Ad

Ad

6 September 2013

ພິພາກສາປະຫານຊີວິດຜູ້ຄ້າຢາເສບຕິດລາຍໃຫຍ່



           ໃນວັນທີ 5 ກັນຍານີ້, ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດລາຍ ໃຫຍ່ 2 ຄົນຄື ທ້າວ ສອນ ໄຊຍະລາດ ອາຍຸ 29 ປີ ອາຊີບພະນັກງານຢູ່ບ້ານໂພນຕ້ອງສະຫວາດ ແລະ ນາງ ມົນ ທິບພະວົງ ອາຍຸ 23 ປີ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງທັງສອງໄດ້ຮ່ວມກັນຄ້າຢາເສບຕິດ ແລະ ຖືກທາງເຈົ້າໜ້າທີ່ ຈັບມາດຳເນີນຄະດີ ໄດ້ໃນວັນທີ 6 ມີນາ 2011 ພ້ອມຂອງກາງຢາບ້າໄວ້ໃນຄອບຄອງຈຳນວນ 15 ມັດ. ຜ່ານການຄົ້ນຄວ້າບັນ ດາຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ, ສານຂັ້ນຕົ້ນນະ ຄອນຫຼວງວຽງຈັນ ໄດ້ຕັດສິນໃຫ້ ທ້າວ ສອນ ໄຊຍະລາດ ແລະ ນາງ ມົນ ທິບພະວົງ ໄດ້ຮັບການລົງໂທດປະຫານຊີວິດຕາມ ລະບຽບກົດໝາຍ.
              ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງວ່າຈະມີການຕິດຕໍ່ຊື້ຂາຍຢາເສບຕິດຢູ່ເຂດຕໍ່ໜ້າມະຫາວິທະຍາໄລແຫ່ງ ຊາດຈາກພົນລະເມືອງດີ, ເຈົ້າໜ້າທີ່ຈຶ່ງໄດ້ຮີບຮ້ອນລົງໄປເຂດສະຖານທີ່ດັ່ງກ່າວເພື່ອຕິດຕາມ ແລະ ໄດ້ພົບເຫັນລົດເກງ BYD ໝາຍເລກທະບຽນ 1832, ພ້ອມທັງລົດກະບະວີໂກ້ທີ່ເປັນລົດຕ້ອງສົງໄສຂັບຂີ່ມາຈອດຢູ່ເຂດດັ່ງກ່າວ. ຈາກນັ້ນກໍ ໄດ້ພົບເຫັນນາງມົນ ແລະ ທ້າວ ສອນ ຫິ້ວເອົາຖົງສີດຳລົງມາຈາກລົດກ່ອນທີ່ເຈົ້າໜ້າທີ່ຈະສະແດງຕົນຈັບກຸມ ແລະ ພົບຂອງ ກາງຢາບ້າຈຳນວນ 15 ມັດ ຈຶ່ງໄດ້ກັກຜູ້ຕ້ອງສົງໄສເພື່ອດຳເນີນຄະດີ.

No comments:

Post a Comment