Ad

Ad

6 September 2013

ຄົນລາວບໍ່ຂ້າຄົນລາວ



           “ຄົນລາວບໍ່ຂ້າຄົນລາວ” ແມ່ນຄຳເວົ້າຕອນໜຶ່ງຂອງທ່ານ ດຣ ພູຂົງ ໂຈມ ມາລາ ຮອງອຳ ນວຍການໂຮງງານຜະລິດຢາ ເລກ 3 ໃນເວລາໃຫ້ສຳພາດນັກ ຂ່າວ ໜັງສືພີມລາວພັດທະນາ ເຊິ່ງຄຳເວົ້າດັ່ງກ່າວທ່ານຕ້ອງການປຽບທຽບໃຫ້ພວກເຮົາ ເຫັນ ວ່າ:ຜະລິດຕະພັນຢາທີ່ຜະລິດຢູ່ ລາວກັບຢາທີ່ຜະລິດຈາກຕ່າງປະເທດແມ່ນມີ ຄຸນນະພາບໃນການ ປິ່ນປົວດີຄືກັນ.
         ທ່ານດຣ ພູຂົງ ໄດ້ສະແດງອາການຜ່ານສີໜ້າແຈ່ມໃສພ້ອມ ທັງຍີ້ມແບບ ເບົາໆ ເມື່ອເວລານັກຂ່າວຖາມວ່າ:ຄົນສ່ວນ ໃຫຍ່ໃ ສັງຄົມມີແນວຄິດວ່າຢາທີ່ນ ຳເຂົ້າຈາກຕ່າງປະເທດດີກວ່າຢາລາວ, ສະນັ້ນ ຢາທີ່ຜະລິດຢູ່ລາວກັບຢາຜະ ລິດຢູ່ຕ່າງປະ ເທດມີຄຸນນະພາບຫລຸດລື່ນກັນໜ້ອຍຫລາຍສ່ຳໃດ? ທ່ານຕອບວ່າ:ຄວາມຈິງແລ້ວ, ຢາທີ່ຜະລິດຢູ່ລາວ ຫລື ຜະລິດຢູ່ຕ່າງປະ ເທດແມ່ນມີຄຸນນະພາບຄືກັນ, ປິ່ນປົວໄດ້ຄືກັນເພາະ ວ່າໄດ້ນຳໃຊ້ເຄມີ, ວັດຖຸດິບ ແລະ ສູດກຳມະວິທີການຜະລິດອັນດຽວກັນ ພາຍໃຕ້ຈັນຍາບັນ ແລະ ມາດຕະຖານການແພດສາ ກົນກຳນົດໄວ້, ແຕ່ສິ່ງທີ່ພວກເຮົາເຫັນແຈ້ງວ່າມັນມີຄວາມແຕກຕ່າງກັນ ນັ້ນກໍອາດແມ່ນການຫຸ້ມຫໍ່, ສີສັນງາມກວ່າ ແລະ
ອົງປະກອບອື່ນໆ ເຊັ່ນ:ອາຄານໂຮງງານ ແລະ ເຄື່ອງຈັກການຜະລິດຂອງເຂົາເຈົ້າແມ່ນມີຄວາມທັນສະໄໝກວ່າຂອງພວກ ເຮົາເທົ່ານັ້ນ ແລະ ສ່ວນຄວາມເຂົ້າໃຈວ່າຢາລາວບໍ່ດີຄືກັບຢາຈາກຕ່າງປະ ເທດນັ້ນເປັນພຽງຄວາມຄິດຂອງບຸກຄົນບາງສ່ວນ.
