Ad

Ad

5 September 2013

ຄົ້ນຄວ້າວິທະຍາສາດ-ສັງຄົມມີສ່ວນສຳຄັນຕໍ່ການພັດທະນາປະເທດໃຫ້ຍືນຍົງ



ໃນວັນທີ 4 ກັນຍານີ້, ຢູ່ ຫ້ອງວ່າການສູນກາງພັກໄດ້ມີ ກອງປະຊຸມຂອງສະພາວິທະ ຍາສາດ-ສັງຄົມແຫ່ງຊາດພາຍ ໃຕ້ຫົວຂໍ້ເພີ່ມທະວີບົດບາດການຄົ້ນຄວ້າວິທະຍາ ສາດ-ສັງຄົມ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ກຳມະການກົມ ການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ທ່ານ ເຈືອງ ສົມ ບູນຂັນ ເລຂາທິການສູນກາ ງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ F ປະທານສະພາວິທະຍາສາດ-ສັງຄົມແຫ່ງຊາດ, ມີບັນດາສະ ມາຊິກສະພາ ວິທະຍາສາດ- ສັງຄົມແຫ່ງຊາດ ແລະ ນັກຄົ້ນຄວ້າຈາກບັນດາກະ ຊວງ, ອົງການອ້ອມຂ້າງສູນກາງເຂົ້າຮ່ວມ.
           ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ກ່າວວ່າ:ການພັດທະນາປະ ເທດຊາດບໍ່ພຽງແຕ່ດຳເນີນໄປບົນພື້ນຖານ ວິທະຍາສາດຕາມທິດພັດທະນາແບບຍືນຍົງເທົ່ານັ້ນ, ຕ້ອງດຳເນີນໄປໃນເງື່ອນໄຂ ທີ່ສະພາບແວດລ້ອມສາກົນ ແລະ ພາຍໃນ ປະເທດມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຫລາຍປະການ, ສະນັ້ນການເພີ່ມທະວີ ການຄົ້ນຄວ້າທິດສະດີວິທະຍາສາດ- ສັງ ຄົມຈິ່ງຈຳເປັນຢ່າງຍິ່ງເພື່ອເຮັດໃຫ້ວຽກງານດັ່ງກ່າວມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ,ຕອບ ສະໜອງຕາມຄວາມຮຽກຮ້ອງຕ້ອງ ການໃນໄລຍະໃໝ່ຕາມທິດພັດທະນາແບບຍືນຍົງ. ພ້ອມນັ້ນ ຕ້ອງຮັບຮູ້ເຂົ້າໃຈ
ແລະ ກຳແໜ້ນ ວ່າໃນການສ້າງສາພັດທະນາເທດຊາດ ຕ້ອງດຳເນີນບົນພື້ນຖານວິທະຍາສາດຊຶ່ງມັນຮຽກຮ້ອງໃຫ້ມີການຄົ້ນ ຄວ້າດ້ານດັ່ງກ່າວຢ່າງແຂງແຮງ; ການ ຄົ້ນຄວ້າທິດສະດີ, ວິທະຍາສາດ-ສັງຄົມ ຕ້ອງຕິດພັນກັບພຶດຕິກຳ, ຖືພຶດຕິກຳເປັນໄມ້ ຫລາວັດແທກສັດຈະທຳ, ວັດແທກ ຄວາມຖືກຕ້ອງຂອງທິດສະດີ; ໄປພ້ອມກັບການດຳເນີນຫົວຂໍ້ຄົ້ນຄວ້າຕ່າງໆຕ້ອງຈັດຕັ້ງ ການສຳມະນາວິທະຍາສາດເປັນປະ ຈຳໂດຍລົງເລິກບັນຫາທີ່ເປັນຈຸດສຸມຂອງການພັດທະນາ;ສະພາວິທະຍາສາດ- ສັງຄົມ ແຫ່ງຊາດຕ້ອງເອົາໃຈໃສ່ຕື່ມອີກຕໍ່ການ ຄົ້ນຄວ້າສະໜອງຂໍ້ມູນຂ່າວສານວິທະຍາສາດແກ່ສູນກາງພັກ ແລະ ລັດຖະບານດ້ວຍ ຮູບການຕ່າງໆທີ່ເໝາະສົມ. ທັງນີ້ກໍເພື່ອ ເປັນບ່ອນອີງໃນການວາງແນວທາງນະໂຍບາຍພັດທະນາປະເທດຕາມທິດວິທະຍາສາດ ແລະ ຍືນຍົງ; ຕ້ອງເອົາໃຈໃສ່ປັບປຸງ ກົນໄກ, ລະບອບແບບແຜນການຄົ້ນຄວ້າວິທະຍາສາດໃຫ້ສອດຄ່ອງ, ຮັບປະກັນລັກສະນະ ປະຫວັດສາດ, ຮັບປະກັນການ ປະສານສົມທົບຢ່າງກົມ ກຽວລະຫວ່າງອົງການ ແລະ ສະຖາບັນຕ່າງໆ, ທັງຮັບປະກັນການຄຸ້ມ ຄອງຢ່າງລວມສູນ ແລະ ມອບ ໃຫ້ສະພາວິທະຍາສາດ-ສັງຄົມແຫ່ງຊາດສົບທົບກັບກະຊວງ, ອົງການທີ່ກ່ຽວຂ້ອງຄົ້ນຄວ້າ ເພື່ອສະເໜີສູນກາງພັກ ແລະ ລັດ ຖະບານພິຈາລະນາວາງນະໂຍບາຍສອດຄ່ອງເໝາະສົມຕໍ່ການຄົ້ນຄວ້າວິທະຍາ ສາດເວົ້າລວມ, ເວົ້າສະເພາະຕໍ່ຂົງເຂດການຄົ້ນ ຄວ້າທິດສະດີ, ວິທະຍາສາດ-ສັງຄົມ.

No comments:

Post a Comment