Ad

Ad

19 September 2013

ອຸຕຸນິຍົມເຕືອນຈະມີຝົນຕົກຫນັກຢູ່ເຂດພາກກາງ ແລະ ພາກໃຕ້ຂອງລາວ



           ອຸຕຸນິຍົມ ​ໃຫ້​ຮູ້​ວ່າ: ລົມພາຍຸ​ດິ​ເປຣ​ເຊິ​ນ​ໄດ້​ກໍ່​ຂຶ້ນຢູ່​ເຂດ​ທະ​ເລ​ຈີນ​ໃຕ້ ​ໃນ​ເວລາ 7 ​ໂມງ ຂອງ​ວັນ​ທີ 18 ກັນຍາ 2013 ມີ​ຈຸດ​ສູນ​ກາງ​ຢູ່​ເສັ້ນຂະໜານ 16,3 ອົງສາ​ເໜືອ ​ແລະ ​ເສັ້ນ​ແວັງ 111,4  ອົງສາ​ຕາ​ເວັນ​ອອກ. ຄາດ​ວ່າ​ພາ ຍຸ​ຫົວນີ້ຈະ​ເພີ່ມ​ກຳລັງ​ແຮງ​ຂຶ້ນ​ເປັນ​ພາຍຸ​ໝູນ​ເຂດ​ຮ້ອນ​ໃນ​ຄືນ​ຂອງ​ວັນ​ດັ່ງກ່າວ ​ແລະ ​ເຄື່ອນ​ທີ່​ເຂົ້າຝັ່ງ​ພາກ​ໃຕ້​ຂອງ ສສ ຫວຽດ ນາມ ​ແລ້ວ​ຈະ​ເຄື່ອນ ຜ່ານ​ເຂດ​ພາກ​ໃຕ້​ຂອງ​ລາວ ​ເຊິ່ງລັກສະນະ​ດັ່ງກ່າວ ຈະ​ເຮັດ​ໃຫ້​ມີ​ຝົນຕົກ​ໜັກ​ຫາ​ໜັກ​ຫລາຍພ້ອມ​ມີ​ລົມ​ພັດ​ແຮງ​ ໃນ​ໄລຍະ 1 ຫາ 2 ວັນ​ຕໍ່ໜ້າ ​ແຕ່​ເຂດ​ແຂວງ​ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ສາລະ​ວັນ, ຈຳປາ​ສັກ, ​ເຊ​ກອງ ​ແລະ ອັດ​ຕະປື. ດັ່ງນັ້ນ ຈຶ່ງ​ຂໍ​ແຈ້ງ​ເຕືອນ​ເຖິງ​ອຳນາດ​ການ​ປົກຄອງ ​ແລະ ພໍ່​ແມ່​ປະຊາຊົນ​ທີ່​ ອ​າ​ໄສ​ໃນ​ເຂດ​ດັ່ງກ່າວ​ຈົ່ງ​ມີ​ສະຕິ​ລະມັດ​ລະວັງ​ຕໍ່​ສະພາບ​ຝົນຕົກ​ໜັກ, ລົມ​ພັດ​ແຮງ, ນ້ຳຖ້ວມ ​ແລະ ຂໍ​ໃຫ້​ຍົກຍ້າຍ​ວັດຖຸ​ສິ່ງ​ຂອງ​ໄວ້​ບ່ອນ​ທີ່​ສູງ ພ້ອມ​ທັງ​ເຄື່ອນ​ຍ້າຍ​ສັດລ້ຽງ​ໄປ​ໄວ້​ບ່ອນ​ທີ່​ປອດ​ໄພ. ພ້ອມ​ກັນນັ້ນ ກໍ​ຂໍ​ໃຫ້​ຕິດຕາມ​ການ​ລາຍ​ງານ​ຂ່າວ​ພະຍາກອນ​ອາ ກາດ​ແລະລະດັບ​ນ້ຳຈາກ​ກົມ​ອຸຕຸນິຍົມ​ ແລະ ອຸ​ທົກ​ກະສາ​ດ​ເປັນ​ປະຈຳ.

No comments:

Post a Comment