Ad

Ad

18 September 2013

ອາຊຽນຫາລືການຮ່ວມມືຕ້ານອາຊະຍາກຳຂ້າມຊາດ



           ບັນດາລັດຖະມົນຕີຮັບຜິດຊອບວຽກງານອາຊະຍາ ກຳຂ້າມຊາດປະເທດສະມາຊິກອາຊຽນໄດ້ປຶກສາຫາລື ແລະ ຮ່ວມມືກັນຕ້ານອາຊະຍາກຳຂ້າມຊາດ ໃນກອງປະຊຸມລັດຖະ ມົນຕີອາຊຽນວ່າດ້ວຍອາຊະຍາກຳຂ້າມ ຊາດຄັ້ງທີ 9 ຈັດຂຶ້ນ ໃນວັນທີ 17 ກັນຍານີ້, ຢູ່ນະຄອນຫລວງວຽງຈັນໂດຍການ ເປັນກຽດເຂົ້າຮ່ວມ ແລະ ເປີດກອງປະຊຸມຢ່າງເປັນທາງການ ຂອງ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີເລຂາທິການໃຫຍ່ອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສອາຊຽນ ແລະ ບັນດາປະເທດຄູ່ເຈລະຈາເຂົ້າຮ່ວມ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກັນໃນ 8 ຂົງເຂດ ເປັນຕົ້ນການ ຄ້າຂາຍຢາເສບຕິດຜິດກົດໝາຍ, ການຟອກເງິນ, ການໂຈລະກຳທາງທະເລ, ການຄ້າຂາຍອາວຸດຜິດກົດໝາຍ, ການກໍ່ການຮ້າຍ, ອາຊະ ຍາກຳທາງເສດຖະກິດ ແລະ ອາຊະຍາກຳທາງຄອມພິວເຕີ.

           ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ກ່າວວ່າ: “ບັນຫາອາຊະຍາກຳຂ້າມຊາດ ແມ່ນໜຶ່ງໃນສິ່ງທ້າທາຍລະ ດັບໂລກທີ່ເປັນໄພຂົ່ມຂູ່ສັນຕິພາບ, ຄວາມສະຫງົບ ແລະ ສະຖຽນລະພາບ, ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງ ຄົມໃນພາກພື້ນ ແລະ ໃນໂລກ ເຊິ່ງບໍ່ມີປະເທດໃດໃນໂລກສາມາດສະກັດກັ້ນ ແລະ ກຳຈັດໄດ້ໂດຍລຳພັງ; ຄຽງຄຸ່ກັບຄວາມ ກ້າວໜ້າຂອງການພັດທະນາຢູ່ບັນດາປະເທດສະມາຊິກອາຊຽນກໍຄືປະເທດຕ່າງໆໃນໂລກ, ພວກອາຊະຍາກອນຂ້າມຊາດກໍ ໄດ້ມີການພັດທະນາ ແລະ ນັບມື້ຂະຫຍາຍຕົວໂດຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການເຄື່ອນໄຫວຂອງພວກ ເຂົາອັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ເຈົ້າໜ້າທີ່ໃນການປະຕິບັດໜ້າທີ່. ພ້ອມດຽວກັນນີ້, ໃນຍຸກໂລກາພິວັດຍິ່ງສ້າງຊ່ອງ ຫວ່າງໃນການເຄື່ອນໄຫວຂອງພວກອາຊະຍາກອນຂ້າມຊາດເພາະສະນັ້ນການຮ່ວມມືກັນຢ່າງສະໜິດແໜ້ນຂອງບັນດາປະ ເທດສະມາຊິກອາຊຽນໂດຍສະເພາະອົງການຮັບຜິດຊອບປະເທດຄູ່ເຈລະຈາດ້ວຍຄວາມຈິງຈັງ ແລະ ມີຄວາມສາມັກຄີ ແມ່ນມີຄວາມຈຳເປັນທີ່ສຸດເພື່ອຜະເຊີນກັບສິ່ງທ້າທາຍເຫລົ່ານັ້ນ”. ໃນໂອກາດນີ້, ທ່ານ ດຣ. ທອງບັນ ແສງອາພອນ ລັດຖະ ມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ:ກອງປະຊຸມລັດຖະມົນ ຕີອາຊຽນວ່າດ້ວຍອາຊະຍາກຳຂ້າມຊາດ ແມ່ນໜຶ່ງໃນກອງປະຊຸມເຈົ້າໜ້າທີ່ລະດັບສູງໃນຂົງເຂດປະຊາຄົມການເມືອງ ແລະ ຄວາມໝັ້ນຄົງຂອງອາຊຽນຊຶ່ງກອງປະຊຸມ ດັ່ງກ່າວແມ່ນຈັດຂຶ້ນ ທຸກໆ 2 ປີ ໂດຍປະເທດ ສະມາຊິກ ຈະຜັດປ່ຽນກັນເປັນເຈົ້າພາບ ແລະ ໄປພ້ອມກັບກອງປະຊຸມດັ່ງ ກ່າວຍັງມີກອງປະຊຸມລັດຖະມົນຕີອາຊຽນ + 3 ປະເທດຄູ່ເຈລະຈາຈີນ-ເກົາຫລີ-ຍີ່ປຸ່ນ ວ່າດ້ວຍອາຊະຍາກຳຂ້າມຊາດ;ກອງ ປະຊຸມລັດຖະມົນຕີອາຊຽນ+ຈີນ ວ່າດ້ວຍອາຊະຍາກຳຂ້າມຊາດ ແລະ ປີນີ້ທີ່ ສປປ ລາວ ເປັນເຈົ້າພາບແມ່ນມີກອງປະຊຸມ ລັດຖະມົນຕີອາຊຽນ +ຍີ່ປຸ່ນ ວ່າດ້ວຍອາຊະຍາກຳຂ້າມຊາດຊຶ່ງເປັນຄັ້ງທຳອິດໃນຂອບການຮ່ວມມືດັ່ງກ່າວ.

No comments:

Post a Comment