Ad

Ad

6 September 2013

ຈຳປາສັກ 3 ເດືອນ ມີຜູ້ເຂົ້າປິ່ນປົວ-ບຳບັດຢາເສບຕິດ 100 ກວ່າຄົນ



      ເພື່ອກອບກູ້ເອົາຊີວິດຜູ້ທີ່ໄດ້ຮັບຜົນກະທົບຈາກຢາເສບຕິດໃຫ້ກັບຄືນສູ່ສະພາບປົກກະຕິກາຍເປັນພົນລະເມືອງດີ, ມີສຸ ຂະພາບສົມບູນ, ສາມາດປະກອບສ່ວນເຂົ້າໃຈການພັດທະນາເສດຖະກິດ-ສັງຄົມ. ໃນໄລຍະ 3 ເດືອນຜ່ານມານີ້, ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດແຂວງຈຳປາສັກ ໄດ້ຮັບເອົາຜູ້ຕິດຢາເສບຕິດຈາກການມອບສົ່ງຂອງເຈົ້າໜ້າທີ່ຕຳຫຼວດ, ຈາກການຝາກຂອງຄອບຄົວ ແລະ ຈາກການສະໝັກໃຈຂອງຜູ້ຕິດຢາເສບຕິດເອງຈຳນວນ 122 ຄົນ, ຍິງ 10 ຄົນ, ໃນນັ້ນ ຕິດຢາບ້າ 102 ຄົນ, ຍິງ 10 ຄົນ, ຕິດກັນຊາ 5 ຄົນ, ຕິດເຫລົ້າ 15 ຄົນ ເຊິ່ງນອກ ຈາກການປິ່ນປົວ-ຖອນພິດດ້ວຍ ຢາແລ້ວ, ທາງສູນດັ່ງກ່າວຍັງໄດ້ຈັດຕັ້ງການສຶກສາອົບຮົມ ເພື່ອໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈເຖິງລະບຽບກົດໝາຍ, ນິຕິກຳຕ່າງໆທີ່ພົວພັນ ກັບຢາເສບຕິດ ແລະ ໃຫ້ເຫັນໄດ້ພິດໄພຄວາມອັນຕະລາຍທີ່ເກີດມາຈາກຢາເສບຕິດ, ຈາກນັ້ນກໍໄດ້ນຳພາການເຄື່ອນໄຫວ ກິດຈະກຳຕ່າງໆເຊັ່ນ: ການແຂ່ງຂັນກິລາ, ການສະແດງລະຄອນ, ສິນລະປະ, ການຫັດກາຍະບໍລິຫານ, ການຈັດກຸ່ມຄົ້ນຄວ້າ ສົນທະນາເພື່ອປ້ອງກັນການກັບໄປເສບຢາຄືນໃໝ່. ສຳລັບຜູ້ທີ່ມີອາການຊ່ວງເຊົາຫາຍດີເປັນປົກກະຕິແລ້ວກໍໄດ້ຈັດຕັ້ງການ ເຝິກວິຊາ ຊີບໃນເບື້ອງຕົ້ນໂດຍຈັດຕັ້ງການສິດສອນໃຫ້ຄວາມຮູ້ ແລະ ນຳພາເຝິກແອບເຮັດສາທິດເປັນຕົ້ນວິຊາເພາະພັນປາ,
ການລ້ຽງປາ, ລ້ຽງກົບ, ລ້ຽງສັດປີກອື່ນໆ, ການປູກຝັງ, ກ້າເບ້ຍໄມ້, ຕັດຕໍ່ກິ່ງງ່າ, ການແກະສະຫລັກໄມ້, ການຈັກສານ, ການ ຕົບແຕ່ງເຟີນີເຈີ. ທັງນີ້ກໍເພື່ອໃຫ້ຜູ້ອອກຢາເສບ ຕິດສາມາດກັບເຂົ້າສູ່ສັງຄົມໄດ້ຢ່າງປົກກະຕິ, ຫາລ້ຽງກຸ້ມຕົນເອງໄດ້. ຂ່າວຍັງ ໃຫ້ຮູ້ຕື່ມອີກວ່າ: ໃນ 6 ເດືອນຕົ້ນປີນີ້ ສູນດັ່ງກ່າວຍັງສາມາດປິ່ນປົວຜູ້ຕິດຢາເສບຕິດດີ ແລະ ສົ່ງກັບຄືນທ້ອງຖິ່ນຈຳນວນ 300 ກວ່າຄົນ ໂດຍມອບໃຫ້ຜູ້ປົກຄອງພໍ່-ແມ່ ແລະ ອຳນາດການປົກຄອງສືບຕໍ່ຕິດຕາມຊ່ວຍເຫລືອ, ໃຫ້ຄຳແນະນຳ, ຄຳ ປຶກສາ ແລະ ຊອກວຽກເຮັດງານທຳເພື່ອໃຫ້ຜູ້ອອກຢາເສບຕິດເຫລົ່ານັ້ນມີຊີວິດການເປັນຢູ່ຢ່າງເປັນປົກກະຕິ, ແຕ່ຖ້າຜູ້ທີ່ ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນຫາ 1 ປີ ແລະ ຈະຖືກປັບໄໝ ຕາມມາດຕາ 76 ຂອງ ກົດໝາຍວ່າດ້ວຍຢາເສບຕິດ.

No comments:

Post a Comment