Ad

Ad

9 September 2013

ລາວ-ສ.ເກົາຫລີ ຫາລືການພັດທະນາສີມືແຮງງານລາວ



   ໃນວັນທີ 4 ກັນຍາ ຢູ່ໂຮງ ແຮມລາວພລາຊາ ນະຄອນຫລວງວຽງຈັນ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມປຶກສາຫາລືກັບສະມາ ຄົມວິສະວະກອນ ແລະ ສະຖາບັນພັດທະນາຊັບພະຍາ ກອນມະນຸດ ສ.ເກົາຫລີ ເພື່ອ ແນໃສ່ພັດທະນາສີມືແຮງງານລາວໃຫ້ໄດ້ມາດຕະຖານໂດຍການເປັນປະທານ ຮ່ວມຂອງທ່ານ ພູວັນ ຈັນທະວົງ ຫົວ ໜ້າກົມພັດ ທະນາສີມືແຮງງານ ແລະ ຈັດຫາ ງານກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ແລະ ທ່ານ ດຣ. ນາງ ຊອນ ແບວົນ ຊ່ຽວ ຊານດ້ານມາດຕະຖານອາຊີບ ແລະ ພັດທະນາສີມືແຮງງານສະ ຖາບັນພັດທະນາຊັບພະຍາກອນມະນຸດ ສ.ເກົາ ຫລີ, ມີປະທານສະ ມາຄົມວິສະວະກອນ ສ.ເກົາຫລີ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.
    ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນແລກປ່ຽນບົດຮຽນ ແລະ ທົບທວນຄືນການຈັດຕັ້ງການວິເຄາະຂໍ້ມູນ
ທີ່ເກັບກຳ ໄດ້ຈາກມະຫາວິທະຍາໄລ, ໂຮງຮຽນ, ສະຖາບັນການເຝິກອົບຮົມ, ສະມາຄົມ, ບໍລິສັດ, ສຳນັກງານ, ອົງການ ແລະ ອື່ນໆທີ່ຊີ້ ໃຫ້ເຫັນສິ່ງທີ່ສັງຄົມຕ້ອງການຢາກໃຫ້ສີມືແຮງງານລາວກ້າວໄປສູ່ມາດຕະຖານເພື່ອເຮັດໃຫ້ຂະແໜງເຕັກໂນໂລຊີ (ICT) ເປັນຂະແໜງທີ່ເຂັ້ມແຂງ ແລະ ເປັນ ກຳລັງຍູ້ແຮງຂະແໜງການອື່ນໆທີ່ປິ່ນອ້ອມໃຫ້ໄດ້ຮັບການພັດທະນາ ແລະ ໄດ້ ຮັບຜົນປະໂຫຍດໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ ເພື່ອກ້າວໄປສູ່ມາດຕະຖານສີມືແຮງງານແຫ່ງຊາດທັງ ເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນທີ່ຈະ ເຂົ້າມາລົງທຶນໃນຂະແໜງ ICT ແລະ ຂະແໜງອື່ນໆ.

2 comments:

  1. ສ.ເກົາຫລີ

    ຄຳນີ້ ຂໍໃຫ້ລະບຸດ້ວຍ
    ວ່າເປັນ ສ.ໃດແທ້ ເພາະທັ້ງສອງ ເກົາຫລີ ຂື້ນຕົ້ນດ້ວຍ ສ.ທັ້ງນັ້
    ຂອບໃຈ

    ReplyDelete
  2. ຂອບໃຈສຳລັບຄຳເຫັນເດີ, ຄືສາມາດຈຳແນກໄດ້ວ່າ : ຖ້າ ສ.ເກົາຫລີ ຫມາຍເຖິງ ເກົາຫລີໃຕ້. ແຕ່ຖ້າ ສປປ.ເກົາຫລີ ຫມາຍເຖິງ ເກົາຫລີເຫນືອ....
    ເຂົ້າໃຈຕາມນີ້ເດີອ້າຍ ຫລື ເອື້ອຍ

    ReplyDelete