Ad

Ad

19 September 2013

ບໍ່ຄວນປະປ່ອຍ​ໃຫ້​ຢູ່​ສະພາບ​ແບບ​ນີ້



         ສະພາບ​ທ່ອນ​ເຫຼັກຍາວ​ອັນໜຶ່ງທີ່​ມີ​ປ້າຍ​ສີຂຽວ ​ແລະ ໜັງສື​ຖະໜົນຄູ​ວຽງ​ໄດ້​ລົ້ມ​ລົງ​ເກືອບ​ຈຳ​​ພື້ນຖະໜົນຄົນຍ່າງ​ມາ ຫຼາຍມື້ແຕ່​ກໍບໍ່​ເຫັນໜ່ວຍງານຮັບຜິດຊອບ​ໃດ​ລົງ​ມາກ​ວດກາ ​ແລະ ປັບປຸງ​ແກ້​ໄຂ, ປະປ່ອຍ​ແກ່ຍາວ​ໄປ ທີ່​ສ້າງ​ພາບ​ອັນ​ບໍ່ຈົບ ງາມ ​ແລະ ສະພາບ​ແບບ​ນີ້ກໍ​ຍັງ​ມີ​ປາກົດ​ໃຫ້​ເຫັນ​ຢູ່ຫຼາຍບ່ອນ, ສ່ວນຫຼາຍ​ແມ່ນ​ເກີດ​ຂື້ນຈາກ​ຜູ້​ຂັບ​ຂີ່​ມາ​ຕຳ​​ແລ້ວ​ກໍຫຼົບໜີ​ໄປ​ຢ່າງ​ຂາດ​ຄວາມ​ຮັບຜິດຊອບ ​ແລະ ​ເບື້ອງ​ເຈົ້າໜ້າທີ່​ກ່ຽວຂ້ອງ​ກໍ​ເມີນ​ເສີຍຈຶ່ງ​ກໍ່​ໃຫ້​ເກີດ​ພາບ​ອັນ​ບໍ່ງາມດັ່ງກ່າວ.
          ປັດຈຸ​ບັນ, ນະຄອນວຽງຈັນ ພວມ​ສຸມ​ໃສ່​ປະຕິບັດ​ຄຳ​ຂວັນ 6 ສ ຢ່າງ​ເອົາ​ຈິງ​ເອົາ​ຈັງ ​ໄດ້​ມີ​ການ​ປັບປຸງຖະໜົນຫົນທາງ ​ແລະ ການ​ຕິດຕັ້ງປ້າຍ​ຈະລາຈອນ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ອຳນວຍ​ຄວາມ​ສະດວກ​ໃຫ້ ການ​ສັນຈອນ​ໄປມາ​ໄດ້​ສະ ດວກ​ສະບາຍ.

No comments:

Post a Comment