Ad

Ad

11 September 2013

ກະຊວງຍຸຕິທຳຈະເພີ່ມການກວດກາປະຕິບັດຫນ້າທີ່ຂອງພະນັກງານຕົນ



            ໜຶ່ງ​ໃນ​ວຽກ​ສຳຄັນ​ຂອງ​ກະຊວງ​ຍຸຕິ​ທຳ ທີ່ຈະ​ສືບ​ຕໍ່​ປະຕິບັດ​ໃຫ້​ມີ​ປະສິດທິພາບ​ໃນ​ຕໍ່ໜ້າ​ແມ່ນການ​ກວດກາ​ປະຕິ ບັດ​ໜ້າ​ທີ່​ຂອງ​ພະນັກງານ ​ເພາະຖ້າ​ພະນັກງານ​ມີ​ຈັນ​ຍາ​ບັນ ​ແລະ ປະຕິບັດ​ໜ້າ​ທີ່ດ້ວຍ​ຄວາມສັດຊື່​ດີ ກໍ​ຈະ​ເຮັດ​ໃຫ້ສັງຄົມ​​ເຊື່ອ​ໝັ້ນ​ຕໍ່ລະບົບຄວາມ​ຍຸຕິ​ທຳ​ຂອງ​ເຮົາ ຫລາຍ​ຂຶ້ນ ​ແລະ ​ໃນ​ໄລຍະ​ຜ່ານ​ມາ,​ກະຊວງ​ຍຸຕິ​ທຳ​ກໍ​ໄດ້​ມີ​ການ​ຍົກຍ້າຍ ​ແລະ ​ໃສ່​ວິ​​ໄນ​ພະນັກງານ​ຫລາຍ​ຄົນທີ່​ມີ​ພຶດຕິ​ກຳການ​ປະພຶດ​ຕົນ​ບໍ່​ເໝາະ​ສົມ ​ແລະ ສ້າງ​ຄວາມ​ເສື່ອມ​ເສຍ​ຕໍ່​ບົດບາດ​ຂອງພະນັກງານ​ລັດ.​
           ທ່ານ ດຣ ຈະ​ເລີ​ນ ​ເຢຍ ປາວ​ເຮີ ລັດຖະມົນ​ຕີ​ວ່າການ​ກະຊວງ​ຍຸຕິ​ທຳ ​​ໃຫ້​ຮູ້​​ເມື່ອ​ບໍ່​ດົນນີ້ວ່າ:​ໃນຕໍ່ໜ້າ​ນີ້ຈະ​ສືບ​ຕໍ່​ເນັ້ນ​ໃສ່​ການສຶກສາ​ອົບຮົມ​ແນວ​ຄິດ​ຂອງ​ພະນັກງານ ​ໂດຍ​ສະພາະ​ແມ່ນ​ຜູ້​ເຮັດໜ້າ​ທີ່​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ​ເຂັ້ມ​ແຂງ, ມີ​ທັດສະນະ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ ​ແນ​ໃສ່​ຮັບ ປະກັນການ​ປະຕິບັດ​ໜ້າ​ທີ່​ໃຫ້​ມີ​​ຈັນ​ຍາ​ບັນ, ວ່ອງ​ໄວ, ຖືກຕ້ອງ, ​ເຂັ້ມງວ​ດ ​ແລະ ສັກສິດ ​​ໂດຍ​ຈະ​ສຸມ​ໃສ່​​ກວດກາ​ການ​ປະຕິບັດ​ໜ​້າ ທີ່​ຂອງ​ພະນັກງານ ​ແລະ ​ເດັດຂາດ​ປະຕິ ບັດ​ວິ​​ໄນ​ຕໍ່​ຜູ້​ມີ​ຄວາມ​ຜິດ ​ເຊັ່ນ:ປະຕິບັດ​ວຽກ​ງານ​ຊັກ​ຊ້າ​ໂດຍ​ບໍ່​ມີ​ເຫດຜົນ, ລະ​ເມີດ​ຄຳ​ສັ່ງ​ຂອງຂັ້ນ​ເທິງ, ສວຍ​ໃຊ້​ອຳນາດ, ໜ້າ​ທີ່, ຕຳ​ແໜ່​ງ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນໂ​ຕ,​ ໃຊ້​ອຳນາດ​ເກີນ​ຂອບ​ເຂດ ລວມ​ໄປ​ເຖິງ​ການ​ປະລະ​ໜ້າ​ທີ່ຕ່າງໆ​​ໂດຍຈະ​ເລີ່​ມຈາກ​ການ​ກ່າວ​ເຕືອນ​ຕາມ​ຄວາມ​ເໝາະ​ສົມ ​​ແລະ ຖ້າ​ຫາກ​ພົບ​ວ່າການ​ກະທຳ​ທີ່​ບໍ່​ດີ​ຄືດັ່ງກ່າວ​ໄດ້ສົ່ງ​ຜົນກະທົບສ້າງ​ຄວາມ​ເສຍ​ຫາຍຕໍ່​ວັດຖຸ, ​ຊັບສີນ​ຂອງ​ບຸກຄົນ​ ຫລື ອົງການ​ຈັດຕັ້ງກໍ​ຈະ​ປະຕິບັດ​ວິ​​ໄນ​ຕາມ​ລະບຽບ​ກົດໝາຍຢ່າງ​ເຂັ້ມງວດ.

            ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸ​ຕິ​ທຳ ​ໃຫ້​ຮູ້​ວ່າ:ພະນັກງານ​ຈັດ​ຕັ້ງປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​ໃນ​ທົ່ວ​ປະ​ເທດ​ປັດຈຸ ບັນ ມີ​ 400 ກວ່າ​ຄົນ,​ ໃນ​ນັ້ນຢູ່​ຂັ້ນ​ແຂວງ​ມີ180 ກວ່າ​ຄົນ, ຂັ້ນ​ເມືອງ 200 ກວ່າ​ຄົນ,​ ແຂວງ​ທີ່​ມີ​ພະນັກງານຫລາຍ​ກວ່າ​ໝູ່​ແມ່ນ​​ນະຄອນຫລວງ​ວຽງ​ຈັນ ​ແລະ ໜ້ອຍ​ກວ່າ​ໝູ່​ຢູ່​ແຂວງ​ບໍ່​ແກ້ວ ແລະ ອຸດົມ​ໄຊ ມີ​ພຽງ 6 ຄົນ ​ເຊິ່ງ​ເຫັນ​ວ່າ​ບໍ່​ພຽງພໍ​ກັບ ຄວາມ​ຮຽກຮ້ອງຕ້ອງການ​ຕົວ​ຈິງຂອງ​ວຽກ​ງານ.
            ປັດຈຸບັນ, ຈຳນວນ​ຄຳ​ຕັດ​ສີນ​ຂອງ​ສານ​ທີ່​ໃຊ້​ໄດ້​ເດັດຂາດພວມ​ຈັດຕັ້ງປະຕິບັດ ​ແລະ ບໍ່​ສາມາດ​ປະຕິບັດ​ໄດ້​ມີ​ທັງ​ໝົດ 11 ພັນ​ກວ່າ​ເລື່ອງ,​ໃນ​ນີ້ຄະ​ດີ​ແພ່ງ​ມີ 4 ພັນ​ກວ່າ​ເລື່ອງ ​ແລະ ຄະດີ​ອາຍາ​ເກືອບ 7 ພັນ​ເລື່ອງ. ​ໃນ​ນັ້ນພວມ​ຈັດຕັ້ງປະຕິບັດ 8 ພັນ​ກວ່າ​ເລື່ອງ,​ເທົ່າ​ກັບ 73% ​ແລະ ຄະດີ​ທີ່​ບໍ່​ສາມາດຈັດຕັ້ງປະ​ຕິບັດມີ​​ເກືອບ 3 ພັນ​ເລື່ອງ ເທົ່າ​ກັບ 23% ຂອງ​ຈຳ ນວນ​ຄຳ​ຕັດ​ສີນ​ຂອງ​ສານ​ທີ່​ໃຊ້​ໄດ້ຢ່າງ​ເດັດຂາດ ໂດຍ​ຄະດີສ່ວນຫລາຍ​ແມ່ນ​ຕັດ​ສີນ​ຖືກ​ຕາມ​ຂັ້ນຕອນ ​ແລະ ມີຈຳນວນໜຶ່ງ​ກໍ​ບໍ່​ປະ ຕິບັດ​ຕາມ​ຂັ້ນຕອນ​ຂອງ​ກົດໝາຍ ​ແລະ ຕ້ອງ​ໄດ້​​ແກ້​ໄຂ​ຄືນ​ໃໝ່.
