Ad

Ad

6 September 2013

ບັນຫາທີ່ຄົນສິນສົນໃຈ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ໃນວັນທີ 30 ສິງຫາຜ່ານມາໝາດໆນີ້, ຈານແຍ່ໄດ້ຮັບໂຊກ ສອງຊັ້ນ ຄືໄດ້ແລກປ່ຽນບົດຮຽນ ເລື່ອງການຂີດໆຂຽນໆ ແລະ ຕໍ່ ໃສ່ໂຊກທີສອງ ຄືພາເຂົ້າສັງສັນ ອີ່ມເຕັມ ທັງພາກແລກປ່ຽນຄຳ ຄິດ ແລະ ພາກອີ່ມເຕັມນັ້ນມີຂຶ້ນ ເນື່ອງໃນໂອກາດ ໜັງສືພິມວຽງຈັນໃໝ່ມີອາຍຸໄດ້ 38 ປີ ໂດຍການ ເປັນເຈົ້າພາບຂອງ ບ.ກ ໃຫຍ່ ແລະ ຄະນະນຳຂອງໜັງສືພິມດັ່ງກ່າວ. ນອກຈາກບົດຫວນຄືນຄວາມເປັນມາຂອງໜັງສືພິມ ແລະ ຄຳເຫັນທີ່ມີລັກສະນະຊີ້ທິດເຍືອງທາງຈາກການນຳຂອງນະຄອນ ຫລວງແລ້ວ, ກໍມີຄຳເຫັນ ເພື່ອຄວາມກະຈ່າງແຈ້ງຈາກຕົວ ແທນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ແຕ່ທີ່ຈານແຍ່ເຫັນວ່າເຜັດມັນຄັນລີ້ນນັ້ນ ແມ່ນຄຳເຫັນແບບເດັດໆຈາກເຫລົ່າສິລະປິນ, ເຈົ້າບົດຄວາມ, ເລື່ອງກ້ອມ, ມືກາຕູນ ທີ່ມີພູດຄວາມຮັບຜິດຊອບໃນຂະບວນວິວັດຂອງໜັງສືພິມວຽງຈັນໃໝ່. ຕໍ່ໄປແມ່ນບາງຈຸດຂອງການສົນທະນາທີ່ກິນໃຈຈານ ແຍ່ເປັນພິເສດອັນທີໜຶ່ງແມ່ນຄວາມຈຳເປັນທີ່ວຽງຈັນໃໝ່ ກໍຄືໜັງສືພິມສະບັບອື່ນໆຕ້ອງມີບັນນາທິການຝ່າຍສິນດ້ານພາສາ ໂດຍສະເພາະ ເພື່ອຮັບປະກັນລົດຊາດ ແລະ ເນື້ອແທ້ຂອງວັນນະຄະດີ ເພາະຖ້າເອົາຄົນທີ່ຮູ້ພາສາແຕ່ໃນລັກສະນະວິທະຍາ ສາດ, ແຕ່ຂາດລັກສະນະສິນໄປກວດບົດປະພັນ, ບົດກະວີ, ບົດທີ່ມີເນື້ອໃນວັນນະຄະດີມັນຈະເປັນການສ່ຽງ. ບ.ກ ສິນ ບໍ່ ພຽງແຕ່ຮູ້ພາສາສິນ, ແຕ່ຍັງຕ້ອງຮູ້ອາລົມຈິດຂອງເຈົ້າຂອງບົດນຳອີກ. ສົມມຸດວ່າ: ມີບາງທ່ອນຂອງກະວີເວົ້າວ່າ: “ຂ່າວຄໍ່ກັ້ງ ຊິວສ້ອຍລ່ອງລອຍ” ເພື່ອໃຫ້ເຫັນພາບຂອງແມ່ນ້ຳລຳທານທີ່ໃສງາມມີປາຂາວ, ປາຄໍ່, ປາກັ້ງ, ປາຊິວ ແລະ ປາສ້ອຍລ່ອງ ລອຍ, ແຕ່ນັກປະພັນເອງພັດບໍ່ໃສ່ຄຳວ່າ: “ປາ” ເພາະເຊື່ອວ່າຜູ້ອ່ານຄົງເຂົ້າໃຈວ່າ: ເວົ້າເລື່ອງປາ. ຜູ້ກວດແກ້ພາສາສິນທີ່ຮູ້ພາ
