Ad

Ad

9 September 2013

ເຟີນີເຈີລາວ ໄດ້ຮັບຄວາມສົນໃຈໃນການວາງສະແດງສິນຄ້າຈີນ-ອາຊຽນ



     ສິນຄ້າ​ຂອງ ສປປ ​ລາວ ປະ​ເພດເຄື່ອງ​ເຟີ​ນີ​ເຈີ, ເຄື່ອງ​ຕົກແຕ່ງ​ພາຍ​ໃນ​ເຮືອນ​ ​ແລະ ​ເຄື່ອງ​ແກະສະຫລັກທີ່ນຳໄປວາງ ສະແດງໃນ​ການ​ວາງສະ​ແດງ​ສິນຄ້າຈີນ- ອາ​ຊຽນ ຄັ້ງທີ 10 ຢູ່ໜານໜິງ​ແຂວງ​ກວາງຊີ ສປ. ຈີນ ໄດ້ຮັບ​ຄວາມ​ສົນ​ໃຈຫລາຍ ຈາກ​ມວນຊົນ ແລະ ນັກທຸລະກິດ​​ຈີນ.
     ທ່ານ ວິລັດ ປັນຍາ​ລາດ ປະ ທານ​ບໍລິສັດຄຳ​ທະນະ​ພອນຄວັດ​ແກະສະຫລັກ​ຫັດຖະ​ກຳ​ໄມ້​ຈຳ ກັດ​ຜູ້​ດຽວ ​ໄດ້​ໃຫ້ສຳພາດ​ວ່າ: ບໍ ລິສັດຕົນໄດ້ເລີ່ມເຂົ້າຮ່ວມວາງ ສະແດງຄ້າສິນຄ້າ ຈີນ-ອາຊຽນ ແຕ່ປີ 2010 ເປັນຕົ້ນມາ ແລະ ການວາງສະ​ແດງ​ສີນ​ຄ້າ​ ຈີນ-ອາ​ຊຽນ ປີນີ້​ ແມ່ນ​ມີ​ຄວາມ​ຄຶກຄຶ້ນ​ກວ່າ​ປີຜ່ານມາ ​ເພາະວ່າ​ມີ​ລູກ​ຄ້າ​​ຕອບ​ຮັບ​ຫລາຍ​ເປັນ​ພິ​ເສດ ​ຈົນ​ຂາຍ​ນຳ​ບໍ່ທັນເຊິ່ງ ຈຸດດຶງດູດ ລູກຄ້າແມ່ນຄວາມ ລະອຽດຂອງສິນຄ້າ ໂດຍເນັ້ນແຕ່ສິນຄ້າທີ່ ເປັນເອກະລັກຂອງຮ້ານ ແລະ ລວດລາຍຂອງຕະ ຫລາດຈີນຕ້ອງການ.
     ທ່ານ ວິລັດ ກ່າວວ່າ: ສິນຄ້າ​ທີ່​ນຳ​ມາ​ວາງສະ​ແດງ​ໃນເທື່ອນີ້ມີ 200 ກວ່າຮ້ານ ລວມມູນຄ່າທັງ ໝົດ 4 ລ້ານຢວນ (ສະ ກຸນເງິນ ຈີນ) ແຕ່ຂາຍດີເປັນພິເສດແມ່ນ ເຄື່ອງແກະສະຫລັກ ແລະ ໂຕະ ນ້ອຍ ເຫັນໄດ້ຈາກໃນວັນທີ 3 ກັນຍາ, ນັກທຸລະ ກິດຈີນໄດ້ມາເຊັນສັນຍາຊື້ສິນຄ້າຈາກບໍລິສັດພວກເຮົາເປັນມູນຄ່າປີໜຶ່ງເຖິງ 30 ລ້ານໂດລາສະຫະລັດ ເຊິ່ງຜ່ານມາບໍລິສັດ ກໍໄດ້ເຮັດສັນຍາ ກັບ 6 ບໍລິສັດຂອງຈີນ ໂດຍມີການສົ່ງອອກເດືອນໜຶ່ງບໍ່ໜ້ອຍກວ່າ 1 ລ້ານໂດລາສະຫະລັດ, ຂະນະທີ່ບໍ ລິສັດມີແຜນສ້າງໂຮງງານເຟີນີເຈີຂຶ້ນອີກແຫ່ງໜຶ່ງຢູ່ແຂວງອັດຕະປືເພື່ອຊ່ວຍເພີ່ມການຜະລິດສິນຄ້າຕອບສະໜອງໄດ້ຕາມ ຄວາມຕ້ອງການຂອງລູກຄ້າໂດຍເນັ້ນໃສ່ສິນຄ້າທີ່ເປັນເອກະລັກຂອງບໍລິສັດ.

No comments:

Post a Comment