         ທ່ານອະທິບາຍວ່າ:ນັບແຕ່ ມື້ສ້າງຕັ້ງໂຮງງານຜະລິດຢາເລກ 3 ເປັນຕົ້ນມາ, ສິ່ງໜຶ່ງທີ່ຜູ້ບໍລິຫານ ແລະ ພະນັກງານຂອງ ໂຮງງານແຫ່ງນີ້ຕ້ອງຄຳນຶງຢູ່ຕະຫລອດເວລານັ້ນກໍຄືຕ້ອງເອົາໃຈໃສ່ຜະລິດຢາທີ່ມີຄຸນນະພາບ ແລະ ພັດທະນາຜະລິດຕະພັນ ໃຫ້ມີຄວາມຫລາກຫລາຍເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມໃນການປິ່ນປົວຢ່າງມີປະສິດທິຜົນ. ໃນຊຸມປີ 1986-1990,ໂຮງງານພວກເຮົາຜະລິດຢາໄດ້ພຽງສີບ ກວ່າຊະນິດເທົ່ານັ້ນ,ແຕ່ມາຮອດ ປັດຈຸບັນແມ່ນຜະລິດໄດ້ຫລາຍກວ່າ 100 ຊະນິດ,ໃນນີ້ມີຢາ ແລະ ຊາພື້ນເມືອງ 10 ກວ່າຊະນິດແລະ ສ່ວນທີ່ເຫລືອແມ່ນປະເພດຢາສັກ (ເຊໂລມ) ຜະລິດໄດ້ ຫລາຍກວ່າ 9 ແສນຖົງ, ຢາຫລອດ 3,8 ລ້ານ ລອດ,ຢາເມັດ 183 ລ້ານກວ່າ ເມັດ,ຢານ້ຳເຊື່ອມ 520 ພັນກວດ ແລະ ຢາໃຊ້ ສຳລັບພາຍນອກ 4 ແສນ ກວ່າກວດຕໍ່ປີ ເຊິ່ງຖືວ່າສາ ມາດຕອບສະໜອງຄວາມຕ້ອງ ການຂອງສັງຄົມໄດ້ເປັນສ່ວນໃຫຍ່ ໂດຍສະເພາະກໍແມ່ນວົງການແພດຢູ່ປະເທດເຮົາໄດ້ເປັນຢ່າງດີ, ຜະລິດຕະພັນສ່ວນໃຫຍ່ກໍແມ່ນຈຳໜ່າຍຢູ່ພາຍໃນປະເທດ ເປັນຕົ້ນຕໍ. ແຕ່ແນວໃດກໍຕາມໄປຄຽງຄູ່ກັບຜົນສຳເລັດໃນການຄົ້ນຄວ້າ, ວິໄຈ ແລະ ພັດທະນາຄືດັ່ງກ່າວມານັ້ນ, ໂຮງງານ ພວກເຮົາຍັງຈະຕ້ອງໄດ້ເອົາໃຈໃສ່ບຸກບືນປັບປຸງຕົນເອງຫລາຍກວ່າເກົ່າເພື່ອໃຫ້ມີຄຸນນະພາບຢ່າງຮອບດ້ານ, ໂດຍສະເພາະໄດ້ ຕັ້ງເປົ້າໝາຍໃຫຍ່ໄວ້ຄືການໄດ້ຮັບຢັ້ງຢືນມາດຕະຖານສາກົນ GMP ໂດຍມີແຜນຮ່ວມມືກັບໂຮງງານຜະລິດຢາຢູ່ ສປ ຈີນ ໃນການປັບປຸງຂະຫຍາຍລະບົບຕຶກອາຄານຂອງໂຮງງານ,ໂຄງສ້າງການຈັດຕັ້ງ ແລະ ບຸກຄະລາກອນເພື່ອໃຫ້ແທດເໝາະຕາມ ເງື່ອນໄຂມາດຕະຖານດັ່ງກ່າວ ຊຶ່ງກ່ອນໜ້ານີ້ພວກເຮົາກໍໄດ້ຮັບໃບຢັ້ງຢືນມາດຕະຖານການຄຸ້ມຄອງບໍລິຫານ ISO:9001- 2008 ແລະ ຖ້າພວກເຮົາໄດ້ຮັບໃບຢັ້ງຢືນ GPM ແລ້ວ ກໍຈະສາມາດນຳຜະລິດຕະພັນໄປຈຳໜ່າຍໃນຕະຫລາດສາກົນໄດ້ ໂດຍສະເພາະການກ້າວສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015 ເພື່ອຈະກາຍເປັນພື້ນຖານການຜະລິດ ແລະ ຕະຫລາດຈຳ ໜ່າຍໜຶ່ງດຽວຂອງ 10 ປະເທດອາຊຽນ. ສະນັ້ນ ທຸກໆຜະລິດຕະພັນສີນຄ້າ, ການບໍລິການຕ່າງໆແມ່ນຕ້ອງມີຄຸນນະພາບດີ ຈຶ່ງຈະສາມາດແຂ່ງຂັນ ແລະ ຢືນຢູ່ລອດໄດ້.