ສາໃນແງ່ເຕັກນິກກໍອາດຈະເອົາຄຳວ່າ: “ປາ” ໄປຕື່ມໃສ່ໝົດ ອັນພາໃຫ້ຄວາມຄ່ອງ-ຄວາມສຳຜັດຂອງກອນເສຍໄປ. ນັກຂຽນ ໃຫຍ່ທ່ານໜຶ່ງເຄີຍຈົ່ມບູດຈົ່ມເນົ່າວ່າ: ຜູ້ກວດແກ້ປ່ຽນຄຳວ່າ: “ຜັກຂົມ” ໃນບົດຂອງເຂົາເປັນ “ຜັກຫົມ” ເພາະວ່າຜູ້ກວດກາ ແກ້ຄົນນັ້ນອາດບໍ່ເຄີຍກິນແກງຜັກດາງຂົມຈັກເທື່ອ. ດັ່ງນັ້ນຜູ້ກວດແກ້ແຕ່ລະຄົນຕ້ອງຄິດໃຫ້ຄັກວ່າ: ຄຳເວົ້າທີ່ຕົນຈະຂີດ ຫລື ຈະແປງນັ້ນແມ່ນສຳນວນ, ແມ່ນພາບພົດ ຫລື ພາສາປຸງແຕ່ງ, ບໍ່ຊັ້ນກໍຈະເປັນການທຳລາຍລົດຊາດຂອງສິນໄປໃນຕົວ.
    ອີກຄຳເຫັນໜຶ່ງນັ້ນເຕືອນໃຫ້ໜັງສືພິມເອົາໃຈໃສ່ກັບເນື້ອໃນໂຄສະນາ, ເນື້ອໃນແຈ້ງຂ່າວ, ປະຊາສຳພັນທີ່ບຸກຄົນ, ຫ້າງ ຮ້ານ ແລະ ຜູ້ປະກອບການມາຊື້ການບໍລິການໃຫ້ພິມລົງໃນໜ້າໜັງສືພິມ ເພາະຜ່ານມາເຫັນວ່າໜັງສືພິມຫລາຍສະບັບຍັງລະ ເຫລີງ, ເຫັນວ່າເຂົາຈ່າຍຕາມອັດຕາແລ້ວກໍລົງພິມໃຫ້ໂດຍບໍ່ໄດ້ກວດເນື້ອໃນ ແລະ ພາສາ ແລະ ບໍ່ໄດ້ກວດເບິ່ງທີ່ມາທີ່ໄປຂອງ ບໍລິສັດ, ຫ້າງຮ້ານທີ່ກ່ຽວຂ້ອງ. ຕາມສັງເກດ, ພາສາທີ່ໃຊ້ໃນພາກສ່ວນບໍລິການໂຄສະນານັ້ນຈຳນວນບໍ່ໜ້ອຍມີລັກສະນະ ຊອດ-ຊີດ, ບໍ່ແມ່ນຄຳເວົ້າທີ່ສັງຄົມເຮົາໃຊ້, ການລົງໂຄສະນາຂອງບາງພາກສ່ວນອາດແມ່ນເພື່ອໃຫ້ໄດ້ປຽບໃນບັນຫາຂັດແຍ່ງ.
    ອີກບັນຫາໜຶ່ງທີ່ຍົກຂຶ້ນມາແລກປ່ຽນກັນໃນມື້ນັ້ນກໍແມ່ນບົດບາດຂອງໜັງສືພິມ ເພື່ອສ້າງຜູ້ສືບທອດຄໍລຳທີ່ຫລາຍຄົນຕິດ ໃຈອ່ານ ເຊັ່ນເມື່ອມີນັກຂຽນ “ແນວລາວ” 1 ແລ້ວຕໍ່ໄປກໍຕ້ອງສ້າງ ແນວລາວ 2, ແນວລາວ 3..., ຊຽງເອງ 1, ຊຽງເອງ 2, ຊຽງ ເອງ 3, 4, 5... ຕໍ່ມາຜູ້ສະເໜີງວາກມາຫາຈານແຍ່ ແລະ ວ່າ: ຕໍ່ໄປຄວນມີຈານແຍ່ 2, 3, 4... ເພື່ອສືບທອດໃນການ ຂຽນຄໍລຳດັ່ງກ່າວຕໍ່ໄປ. ອັນນີ້ເວົ້າອີກກໍຖືກອີກ.

No comments:

Post a Comment