Ad

Ad

11 September 2013

ຊຽງຂວາງເປີດນຳໃຊ້ໂຮງຮຽນກິນນອນສາມັນຂອງຂວັນຈາກ ສສ ຫວຽດນາມ



         ພິທີມອບຮັບແລະເປີດການນຳໃຊ້ໂຮງຮຽນກິນນອນສາມັນສຶກສາ ແຂວງຊຽງຂວາງ ຊຶ່ງເປັນຂອງຂວັນຈາກ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ຢູ່ໂພນສະຫວັນແຂວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ສົມກົດ ມັງໜໍ່ເມັກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ທ່ານ ກອງສີ ແສງມະນີ ລັດຖະມົນຕີ ຊ່ວຍວ່າການກະຊວງ ສຶກສາທິການ ແລະ ກິລາ ແລະ ທ່ານ ຟາມ ແມ໋ງຮຸ່ງ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ ແລະ ບຳລຸງສ້າງ ສສ ຫວຽດນາມ.
       ລັດຖະມົນຕີຊ່ວຍວ່າການກະຊວງສຶກສາຫວຽດນາມໄດ້ມີຄຳເຫັນໃນພິທີວ່າ: ໂຄງການດັ່ງກ່າວແມ່ນໄດ້ຮັບໄດ້ຮັບທຶນ ຊ່ວຍເຫລືອລ້າຈາກລັດຖະບານຫວຽດນາມໃນມູນຄ່າຫລາຍກວ່າ 63 ຕື້ດົງ ( ສະກຸນ ເງິນຫວຽດນາມ ) ລວມມີ : ອາຄານ ຮຽນ ແລະ ຫ້ອງທົດລອງ ສູງ 2 ຊັ້ນ ມີເນື້ອທີ່ນຳໃຊ້ 786 ຕາ ແມັດ, ອາຄານຮຽນ ແລະ ຫ້ອງ ສະຫມຸດສູງ 2 ຊັ້ນມີເນື້ອ
ທີ່ນຳໃຊ້ 786 ຕາແມັດ,  ອາຄານຫ້ອງການສູງ 2 ຊັ້ນ ມີເນື້ອທີ່ນຳໃຊ້ 860 ຕາແມັດ ແລະ ຕຶກອາຄານຫໍພັກນັກຮຽນສູງ 3 ຊັ້ນລວມມີເນື້ອທີ່ນຳໃຊ້ຫລາຍກວ່າ 2.000 ຕາແມັດ, ພ້ອມນັ້ນ ກໍມີເຮືອນຄົວກວ້າງ 470 ຕາແມັດ ແລະ ສິ່ງອຳນວຍ ຄວາມສະດວກອື່ນໆອີກ ໂດຍບໍລິສັດຮ່ວມທຸລະກິດເຂດ 4 ເປັນຜູ້ ຮັບເຫມົາກໍ່ສ້າງເຊິ່ງເປັນໂຄງການທີ່ມີຄວາມຫມາຍສ ຳຄັນຍິ່ງເພື່ອປະກອບສ່ວນຍົກສູງພື້ນຖານໂຄງລ່າງດ້ານການສຶກສາໃຫ້ມີຄຸນນະພາບສູງທັງເປັນສ່ວນປະກອບເຂົ້າໃນການ ຮັດແຫນ້ນຄວາມສາມັກຄີມິດຕະພາບລະຫວ່າງສອງປະເທດໃຫ້ນັບມືຂະຫຍາຍໂຕຍິ່ງໆຂຶ້ນ.
        ຕາງຫນ້າໃຫ້ພັກ ແລະ ລັດຖະບານລາວ ທ່ານ ເຈົາແຂວງ ສົມກົດ ມັງຫນໍ່ເມກ ແລະ ທ່ານ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກີລາ ກອງສີ ແສງມະນີ, ຕ່າງກໍມີຄຳເຫັນສະແດງຄວາມຂອບອົກຂອບໃຈຢ່າງ ເລິກເຊິ່ງໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ໂດຍສະເພາະກໍແມ່ນກະຊວງສຶກສາ ຫວຽດນາມ, ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ຊ່ວຍ ເຫລືອຂະແຫນງການສຶກສາຂອງລາວມາໂດຍຕະຫລອດ, ນັບທັງໃຫ້ທຶນການສຶກສາທີ່ເພີ່ມຂຶ້ນໃນແຕ່ລະປີແລ້ວຍັງໄດ້ເອົາໃຈ ໃສ່ຊ່ວຍເຫລືອພັດທະນາພື້ນຖານໂຄງລາງການສຶກສາຂອງລາວເປັນຈຳນວນຫລວງຫລາຍ ແລະ ສິ່ງນັ້ນໄດ້ປະກອບສ່ວນສຳ ຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດກໍຄືກຳລັງແຮງເຂົາໃນການພັດທະນາເສດຖະກິດ-ສັງຄົມລາວນັບມື້ເຕີບໃຫຍ່ ຂະຫຍາຍໂຕ ແລະ ສຳລັບໂຮງຮຽນແຫ່ງນີ້ມັນແມ່ນຂອງຂວັນອັນລ້ຳຄ່າສຳລັບແຂວງຊຽງຂວາງກໍຄືຂະແຫນງການສຶກສາຂອງ ລາວໃນການກໍ່ສ້າງຄົນ. ດ່ັງນັ້ນ ແຂວງຊຽງຂວາງ ແລະ  ກະຊວງສຶກສາຂອງລາວຈະຖືສຳຄັນໃນການປົກປັກຮັກສາ ແລະ ການນຳໃຊ້ໂຮງຮຽນດັ່ງກ່າວໃຫ້ມີຜົນສູງສຸດ.

No comments:

Post a Comment