Ad

Ad

6 September 2013

ລາວເປີດໂອກາດໃຫ້ນັກລົງທຶນຈີນ ແລະ ອາຊຽນມາລົງທຶນຫລາຍຂຶ້ນ



    ໃນລະຫວ່າງການໄຂພິທີວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 10 ຢູ່ເມືອງ ໜານໜິງ ແຂວງກວາງຊີ ສປ ຈີນ ວັນທີ 3 ກັນ ຍານີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວວ່າ: ລັດຖະບານລາວມີນະໂຍບາຍ ເປີດກວ້າງການລົງທຶນຂອງຕ່າງປະເທດໃນຂະແໜງການຕ່າງໆຫລາຍຂຶ້ນ ເຊິ່ງມີກົດ ໝາຍສົ່ງເສີມການລົງທຶນ ແລະ ກົດໝາຍອື່ນໆເພື່ອຮັບຮອງໃນການລົງທຶນຂອງ ຕ່າງປະເທດຢູ່ ສປປ ລາວ ແລະ ເຊີນຊວນບັນດານັກທຸລະກິດຈາກ ສປ ຈີນ ແລະ ນັກທຸລະກິດຈາກປະເທດອາຊຽນເຂົ້າໄປສຶກສາຄົ້ນຄວ້າຫາໂອກາດການລົງທຶນ ໃນຂະແໜງການຕ່າງໆ ແລະ ລັດຖະບານກຽມພ້ອມທຸກຢ່າງເພື່ອໃຫ້ຄວາມສະ ດວກແກ່ຜູ້ທີ່ສົນໃຈຢາກໄປລົງທຶນຢູ່ ສປປ ລາວ.
    ປັດຈຸບັນ, ການລົງທຶນຂອງ ສປ ຈີນ ຢູ່ລາວແມ່ນຈັດຢູ່ອັນດັບແຖວໜ້າຂອງການລົງທຶນຕ່າງປະເທດທັງໝົດ. ສປປ ລາວ ຍັງມີຂະແໜງເສດຖະກິດທີ່ມີທ່າແຮງ, ເປັນໂຄງການບູລິມະສິດໃນຫລາຍດ້ານເປັນຕົ້ນດ້ານໂຄງລ່າງພື້ນຖານ, ຂະແໜງກະ ສິກຳ, ອຸດສາຫະກຳ, ການທ່ອງທ່ຽວ, ພະລັງງານ-ບໍ່ແຮ່ ແລະ ອື່ນໆ.

    ໄລຍະຜ່ານມາ, ການຮ່ວມມື ອາຊຽນ-ຈີນ ໃນຂົງເຂດຕ່າງໆ ໂດຍສະເພາະຂົງເຂດການຄ້າ, ການລົງທຶນ, ການສຶກສາ, ວັດ ທະນະທຳ ແລະ ການທ່ອງທ່ຽວໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ. ການຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ຈີນ ແລະ ການຮ່ວມມືໃນຂະແໜງເສດຖະກິດອື່ນໆໄດ້ເຮັດໃຫ້ບໍລິມາດການຄ້າ ແລະ ການລົງທຶນສອງຝ່າຍເພີ່ມຂຶ້ນເປັນຈຳນວນ ຫລວງຫລາຍ ແລະ ຜົນສຳເລັດອັນໃຫຍ່ຫລວງຫລາຍດ້ານ.
    ເພື່ອເຮັດໃຫ້ການຮ່ວມມືອາຊຽນ-ຈີນ ມີຄວາມໜັກແໜ້ນຂຶ້ນຕື່ມນັ້ນ, ພວກເຮົາຄວນເພີ່ມທະວີການຮ່ວມມືໃນດ້ານ ຕ່າງໆຄືເພີ່ມທະວີການຮ່ວມມືດ້ານການຄ້າຫລາຍຂຶ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດເຂດການຄ້າ ເສລີອາຊຽນ-ຈີນ ໃຫ້ໄດ້ຮັບໝາກຜົນຫລາຍຂຶ້ນກວ່າເກົ່າ. ການຮ່ວມມືພັດທະນາການເຊື່ອມຈອດໂດຍສະເພາະດ້ານໂຄງລ່າງ ພື້ນຖານເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ບັນດາປະເທດອາຊຽນ-ຈີນ. ເພີ່ມທະວີການຮ່ວມມືພັດທະນາຊັບພະຍາກອນມະນຸດໃນຂະແໜງການຕ່າງໆໃຫ້ແກ່ປະເທດ ສະມາຊິກໃໝ່ອາຊຽນເພື່ອຮອງຮັບໃຫ້ແກ່ການສ້າງປະຊາຄົມອາຊຽນໃນປີ 2015.

No comments:

Post a Comment