Ad

Ad

9 September 2013

ຫົວຫນ້າດີ ວຽກງານເດີນ ( ຄໍລຳ ແລກປ່ຽນຄຳເຫັນ )

ໂດຍ : ຄຳກອງ ທຳມະເທວາ
      ຫົວໜ້າແມ່ນຜູ້ນຳໜ້າພາທາງເພື່ອຜົນສຳເລັດຂອງວຽກງານ, ເປັນຜູ້ຕອບສະໜອງຂໍ້ມູນຂ່າວສານ ແລະ ແກ້ໄຂ, ຕັດສິນ ບັນຫາດ້ວຍເຫດ ແລະ ຜົນ, ເປັນ ຜູ້ເຕົ້າໂຮມຄວາມສາມັກຄີພາຍ ໃນໃຫ້ສາມາດເຮັດວຽກຮ່ວມກັນຢ່າງມີຜົນສຳເລັດ.
     ການເປັນຫົວໜ້າທີ່ດີນັ້ນ ກ່ອນອື່ນຕ້ອງເປັນຜູ້ຈົງຮັກພັກດີ, ມີຈິດໃຈກວ້າງຂວາງ, ໜັກແໜ້ນນິ້ມນວນ ແລະ ເປັນແບບ ຢ່າງທີ່ດີໃນການເຮັດວຽກ, ມີສະຕິຕໍ່ການ ຈັດຕັ້ງ, ມີລະບຽບວິໄນ, ມີຄວາມ ຮັບຮູ້ ເຂົ້າໃຈ ແລະ ສະດຸ້ງໄວຕໍ່ການຜັນແປທາງ ເສດຖະກິດ- ສັງຄົມ, ການເມືອງຢູ່ພາຍໃນ ແລະ ຕ່າງປະເທດ (ມີຫົວຄິດປະດິດສ້າງ, ມີຄວາມສະຫລາດ, ມີຄວາມຮູ້ຄວາມ ສາມາດ ແລະ ມີໄຫວພິກດີ), ຕ້ອງຮູ້ໃກ້ຊິດຕິດແທດຕົວຈິງ ແລະ ງ່ຽງຫູຟັງຄວາມຄິດຄວາມເຫັນຂອງຜູ້ອື່ນ, ຮູ້ເຕົ້າໂຮມ ຄວາມສາມັກຄີໃນໝູ່ມະຫາຊົນ ແລະ ຕ້ອງເປັນຄົນມີຄວາມສາມາດໃນການນຳພາ ແລະ ຄຸ້ມຄອງ, ມີຄວາມຮັບຜິດຊອບ ກ້າໄດ້ກ້າເສຍ, ກ້າຮັບຄຳຕຳນິຕິຊົມເປັນຫ່ວງເປັນໃຍສະມາຊິກຂອງຕົນ.
    ມີສຸຂະພາບເຂັ້ມແຂງ ເປັນ ແບບຢ່າງຮອບດ້ານໃຫ້ແກ່ມະຫາ ຊົນ, ຮູ້ສະລະສິດຜົນປະໂຫຍດ ສ່ວນໂຕເພື່ອສ່ວນລວມ, ມີມານະຈິດອົດທົນບໍ່ທໍ້ຖອຍຕໍ່ຄວາມຫຍຸ້ງຍາກລຳບາກ, ເປັນຫົວໜ້າຕ້ອງມີຄວາມຮູ້ຄວາມຊຳນານວິຊາການສະເພາະໃດ ໜຶ່ງໃນວຽກງານທີ່ຮັບຜິດຊອບ, ບໍ່ຄວນຖືຕົວ ແລະ ຢ້ານລື່ນຢ້ານເຫລືອ.

    ຕ້ອງມີຄວາມຊຳນານໃນການ ນຳພາ ແລະ ຄຸ້ມຄອງ, ຮູ້ສ້າງແຜນການ (ແຜນຍຸດທະສາດ) ແນ ໃສ່ເປົ້າໝາຍ, ຈະເຮັດຫຍັງ ?, ເຮັດຮອດໃສ ?, ໃຜເປັນຜູ້ເຮັດ ?, ຮູ້ຈັກສັບຊ້ອນບຸກຄະລາກອນໃຫ້ ເໝາະສົມກັບວຽກງານ, ຮູ້ຄຸ້ມ ຄອງການເງິນ, ຊີ້ນຳ ວຽກບໍລິຫານ, ຮູ້ກວດກາຕີລາຄາຜົນສຳ ເລັດຂອງວຽກງານ ແລະ ຕ້ອງມີຄວາມຊຳນິຊຳນານໃນການ ສ້າງສາຍພົວພັນຮູ້ດຶງ ດູດມະຫາຊົນເຂົ້າຮ່ວມວຽກງານ, ຮູ້ຍ້ອງຍໍຫລາຍກວ່າຕຳນິແຕ່ບໍ່ຄວນເກີນຂອບເຂດ, ຮູ້ແບ່ງປັນຄວາມຮັບຜິດຊອບໃຫ້ມະ ຫາຊົນ ແລະ ເຊື່ອໝັ້ນຕໍ່ມະຫາຊົນ, ຕ້ອງຮູ້ວິທີທາບທາມຄວາມເຫັນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນນຳມະຫາຊົນ ງ່ຽງຫູຟັງມະຫາຊົນ.
    ຫົວໜ້າທີ່ດີຕ້ອງສະແດງອອກ 3 ດ້ານຄື 1. ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. 2. ສາມາດຮັກສາການຈັດຕັ້ງຂອງ ຕົນໃຫ້ໝັ້ນຄົງ. 3. ຕ້ອງຮູ້ພັດທະນາທຸກຄົນໃນພາກສ່ວນຂອງຕົນ.
    ນອກຈາກນີ້, ຜູ້ເປັນຫົວໜ້າທີ່ດີຍັງຕ້ອງມີວິທີການຈູງໃຈລູກນ້ອງຄືຊົມເຊີຍເມື່ອປະຕິບັດວຽກງານສຳເລັດ, ພິຈາລະນາ ຂໍ້ຂັດແຍ່ງດ້ວຍເຫດຜົນ ແລະ ເປັນທຳ, ຮັບຜິດຊອບການບໍລິຫານ, ປະພຶດຕົນໃຫ້ກາຍເປັນທີ່ຍອມຮັບນັບຖື.
    ບັນຫາທີ່ຄວນຫລີກເວັ້ນສຳລັບຜູ້ເປັນຫົວໜ້າໃນເວລາປະຕິບັດວຽກ: ການຕຳນິທີ່ປາສະຈາກເຫດຜົນ, ຄວາມບໍ່ໄວ້ເນື້ອ ເຊື່ອໃຈຜູ້ອື່ນ, ການເລືອກທີ່ຮັກມັກທີ່ຊັງ, ການເຮັດເລື່ອງນ້ອຍໆໃຫ້ກາຍເປັນເລື່ອງໃຫຍ່ ແລະ ການເຮັດໃຫ້ຮູ້ສຶກຢ້ານກົວ ເຊັ່ນ: ຂູ່ເຂັນ, ບັງຄັບເປັນຕົ້ນ.

No comments:

Post a Comment