Ad

Ad

19 September 2013

ຈັບຊາຍໜຸ່ມສອງຄົນ ພວມນຳຢາບ້າຫລາຍພັນເມັດໄປພາກໃຕ້



           ເມື່ອທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ, ສາມາດກັກທ້າວ ອ່ອນແກ້ວ ບຸດດາວົງ ອາຍຸ 22 ປີ ກຳມະກອນ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ແລະ ທ້າວ ທອງລອນ ອາຍຸ 24 ປີ ກຳມະ ກອນ ຢູ່ບ້ານໂພນຄຳ ເມືອງທຸລະຄົມ ແຂວງວຽງຈັນ ຢູ່ສະຖານີຂົນສົ່ງໂດຍສານສາຍ ໃຕ້ຫລັງພວກກ່ຽວພວມຈະນຳຢາບ້າ ຫລາຍກວ່າ 5.900 ເມັດ ຂຶ້ນລົດໂດຍສານ ລົງໄປຈຳໜ່າຍຢູ່ພາກໃຕ້, ແຕ່ຖືກເຈົ້າໜ້າທີ່ກັກໄດ້ກ່ອນ. ແນວໃດກໍຕາມ, ເຈົ້າ ໜ້າທີ່ຈະດຳເນີນການສືບສອບ-ສອບສວນເພື່ອຂະຫຍາຍຜົນໄປຫາກຸ່ມແກ໊ງຂະບວນ ການຄ້າຂາຍຢາເສບຕິດທີ່ພວກກ່ຽວໄປຮັບຢາດັ່ງກ່າວມາເຊິ່ງຄາດວ່າມີຂະບວນການຄ້າ ຂາຍຢາເສບຕິດລາຍໃຫຍ່ຢູ່ເບື້ອງຫລັງແນ່ນອນ.

No comments:

Post a Comment