທະນະເດັກນ້ອຍດົງສະ ຫວາດ.

      ໂຄງການດັ່ງກ່າວແມ່ນໄດ້ ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2009. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ໄດ້ສ້າງແຮງບັນດານ ໃຈເຮັດໃຫ້ມີນັກສ້າງຮູບເງົາຊາວໜຸ່ມລາວເພີ່ມຂຶ້ນໃນແຕ່ລະປີໂດຍສະເພາະນັກຮຽນເຫັນໄດ້ບົດບາດຂອງຮູບເງົາທີ່ໄດ້ສະແດງ ອອກຜ່ານຕົວລະຄອນຢູ່ໃນເລື່ອງທີ່ສ່ອງແສງໃຫ້ເຫັນວິຖີການດຳລົງຊີວິດ, ຮີດຄອງປະເພນີ ແລະ ວັດທະນະທຳຂອງລາວ ເຮົາ. ບັນດານັກຮຽນທີ່ເປັນເຈົ້າຂອງຮູບເງົາທີ່ໄດ້ຮັບການຄັດເລືອກນັ້ນຈະເປັນຕົວແທນປະເທດລາວມີ ໂອກາດໄປແລກປ່ຽນ ວັດທະນະທຳ, ຮີດຄອງປະເພນີ ແລະ ຄວາມຮູ້ຄວາມສາມາດກັບບັນດາປະເທດໃນອາຊຽນ.

No comments:

Post a Comment