Ad

Ad

19 September 2013

ສາທາລະນະສຸກນະຄອນຫລວງກຽມພ້ອມຍົກສູງຄຸນນະພາບວຽກງານ



             ໃນກອງປະຊຸມຄະນະພັກຮາກຖານພະແນກສາທາລະນະສຸກນະຄອນຫຼວງວຽງຈັນໄດ້ສະຫຼຸບຕີລາຄາການປະ ຕິດບັດວຽກງານທີ່ຜ່ານມາ ແລະ ວາງແຜນພັດທະນາວຽກງານຂອງຕົນ ໃນຕໍ່ໜ້າອີກເຄິ່ງສະໄໝຄືເພີ່ມທະວີການຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດບັນດາຄາດໝາຍຂອງກອງປະຊຸມໃຫຍ່ຄັ້ງທີ 5 ຂອງຄະນະພັກຮາກຖານໄດ້ວາງອອກໃຫ້ ມີຜົນສຳເລັດ, ເປັນຕົ້ນກວດກາຄືນບັນດາແຜນການ, ໂຄງການ, ຄາດໝາຍສູ້ຊົນໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ສຸມໃສ່ແກ້ໄຂ ຄວາມທຸກຍາກ, ສ້າງບ້ານສາທາລະນະສຸກແບບຢ່າງໃຫ້ສຳເລັດ ແລະ ກ້າວເຂົ້າສູ່ານສ້າງຕົວເມືອງແຫ່ງສຸຂະພາບ, ເພີ່ມທະວີ ການໂຄສະນາສຶກສາອົບຮົມໃຫ້ພະນັກງານ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ເຂົ້າໃຈຄວາມໝາຍຂອງຕົວເມືອງແຫ່ງສຸຂະ ພາບ,ປະກອບສ່ວນເຂົ້າໃນການສະກັດກ້ັນພະຍາດ, ປົກປ້ອງ ແລະ ສົ່ງເສີມສຸຂະພາບຂອງຕົນເອງໃຫ້ເລິກເຊິ່ງ ແລະ ກວ້າງ ຂວາງກວ່າເກົ່າ, ສືບຕໍ່ບຳລຸງຍົກສູງລະດັບ ແລະ ສຶກສາອົບຮົມພະນັກງານແພດໝໍໃຫ້ມີຄວາມຮູ້, ຄວາມສາມາດ, ຊຳນານ ງານ, ມີຈັນຍາທຳ ແລະ ຈັນຍາບັນ, ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ. ນອກນີ້ ຍັງຈະໄດ້ເພີ່ມທະວີການ ປະສານງານກັບຂະແໜງການ ແລະ ທ້ອງຖິ່ນ ເພື່ອແກ້ໄຂບັນຫາຮ່ວມກັນເຮັດໃຫ້ຄວາມສາມັກຄີເປັນເອກະພາບໃນການຈັດ ຕັ້ງປະຕິບັດວຽກງານໄດ້ຮັບຜົນດີພ້ອມຍົກສູງຄຸນນະພາບຂອງການບໍລິການສາທາລະນະສຸກ ແລະ ກໍ່ສ້າງພະນັກງານທາງຈັນ
ຍາທຳ ແລະ ຈັນຍາບັນໃຫ້ເຂັ້ມແຂງໜັກແໜ້ນດ້ວຍຄຸນນະພາບຢ່າງຮອບດ້ານເພື່ອປັບປຸງວຽກງານສາທາລະນະສຸກໃຫ້ກ້າວ ໜ້າທັນສະໄໝຂຶ້ນເທື່ອລະກ້າວ, ຕອບສະໜອງຄວາມຕ້ອງການຂອງສັງຄົມທີ່ນັບມື້ນັບສູງຂື້ນ  ແລະ ສາມາດ ເຊື່ອມໂຍງເຂົ້າ ກັບຂົງເຂດ ແລະ ສາກົນ ແລະ ພ້ອມນັ້ນຈະເພີ່ມທະວີຕາໜ່າງສາທາລະນະສຸກອອກໄປສູ່ເຂດຫ່າງໄກສອກຫຼີກ, ພ້ອມອຸປະ ກອນການແພດທີ່ທັນສະໄໝ ແລະ ຢາປິ່ນປົວທີ່ຈຳເປັນໃຫ້ໂຮງໝໍເມືອງ, ສຸກສາລາ ແລະ ບ້ານພັດທະນາໄດ້ດີກວ່າເກົ່າ.

No comments:

Post a Comment