Ad

Ad

19 September 2013

ປຶກສາຫາລືບັນຫາຄວາມຕ້ອງການ ແລະ ການສະຫນອງແຮງງານ



     ເພື່ອເຮັດໃຫ້ແຜນການດຸ່ນດ່ຽງແຮງງານລະຫວ່າງຄວາມຕ້ອງການ ແລະ ການສະໜອງແຮງງານໄດ້ຖືກຈັດຕັ້ງປະຕິບັດຢ່າງ ເປັນຮູບປະທຳ, ໃນວັນທີ 12 ກັນຍານີ້ ຢູ່ແຂວງຈຳປາສັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ປຶກສາຫາລືລະຫວ່າງພາກລັດ ແລະ ພາກວິສາຫະກິດກ່ຽວກັບຄວາມຕ້ອງການ ແລະ ການສະໜອງແຮງງານໂດຍການເປັນ ປະທານຂອງທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ດຣ. ບຸນຖອງ ດີວິໄຊ ຮອງເຈົ້າ ແຂວງຈຳປາສັກ, ຄະນະກົມ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຜູ້ຕາງໜ້າກະຊວງ, ອົງການກ່ຽວຂ້ອງຂັ້ນສູນກາງ, ຫົວໜ້າສາຂາອົງການປະກັນສັງຄົມພາກວິສາຫະກິດ ແລະ ຜູ້ຕາງໜ້າຫົວ ໜ່ວຍທຸລະກິດຈາກ 7 ແຂວງພາກກາງ ແລະ ພາກໃຕ້ ຈຳນວນ 100 ກວ່າທ່ານ ເຂົ້າຮ່ວມ.
    ຈຸດປະສົງຂອງກອງປະຊຸມເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນການດຸ່ນດ່ຽງແຮງງານເຊິ່ງໄລຍະຜ່ານມາ ການສ້າງ ແລະ ພັດທະນາສີມືແຮງງານຍັງບໍ່ທັນແທດເໝາະກັບຄວາມຕ້ອງການຂອງຕະຫລາດແຮງງານ, ເຖິງວ່າສູນພັດ ທະນາສີມືແຮງງານ, ໂຮງຮຽນວິຊາຊີບທັງພາກລັດ ແລະ ເອກະຊົນໄດ້ເປີດຂຶ້ນຫລາຍໃນແຕ່ລະແຂວງ, ແຕ່ຮຽນຈົບມາບໍ່ສາ ມາດເຂົ້າເຮັດວຽກໄດ້ຍ້ອນຕະຫລາດແຮງງານບໍ່ຕ້ອງການ, ເປັນແຮງງານເຫລືອບໍ່ພໍ, ຊາວໜຸ່ມຈຳນວນໜຶ່ງບໍ່ສາມາດເຂົ້າເຖິງ ການເຝິກວິຊາຊີບໄດ້, ກາຍເປັນແຮງງານດິບ, ມີການລັກໄປອອກແຮງງານຢູ່ຕ່າງປະເທດເຊິ່ງມີຄວາມສ່ຽງຕໍ່ການກົດຂີ່ຂູດຮີດ ຕ່າງໆ. ຄຽງຄູ່ກັນນັ້ນ, ສະພາບການເຂົ້າມາເຮັດວຽກຂອງແຮງງານຕ່າງປະເທດມີທ່າອ່ຽງເພີ່ມຂຶ້ນ.

    ໂອກາດດຽວກັນນີ້, ລັດຖະມົນຕີຊ່ວຍວ່າການ ຮສສ ໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຕ້ອງເປັນເຈົ້າການຮ່ວມກັນ ເພື່ອສົ່ງເສີມແຮງງານລາວໃຫ້ມີສີມື, ມີຄວາມຮູ້ຄວາມສາມາດ, ການອະນຸມັດການລົງທຶນຕ້ອງໃຫ້ຕິດ ພັນກັບແຜນນຳໃຊ້ແຮງ ງານ, ພາກສ່ວນສ້າງ ແລະ ພັດທະນາສີມືແຮງງານຕ້ອງອີງໃສ່ແຜນຄວາມຕ້ອງການນຳໃຊ້ແຮງງານຂອງຫົວໜ່ວຍແຮງງານ ຂອງທ້ອງຖິ່ນ ແລະ ເຂດແຄວ້ນ, ເອົາໃຈໃສ່ເຝິກອາຊີບອິດສະລະຕາມທ່າແຮງຂອງທ້ອງຖິ່ນເຊັ່ນ: ຫັດຖະກຳ, ການປູກຝັງ-ລ້ຽງສັດ, ການປຸງແຕ່ງ ແລະ ການຫຸ້ມຫໍ່ເພື່ອສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນສິນຄ້າເພື່ອສົ່ງອອກ, ພາກສ່ວນຫົວໜ່ວຍທຸລະ ກິດທີ່ເປັນຜູ້ສ້າງຕຳແໜ່ງງານຕ້ອງສະໜອງຂໍ້ມູນຄວາມຮຽກຮ້ອງຕ້ອງການນຳໃຊ້ແຮງງານໃຫ້ແກ່ພາກສ່ວນທີ່ສ້າງ ແລະ ພັດ ທະນາກຳລັງແຮງງານໃນແຕ່ລະໄລຍະ, ເອົາໃຈໃສ່ໂຄສະນາເຜີຍແຜ່ຜົນຮ້າຍຂອງການໄປອອກແຮງງານຢູ່ຕ່າງປະເທດ ແລະ ຈຳ ກັດການເຂົ້າມາເຮັດວຽກຂອງແຮງງານຕ່າງປະເທດລົງເທື່ອລະກ້າວ, ເພີ່ມທະວີໂຄສະນາເຜີຍແຜ່ໃຫ້ຜູ້ອອກແຮງງານໄດ້ເຂົ້າສູ່ ລະບົບ ປະກັນສັງຄົມຢ່າງທົ່ວເຖິງ. ພ້ອມ ກັນນັ້ນ ໃຫ້ເອົາໃຈໃສ່ປັບປຸງຂອດບໍລິການປະກັນສັງຄົມໃຫ້ດີຂຶ້ນເພື່ອເບິ່ງແຍງ ຊ່ວຍເຫລືອຜູ້ອອກແຮງງານໃນເວລາເຈັບເປັນຕ່າງໆ.

No comments:

Post a Comment