         ທ່ານ ດຣ ພູຂົງ ກ່າວວ່າ: ປັດຈຸບັນຢູ່ປະເທດເຮົາມີໂຮງງານຜະລິດຢາທັງໝົດ 7 ແຫ່ງ, ມີປະລິມານການສະໜອງຢາ ກວມ ປະມານ 45%,ສ່ວນທີ່ເຫລືອແມ່ນ ຢາທີ່ໄດ້ຮັບການຊ່ວຍເຫລືອຈາກ ອົງການຈັດຕັ້ງສາກົນຕ່າງໆ ແລະ ຢານຳເຂົ້າໂດຍ ກົງຈາກຕ່າງປະເທດ. ເຖິງວ່າປະລິມານການສະໜອງຢາຂອງໂຮງງານຜະລິດຢູ່ພາຍໃນປະເທດຍັງບໍ່ຫລາຍ, ແຕ່ການປິ່ນປົວຢູ່ ຕາມໂຮງໝໍຕ່າງໆໃນຂອບເຂດທົ່ວປະເທດສ່ວນຫລາຍກໍຍັງນຳໃຊ້ຢາຜະລິດຢູ່ພາຍໃນປະເທດຈົນສາມາດຮັບປະກັນໄດ້ໃນ ການປິ່ນປົວສຸຂະພາບ ແລະ ຊ່ວຍກອບກູ້ເອົາຊີວິດຂອງຜູ້ເປັນໂລກໄພໄຂ້ເຈັບຕ່າງໆມາແລ້ວເປັນຈຳນວນບໍ່ໜ້ອຍ. ສະນັ້ນ ຈຶ່ງຂໍໃຫ້ສັງຄົມເຊື່ອໝັ້ນວ່າຜະລິດຕະພັນຢາລາວແມ່ນມີຄຸນນະພາບດີບໍ່ນ້ອຍໜ້າປະເທດອື່ນໃນໂລກ.
         ສຳລັບໂຮງງານຜະລິດຢາເລກ 3 ສ້າງຕັ້ງໃນປີ 1984-1986 ໂດຍລັດຖະບານຍີປຸ່ນເປັນຜູ້ຊ່ວຍເຫລືອໃນມູນຄ່າ 1745 ລ້ານເຢັນ (ສະກຸນເງິນຍີ່ປຸ່ນ) ເພື່ອມອບເປັນຂອງຂວັນ ແລະ ສັນຍະລັກແຫ່ງມິດຕະພາບລາວ-ຍີປຸ່ນ ໃຫ້ລັດຖະ ບານລາວໃນເບື້ອງຕົ້ນໂຮງງານດັ່ງກ່າວມີໜ້າທີ່ຄົ້ນຄວ້າກ່ຽວກັບຕົ້ນໄມ້ເປັນຢາເພື່ອຜະລິດເປັນຍາພື້ນຖານເພື່ອປະກອບສ່ວນ ຮັກສາສຸຂະພາບຂອງປະຊາຊົນຕາມນະໂຍບາຍຂອງພັກ ແລະ ລັດຖະບານ ແລະ ພາຍຫລັງພັກ-ລັດຖະບານໄດ້ມີແນວທາງ ປ່ຽນແປງໃໝ່ຈຶ່ງໄດ້ຫັນເປັນທຸລະກິດ ແລະ ປ່ຽນຊື່ມາເປັນລັດວິສາຫະກິດໂຮງງານຜະລິດຢາເລກ 3 ຈົນຮອດປັດຈຸບັນ.

No comments:

Post a Comment