Ad

Ad

19 September 2013

ເອົາແຕ່ເງິນ



       ພາຍຫລັງ​ໜັງສື​ພິມລາວ​ ພັດທະນາ​ໄດ້​ລົງ​ຂ່າວ​ກ່ຽວ​ກັບ​​ໃຫ້​ເບິ່ງ​ຄືນບັນຫາ​ການ​ເກັບ​ເງິນ​ຄ່າຝາກ​ລົດ​ໃຫຍ່​ຕາມ​ແຄມ​ທາງ​ໃນ​ຕົວ​ເມືອງ​ເມື່ອ​ບໍ່​ດົນ​ມານີ້, ປາກົດ​ວ່າ​ມີ​ເພື່ອນ​ຜູ້ອ່ານ​ຈຳນວນ​ບໍ່​ໜ້ອຍໄດ້​ໂທລະສັບ​ເຂົ້າ​ມາຫາກອງບັນນາທິການໜັງສື​ພິມ​ພວກເຮົາເພື່ອສະ​ແດງ​ຄຳ​ຄິດ​ເຫັນ​ຕໍ່​ບັນຫາ​ດັ່ງກ່າວ​ຢ່າງ​ຫລວງຫລາຍ​ກວ້າງຂວາງ ​ໂດຍ​ສ່ວນ​​ໃຫຍ່​ແມ່ນ​ສະແດງຄວາມ​ເປັນ​ຫວ່ງ ນຳ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ການ​ສວຍ​ໂອກາດ​ເກັບ​​ເງິນຄ່າ​ຝາກ​ລົດ​ໃຫຍ່​ຕາມ​ແຄມ​ທາງ​ໃນ​ຕົວ​ເມືອງ ​ເຊິ່ງ​​ບັນຫານີ້ເຫັນ​ວ່າ​ເກີດ​ຂຶ້ນ​ຫລາຍ​ຈຸດ ພາຍຫລັງ​ທີ່​​ມີ​ການ​ສ້ອມ​ແປງ​ຖະໜົນ​ຫົນທາງ​ໃຫ້​ມີ​ຄວາມ​ເປັນ​ລະ ບຽບ​ຈົບງາມ ​ແລະ ອີກ​ບັນຫາ​ໜຶ່ງ​ທີ່​ພົວພັນ​ມາ​ນຳ​ການ​ຝາ​ກລົດ​ນັ້ນ​ແມ່ນໃນ​​ປີ້ຝາກ​ລົດ​ສ່ວນ​ຫລາຍລະບຸ​ວ່າ “ຈະ​ບໍ່​ຮັບ​ຜິດຊອບ​ຕໍ່​ຄວາມ​ເສຍ​ຫາຍ​ໃດໆ” ຈຸດນີ້ຫລາຍ​ຄົນ​ກໍ​ມີ​ຄວາມ​ສົນ​ໃຈ ​ແລະ ສະ​ເໜີ​ໃຫ້ພາກສ່ວນ​ທີ່ຮັບ​ຜິດຊອບ​​ເກັບ​ຄ່າ​ບໍລິການຄວນ​​ເພີ່ມ​ຄວາມ​ຮັບ​ຜິດຊອບ​ຂອງ​ຕົນ​ຂຶ້ນຕື່ມຢ່າງ​ເໜາະ​ສົມ​ໃນ​ເມື່ອ​ເກີດ​ກໍລະນີ​ເສຍ​ຫາຍ​ຕ່າງໆບໍ່​ແມ່ນ​ວ່າ​ເກັບເອົາແຕ່​ເງິນຢ່າງ​ດຽວ, ເມື່ອ​ເກີດ​​ກໍລະນີເສຍ​ຫາຍ ​ເຊັ່ນ: ຖືກຄົນ​ບໍ່​ດີ​ງັດ ຫລື ທຸບ​ແວ່ນ​ລົດເພື່ອ​ເອົາ​ຊັບ​ສີນ​ ​ແລະ ລົດ​ຖືກ​ດາດ​ຈົນ​ສີ​ໂປກ ກໍ​ຄວນ​ມີ​ສ່ວນ​ຮັບຜິດຊອບຕໍ່​ຄວາມ​ເສຍ​ຫາຍທີ່​ເກີດ​ຂຶ້ນ​ເຊິ່ງບັນຫານີ້ ຖ້າ​​ປ່ອຍ​ໃຫ້ຜູ້ສຳປະທານເຮັດຕາມລຳພັງໃຈກໍ​ເທົ່າ​ກັບ​ວ່າ​​ເປັນ​ການສວຍ​ໂອກາດເອົາ​ປຽບສັງຄົມກໍ​ຄືຜູ້​ໃຊ້​ບໍລິການຢ່າງ​ບໍ່​ມີ​ມື້ສິ້ນສຸດ.

No comments:

Post a Comment