Ad

Ad

11 September 2013

ກອງ​ປະຊຸມ​​ໂຕະມົນເຄືອຂ່າຍ​ຄັງປັນຍາ​ອາ​ຊຽນ-ອິນ​ເດຍຄັ້ງທີ II



                ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ ​ຮ່ວມ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ ລະ​ບົບຂໍ້​ມູນ​ຂ່າວສານ​ສຳລັບ​ປະ​ເທດ​ພວມ​ພັດທະນາ​ອິນ​ເດຍ ຈັດ​ກອງ​ປະຊຸມ​ໂຕະມົນ​ເຄືອຂ່າຍ​ຄັງ​ປັນຍາ​ອາ​ຊຽນ-ອິນ​ເດຍຄັ້ງທີ II ຂຶ້ນ ໃນ​ວັນ​ທີ 10 ກັນຍາ 2013 ຢູ່​ທີ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ​ ນະຄອນຫລວງ​ວຽງ​ຈັນ ເຊິ່ງ​ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ກອງ​ປະຊຸມ​ເຄືອ​ຂ່າຍ​ຄັງ​ປັນຍາ​ອາ​ຊຽນ ກໍ​ຄື ການ​ເຄື່ອນ​ໄຫວ​​ໃນ​ຂອບ​ການ​ທູດ​ຊ່ອງ​ທາງ​ທີ 2 ​ໃຫ້​ກຽດ​ເປັນ​ປະ ທານຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ,ລັດ ຖະ ມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ທ່ານ ຊາລມານ ​ເຄຣິຊິດ ລັດຖະ ມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດ ​ແຫ່ງ ສາທາລະນະລັດ​ອິນ​ເດຍໂດຍມີທ່ານ ​ໄຊ​ຍະ​ການ ສີ​ສຸ​ວົງ ຫົວໜ້າ​ຫ້ອງການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ດຣ. ບິດ​ວາ​ກິດດາ ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າລະ​ບົບຂໍ້​ມູນ​ຂ່າວສານ ສຳລັບ​ປະ​ເທດ​ພວມ​ພັດທະນາ​ຂອງ​ອິນ​ເດຍ ​ແລະ ທ່ານ ດຣ Achmad Kurnia Prawirra MOCHTA ຜູ້ຕາງໜ້າ​ກອງ​ເລຂາ​ອາ​ຊຽນ ​ແລະ ບັນດາ​ຜູ້​ຊ່ຽວຊານ, ຜູ້​ຊົງ​ຄຸນ​ວຸດທິ​ສະ​ຖາບັນ​ຄົ້ນ​ຄວ້າຍຸ​ດທະ​ສາດ​ອາຊຽນພ້ອມ​ດ້ວຍ​ພະນັກ​ງານ​ທີ່​ກ່ຽວຂ້ອງ 10 ປະ​ເທດ​ໃນອາ​ຊຽນ  ​ແລະ ອິນ​ເດຍ​ເຂົ້າ​ຮ່ວມ.

