Ad

Ad

12 September 2013

ຍ້ອນຫຍັງລາວເຮົາຈຶ່ງຖືເອົາອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳເປັນຫລັກ ?



     ກໍດັ່ງພວກເຮົາຮັບຮູ້ນຳກັນ ແລ້ວວ່າ: ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນຂອງລາວ ແມ່ນການຜະລິດກະສິກຳ ແລະ ແຕ່ໃດໆມາປະຊາຊົນລາວບັນດາເຜົ່າກໍໄດ້ເອົາຊີວິດຕິດພັນກັບການປູກຝັງ-ລ້ຽງສັດເພື່ອຫາລ້ຽງຊີບຕົນເອງມາໂດຍຕະ ຫລອດ, ແຕ່ການຜະລິດເວລານັ້ນ ຍັງບໍ່ໄດ້ກາຍເປັນສິນຄ້າພຽງກຸ້ມກິນພໍໃຜພໍລາວ. ດັ່ງນັ້ນ ການສ້າງຄວາມຮັ່ງມີໃຫ້ແກ່ປະ ເທດຊາດຈຶ່ງຍັງມີໜ້ອຍ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍຍັງຕົກຢູ່ໃນຄວາມທຸກຍາກລຳບາກ ແລະ ເພື່ອແກ້ໄຂບັນຫາ ດັ່ງກ່າວຕົກມາໃນໄລຍະໃໝ່ນີ້, ພັກ ແລະ ລັດຖະບານ ຈຶ່ງມີນະໂຍບາຍກະຕຸກຊຸກຍູ້ການຜະລິດຂອງປະຊາຊົນໃຫ້ກາຍເປັນ ສິນຄ້າ ແລະ ຖື ສຳຄັນອຸດສາຫະກຳປຸງແຕ່ງຜົນ ຜະລິດກະສິກຳຕາມເງື່ອນໄຂ ແລະ ທ່າແຮງບົ່ມຊ້ອນຂອງແຕ່ ລະທ້ອງຖິ່ນ ເຊັ່ນ: ເຂົ້າ, ສາລີ, ກາ ເຟ, ມັນຕົ້ນ, ອ້ອຍ, ຊາ, ຢາງພາ ລາ ແລະ ໄມ້ປູກ. ດັ່ງຄຳຊີ້ແຈງ ຂອງລັດຖະມົນຕີວ່າການກະຊວງອຸດ ສາຫະກຳ-ການຄ້າ ເມື່ອ ບໍ່ດົນມານີ້ວ່າ: ໂດຍເລີ່ມຈາກ ເງື່ອນໄຂຂອງປະເທດເຮົາ ທັງ ເປັນຜູ້ຜະລິດ ແລະ ຜູ້ຂາຍລາຍນ້ອຍ ເພື່ອສາມາດສະໜອງໃຫ້ແຕ່ຕະຫລາດບັນດາປະເທດທີ່ມີ ຊາຍແດນໃກ້ຄຽງຄື ສປ ຈີນ, ຫວຽດນາມ ແລະ ໄທເທົ່ານັ້ນ, ພວກເຮົາຕ້ອງບືນຕົວອອກໄປສູ່ຕະຫລາດທີ່ກວ້າງຂວາງກວ່າ, ແຕ່ຢາກໄດ້ແນວນັ້ນ ພວກເຮົາຕ້ອງໄດ້ເພີ່ມມູນຄ່າສິນ ຄ້າໃຫ້ສູງ ຂຶ້ນເປັນລຳດັບ, ຈາກການສົ່ງອອກເປັນພຽງວັດຖຸດິບນັ້ນຕ້ອງຫັນໄປສູ່ການປຸງແຕ່ງໃຫ້ຫລາຍ ຮູບການ ແລະ ມີຄຸນນະພາບ ສາ
ມາດແກ່ງແຍ້ງແຂ່ງຂັນກັບສິນຄ້າຂອງຕ່າງປະເທດໃຫ້ໄດ້. ດັ່ງນັ້ນ ໃນສະເພາະໜ້າ ແລະ ຍາວນານນີ້, ໃນນາມຂະແໜງມະຫາ ພາກຈະໄດ້ເພີ່ມທະວີສ້າງສິ່ງອຳນວຍຄວາມສະດວກກະຕຸກຊຸກຍູ້ການຜະລິດສິນຄ້າດັ່ງກ່າວໃຫ້ນັບມື້ແຂງແຮງ ແລະ ຫລາຍ ຮູບການ. ພ້ອມນັ້ນກໍຈະຕ້ອງໄດ້ເອົາໃຈໃສ່ຂອດຄຸ້ມຄອງລຶບລ້າງລະບອບລະບຽບ ແລະ ຂັ້ນຕອນຕ່າງໆຂອງການຄ້າທີ່ເຫັນ ວ່າ ເປັນສິ່ງກົດໜ່ວງທ່ວງດຶງ ແລະ ອຸດຕັນການດຳເນີນການຜະລິດທຸລະກິດນັ້ນລົງໂດຍການຫັນມາສົ່ງເສີມສິນຄ້າປະເພດໃດ ທີ່ຕະຫລາດ ແລະ ນັກລົງທຶນມີຄວາມຕ້ອງການເຊັ່ນ: ການປູກເຂົ້າປ້ອນໂຮງງານເບຍ, ປູກມັນຕົ້ນປ້ອນໂຮງງານ, ປູກກາເຟ ເພື່ອປ້ອນໂຮງງານປຸງແຕ່ງ, ປູກອ້ອຍປ້ອນໂຮງງານນ້ຳຕານ ແລະ ອື່ນໆທີ່ເຫັນວ່າມີທ່າແຮງທາງເສດຖະກິດ ແລະ ຄຽງຄູ່ກັນ ນັ້ນ ກໍຈະຕ້ອງໄດ້ອອກແຮງສົ່ງເສີມການປູກພືດອຸດສາຫະກຳອື່ນໆທີ່ເຫັນວ່າຕະຫລາດມີຄວາມຕ້ອງການສູງຄືສາລີ, ໝາກໄມ້, ຊາຂຽວ, ຢາງພາລາ, ພືດອຸດສາຫະກຳອື່ນໆ ໃຫ້ມີຄວາມຫລາກຫລາຍ ແລະ ຍົກໃຫ້ເປັນໂຄງການລະດັບຊາດ ເພື່ອສ້າງເງື່ອນ ໄຂໃຫ້ບໍລິສັດໃຫຍ່ ແລະ ມີທ່າແຮງເປັນຜູ້ຈັດຕັ້ງປະຕິບັດຕົວຈິງນັບແຕ່ຂອດສົ່ງເສີມການປູກໄປຈົນຮອດການສົ່ງອອກ, ຖ້າ ເຮັດໄດ້ແນວນີ້ບໍ່ພຽງແຕ່ຈະຊ່ວຍໃຫ້ລາວເຮົາມີລາຍຮັບທີ່ໝັ້ນຄົງເທົ່ານັ້ນ, ຫາກຍັງຊ່ວຍສ້າງວຽກເຮັດງານທຳໃຫ້ສັງຄົມລາວ ໄດ້ກວ້າງຂວາງນຳອີກ.

No comments:

Post a Comment