Ad

Ad

19 September 2013

ພົບສົບຍິງຄົນຫນຶ່ງຖືກຄາດຕະກຳຖິ້ມໄວ້ແຄມທາງເຂດບ້ານດວງບຸດດີ



        ​​ເຈົ້າໜ້າ​ທີ່​ພະ​ແນ​ກສືບສວນ- ສອບ​ສວນນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດຈຸບັນ, ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ສາມາດ​ສັນ​ນະ​ສູດ​ໄດ້​ເທື່ອ​ວ່າສົບ​ຜູ້ຍິງ​ຖຶກຄາດ​ຕະກຳ​​ແລ້ວ​ໃສ່​​ຖົງ​ປຸຍຖິ້ມ​ໄວ້​ຢູ່​ປ່າ​ແຄມ​ທາງ​ເຂດ​ບ້ານດວງບຸດ​ດີ ​ເມືອງ​ໄຊ​ທານີ ​ທີ່​ພົບ​ເຫັນ​ເມື່ອ​ວັນ​ທີ 12 ກັນຍາ 2013 ວ່າ​ແມ່ນ​ໃຜ, ເພາະວ່າ​ສະພາບ​ສົບ​ແມ່ນ​ເນົ່າ​​ເປື່ອຍ​ຫລາຍຈົນ​ຍາກຕໍ່​ການ​ພິສູດ.
        ​ເຈົ້າ​ໜ້າ​ທີ່​ພະ​ແນ​ກດັ່ງກ່າວ​ ລາຍ​ງານ​ວ່າ: ສົບ​ຍິງ​ດັ່ງກ່າວຖືກພົບ​ເຫັນ​ໂດຍ​ປະຊາຊົນ​ຢູ່​ບໍລິເວນໃກ້ຄຽງຫລັງ​​ມີ​ກິ່ນ​ເໝັນ​ຢ່າງ​ແຮງ​ອອກ​ມາ​ໃນ​ກະເປົາ​ຢາງ​ສີຂຽວ​ຖືກມັດ​ປາກ​ຖິ້ມຢູ່​ກ້ອງ​ຕົ້ນ​ໄມ້​ແຄມ​ທາງ ຈຶ່ງ​ໄດ້​ເອົາ​ໄມ້​ໄປ​ເຂ່ຍ​ເບິ່ງ ແລະ ​​ເຫັນຫົວ​ກະ​ໂຫລກ​ຄົນ.ຈາກ​ນັ້ນຈຶ່ງ​ໄດ້​ແຈ້ງ​ຕໍ່​ອຳນາດ​ການ​ປົກຄອງ ​ແລະ ເຈົ້າ​ໜ້າ​ທີ່ ແລະ ຜ່ານ​ການ​ສັນ​ນະ​ສູດ​ເບື້ອງຕົ້ນ​ສົບ​ດັ່ງກ່າວ​ຖືກ​ຂ້າ​ມາ​ດົນ​ກວ່າ​ສອງ​ອາທິດກ່ອນ​ຈະ​ມີ​ຜູ້​ພົບ​ເຫັນ ​ແລະ ອາດ​​ຖືກຂ້າ​ມາ​ຈາກ​ບ່ອນ​ອື່ນ​ແລ້ວ​ຈຶ່ງ​​ເອົາ​ສົບ​ມາ​ຖິ້ມ​ໄວ້​ຢູ່​ຈຸດ​ດັ່ງກ່າວ. ສະ ພາບ​​ສົບ​ແມ່ນ​​ເລົາ​ຄີງເນົ່າ​ເປື່ອຍ ນຸ່ງເສື້ອຊ້ອນ​ໃນ, ນຸ່ງ​ສົ້ງ​ຢີນ, ສູງ​ປະມານ 1,50 ​ແມັດ. ບໍ່​ຊາບ​ຊື່, ອາຍຸ, ສັນຊາດ ​ແລະ ຖິ່ນ​ຖານ, ສ່ວນ​ບັນດາ​ຮ່ອງ​ຮອຍ​ບາດ​ແຜ ​ແລະ ຮູບ​ຮ່າງ​ບໍ່​ສາມາດ​ສັນ​ນະ​ສູດ​ໄດ້.

No comments:

Post a Comment