        ​ລັດຖະມົນຕີກະຊວງ​ຍຸ​ຕິທຳ​ ກ່າວ​ວ່າ: ຜ່ານ​ມາ,​ເຖິງ​ວ່າ​ໄດ້​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​​ການ​ເມືອງ​ແນວ​ຄິດ​ໃຫ້​ພະນັກງານ​ໃນ​ຂົງ​ເຂດ​ຕົນ​ຢ່າງ​ເປັນ​ປົກກະຕິ,​ແຕ່​ຍັງ​ເຫັນ​ວ່າ​ບໍ່​ເລິກ​ເຊິ່ງ ​ແລະ ບໍ່​ຕໍ່​ເນື່ອງ​ເທົ່າ​ທີ່​ຄວນ ຈຶ່ງ​ເຮັດ​ໃຫ້​ຄວາມ​ໜັກ​ແໜ້ນ​ທາງ​​ການ​ເມືອງ, ທັດສະນະ,ທ່າ​ທີ,ຈັນ​ຍາ​ບັນ​ຂອງ​ພະນັກງານ​ຈຳນວນ​ໜຶ່ງ​ຂາດ​ຄວາມ​ຮັບຜິດຊອບ​ປະຕິບັດ​ໜ້າ​ທີ່​ບໍ່​ຖື​ດຕ້ອງ,​ ໂປ່​ງ​​ໃສ, ຂາດ​ນ້ຳ​ໃຈ​ຮັບ​ໃຊ້​ປະຊາຊົນ​ດ້ວຍ​ຄວາມ​ບໍລິສຸດ ​ຈົນ​ເກີດ​ມີ​ຫາງ​ສຽງ​ຈົ່ມ​ວ່າຂອງ​ສັງຄົມ​ຕໍ່​ການ​ປະຕິບັດ​ໜ້າ​ທີ່ຂອງພະນັກງານ​ໃນ​ຫລາຍ​ແງ່​ເປັນຕົ້ນ:ຮັບ​ສີນ​ບົນ,​ ເລືອກ​ປະຕິບັດ, ປະຕິບັດ​ເກີນ​ຂອບ​ເຂດ ​ແລະ ອື່ນໆ​ເຊິ່ງ​ໃນ​ໄລຍະຜ່ານ​ມາ, ກໍ​ໄດ້​ມີ​ການກວດ ກາ ​ແລະ ​​ໃສ່​ວິ​ໄນ​ພະນັກງານ​ຜູ້​ທີ່​ພົບ​ວ່າມີ​ການ​ປະຕິບັດ​ໜ້າ​ທີ່ບໍ່​​ເໝາະ​ສົມໂດຍ​ການ​ສຳ​ຫລວດ, ສຶກສາ​ອົບຮົມ ​ແລະ ສັບຊ້ອນ​ໄປ​ຮັບ​ໜ້າ​ທີ່​ໃໝ່​ຫລາຍ​ຄົນ, ​ແຕ່​ໂດຍ​ລວມ​ແລ້ວ​ເຫັນ​ວ່າ​ຍັງ​ມີ​ລັກສະນະ​ເບົາບາງຢູ່.

No comments:

Post a Comment