              ກອງ​ປະຊຸມ​ໂຕະມົນ​ເຄືອ​ຂ່າຍ​ຄັງ​ປັນຍາ​ອາ​ຊຽນ-ອິນ​ເດຍ ຄັ້ງ​ນີ້​ໄດ້​ປຶກສາ​ຫາລື​ບັນຫາ​ສຳ ຄັນ​ກ່ຽວ​ກັບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ອາ​ຊຽນ-ອິນ​ເດຍທີ່​ໄດ້​ສຸມ​ໃສ່​ບັນຫາ​ຕ່າງໆຄື ການ​ຮ່ວມ​ມື​ທາງ​​ເສດຖະກິດ​ທີ່​ໄດ້​ປຶກສາ​ຫາລື​ຄົ້ນ​ຄວ້າ​​ສະ​ຖາ​ປັດຕະຍະ ກຳ​ການ​ຄ້າ​ພາກພື້ນ,​ ເຄືອ​ຂ່າຍ​ການ​ຜະລິດການ​ລົງທຶນ, ການ​ຮ່ວມ​ມື​ທາງ​​ການ​ເງິນ ​ແລະ ບັນຫາ​ອື່ນໆກ່ຽວ​ກັບ​ການ​ເຊື່ອມ​ໂຍງ, ການ​ເຊື່ອມ​ຈອດ​ທີ່​ໄດ້​ສຸມ​ໃສ່​ປຶ​ກສາ​ຫາລື​ບັນຫາ​ສິ່ງ​ທ້າຍ​ທາຍ ​ແລະ ຄວາມ​ຄາດ​ຫວັງ​ຂອງ​ການ​ເຊື່ອມ​ຈອດ​ອາ​ຊຽນ-ອິນ​ເດຍ, ການ​ຮ່ວມ​ມື​ດ້ານ​ວັດທະນະ​ທຳ- ສັງຄົມ ​ແລະ ການ​ພັດທະນາ​ທີ່​ໄດ້​ປຶກສາ​ຫາລື​ບັນຫາ​ສິ່ງ​ທ້າ​ທາຍ ​ແລະ ກຳນົດ​ກາລະ​ໂອກາດ​ໃນ​ຂົງ​ເຂດ​ທີ່​ພົວພັນ​ເຖິງ​ການ​ຮ່ວມ​ມື​ດ້ານ​ວັດທະນະ​ທຳ-ສັງຄົມ ​ແລະ ການ​ພັດທະນາ.
             ກອງ​ປະຊຸມ​ໂຕະມົນ​ເຄືອ​ຂ່າຍ​ຄັງ​ປັນຍາ​ອາ​ຊຽນ-ອິນ​ເດຍ ໄດ້ລິ​ເລີ່ມຈາກ​ຄວາມ​ຄິດ​ຂອງ​ຄະນະ​ຜູ້​ແທນ​ໃນ​ກອງ​ປະ ຊຸມສຸດ​ຍອດ​ຜູ້​ນຳ​ອາ​ຊຽນ-ອິນ​ເດຍ​ໃນ​ປີ 2009 ​ໂດຍ​ມີ​ຈຸດປະສົງ​ເພື່ອ​ເຊື່ອມ​ໂຍງ​​ຂໍ້​ມູນ​ຂ່າວສານ​ດ້ວຍ​ການ​ຈັດ​ກອງ​ປະຊຸມ​ເພື່ອ​ຄົ້ນ​ຄວ້າ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ, ທັດສະນະ​ຕ່າງໆ ​ແນ​ໃສ່​ສະໜອງ​ຂໍ້​ມູນ​ໃຫ້​ແກ່​ລັດຖະບານ​ຂອງ​ບັນດາ​ປະ​ເທດ​ໃນອາ​ຊຽນ ​ແລະ ອິນ​ເດຍນຳ​ໄປ​ເປັນ​ຂໍ້​ມູນ​​ການວາງ​ນະ​ໂຍບາຍ​​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະ ຫວ່າງ​ອາ​ຊຽນ- ອິນ​ເດຍ​ໃນ​ອະນາຄົດ.ດັ່ງນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າການ​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ຂຶ້ນ​ແມ່ນ​ເວທີ​ສຳຄັນ​ອັນ​ໜຶ່ງ​ທີ່​ປະ ກອບສ່ວນ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ອາ​ຊຽນ ​ແລະ ອິນ​ເດຍ.ກອງ​ປະຊຸມ​ຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7-8 ສິງຫາ 2012 ຢູ່ນີວ​ເດ​ລີ ອິນ​ເດຍ ຊຶ່ງ​ໄດ້​ປຶກສາ​ຫາລື​​ຫລາຍ​ບັນຫາ​ເຊັ່ນ: ​ການ​ຄ້າ-ການ​ລົງທຶນ, ການ​ຊອກ​ຫາ​ກາລະ​ໂອກາດ​ຜ່ານ​ການເຊື່​ອມ​ໂຍງ​​ການ​ບໍລິຫານ ​ແລະ ການ​ລົງທຶນ, ການ​ເຊື່ອມ​ໂຍງ​ທາງ​ເສດຖະກິດ​ລະຫວ່າງ​ອາ​ຊຽນ ​ແລະ ອິນ​ເດຍ,ຍຸດ​ທະ​ສາດ​​ການ​ແກ້​ໄຂ​ສິ່ງ​ທີ່​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ, ການ​ຮ່ວມ​ມື​​ການ​ປົກ​ປ້ອງ​ດ້ານ​ຊີວະ​ນາໆ​ພັນ ​ແລະ ການ​ຜະລິດ​ຢາພື້ນ​ເມືອງ .

No comments:

Post a Comment