Ad

Ad

19 September 2013

ຫລຸດຜ່ອນການກວດກາຫລາຍຂັ້ນຕອນເພື່ອສົ່ງເສີມປະຊາຊົນຜະລິດເປັນສິນຄ້າ



ທ່ານ ດຣ.ນາມ ວິຍະເກດ
          ພາຍຫລັງໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ, ສປປ ລາວ ກໍມີໂອ ກາດຫລາຍຂຶ້ນໃນການສົ່ງສິນຄ້າອອກສູ່ຕະ ຫລາດສາກົນຈາກ ເມື່ອກ່ອນ 60 ປະ ເທດ, ປັດຈຸບັນສາມາດເຈລະຈາການຄ້າກັບ 158 ປະເທດຈາກທັງໝົດ 159 ປະເທດ ສະມາຊິກອົງການ WTO, ເຊັ່ນດຽວກັບຕ່າງປະເທດກໍຈະເຂົ້າມາເຮັດການຄ້າກັບ ລາວ, ຖ້າຢາກໄດ້ຜົນປະໂຫຍດດີກໍຕ້ອງໄດ້ກະກຽມດີ, ແຕ່ສິ່ງທ້າທາຍສິນຄ້າຂອ ງລາວຍັງບໍ່ທັນໄດ້ຍົກລະດັບສູ່ມາດຕະຖານສາກົນເພື່ອສົ່ງອອກສູ່ຕະຫລາດກວ້າງ ລະດັບໂລກ.
           ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານປະຈຳ ສົກປີ 2012-2013 ລະຫວ່າງວັນທີ 16-20 ກັນຍາ 2013 ຢູ່ນະຄອນຫລວງ ວຽງ ຈັນວ່າ: ປັດຈຸບັນພວມດຳເນີນການເລືອກສິນຄ້າເພື່ອສົ່ງອອກເຊິ່ງສ່ວນໃຫຍ່ແມ່ນຢູ່ຂົງເຂດກະຊວງກະສິກຳ- ປ່າໄມ້ ແລະ ຕ້ອງໄດ້ສົ່ງເສີມໃຫ້ໄດ້ມາດຕະຖານສາກົນເຊັ່ນ: ເຂົ້າ, ພວກເຮົາສາມາດຜະລິດໄດ້ ແລະ ເຫລືອກິນສົ່ງອອກຂາຍໄດ້, ແຕ່ຈະ ໃຫ້ສົ່ງຂາຍເປັນພັນໂຕນບໍ່ສາມາດເຮັດໄດ້. ປັດຈຸບັນ, ກະຊວງກະສິກຳ-ປ່າໄມ້ ກໍພວມຄົ້ນຄວ້າວ່າຈະເລືອກເອົາແນວພັນ ເຂົ້າ
ແບບໃດໃຫ້ເປັນມາດຕະຖານດຽວແລ້ວສົ່ງເສີມໃຫ້ເປັນສິນຄ້າແທ້, ຮັບປະກັນໃຫ້ໄດ້ທັງຄຸນນະພາບ ແລະ ລາຄາ. ປະເທດ ເຮົາບໍ່ມີທາງອອກສູ່ທະເລຕົ້ນທຶນການຜະລິດ ແລະການຂົນສົ່ງຈຶ່ງບໍ່ສາມາດແຂ່ງຂັນກັບປະເທດອື່ນໄດ້.   
          ດັ່ງນັ້ນຈະຜະລິດເຂົ້າຕ້ອງຄຳນຶງຫລາຍບັນຫາໂດຍຕ້ອງເອົາແນວພັນເຂົ້າທີ່ມີຄຸນນະພາບຫລາຍກວ່າປະເທດໃກ້ຄຽງ ຈຶ່ງຈະສາມາດແຂ່ງຂັນໄດ້.
            ທ່ານ ດຣ.ນາມ ວິຍະເກດ ຍັງອະທິບາຍເຖິງການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນວ່າ: “ຫລາຍທ້ອງ ຖິ່ນມີຂະບວນການຜະລິດເປັນສິນຄ້າ, ແຕ່ຂັ້ນຕອນການເຄື່ອນຍ້າຍມັກພົບບັນຫາຫລາຍຢ່າງທີ່ກາຍເປັນໂຕເພີ່ມມູນຄ່າໃຫ້ ສິນຄ້າເຮັດໃຫ້ລາຄາແພງຂຶ້ນຕົ້ນທຶນການຜະລິດຫລາຍຂຶ້ນ ຈຶ່ງບໍ່ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະ ຜູ້ຜະລິດກໍໄດ້ຮັບ ຜົນປະໂຫຍດໜ້ອຍທີ່ສຸດຍ້ອນໄປຕົກເຮ່ຍເສຍຫາຍໃນຂອດຂອງການຂົນສົ່ງ, ກວດກາ, ຢຶດ ແລະການເພີ່ມຕື່ມ... ຕາມ ແນວທາງນະໂຍບາຍ ແມ່ນຢາກສົ່ງເສີມໃຫ້ປະຊາຊົນທຳການຜະລິດແຕ່ເຈົ້າໜ້າທີ່ທີ່ປະຕິບັດວຽກງານໃນການກວດກາ ຫລື ຢຶດນັ້ນບໍ່ເຂົ້າໃຈກາຍເປັນການຈຳກັດການຜະລິດເມື່ອເສຍຜົນປະໂຫຍດປະຊາຊົນກໍບໍ່ສືບຕໍ່ເມື່ອບໍ່ມີລາຍຮັບປະຊາຊົນກໍຢູ່ໃນ ຄວາມທຸກຍາກ. ສະນັ້ນ, ຈະຕ້ອງໄດ້ແກ້ໄຂບັນຫານີ້ຢ່າງຈິງຈັງບໍ່ສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນ ແລະ ຕ້ອງເຫັນໃຈເພາະ ເປັນການລົງທຶນຂະໜາດນ້ອຍບໍ່ຄວນເກັບອາກອນ ຫລື ຄ່າຕ່າງໆອີກ ເພື່ອສ້າງຄວາມກະຕືລືລົ້ນໃຫ້ເຂົາເຈົ້າຢາກເຮັດການຄ້າ ເພາະເປົ້າໝາຍຂອງພວກເຮົາແມ່ນການລຶບລ້າງຄວາມທຸກຍາກຂອງປະຊາຊົນບໍ່ແມ່ນການເກັບລາຍຮັບຂອງປະຊາຊົນ. ຢ່າງໃດ ກໍຕາມ, ພວກເຮົາໄດ້ດຳເນີນການປະສານງານໄປຍັງແຕ່ລະແຂວງເຊິ່ງກໍເຫັນວ່າການກວດກາຫລາຍຂັ້ນຕອນຢູ່ຫລາຍທ້ອງຖິ່ນ ໄດ້ຫລຸດຜ່ອນລົງ”.

No comments:

Post a Comment