Ad

Ad

3 September 2013

ຖືກໂທດຈຳຄຸກແຕ່ຍັງລັກຂາຍຢາເສບຕິດໃນບ່ອນຄຸມຂັງ



         ເມື່ອທ້າຍເດືອນສິງຫາ ຜ່ານມານີ້, ທ້າວສຸລິຕ້າ ອາຍຸ 36 ປີ ຢູ່ບ້ານດົງສ້າງ ຫີນ ເມືອງ ໄຊທານີ ນະຄອນຫລວງວຽງ ຈັນທີ່ພວມຖືກໂທດຈຳຄຸກຕະຫລອດຊີ ວິດຍ້ອນການຄ້າຂາຍ ຢາເສບຕິດ ໄດ້ຖືກສານປະຊາ ຊົນນະຄອນຫລວງວຽງຈັນ ນຳມາຕັດສີນລົງໂທດອີກເທື່ອໜຶ່ງພ້ອມກັບ ທ້າວ ໜູເມກ ອາຍຸ 32 ປີ ຢູ່ບ້ານ ໂພນສະຫວັນ ເມືອງ ສີສັດຕະນາກ ແລະ ທ້າວ ພຸດທະສີນ ອາຍຸ 31 ປີ ຢູ່ບ້ານ ໜອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຊິ່ງທັງ ສອງກໍພວມຖືກ ໂທດຈຳຄຸກຜູ້ ລະ 5 ປີ ຍ້ອນການຄ້າຂາຍຢາ ເສບຕິດ ແລະ ປຸ້ນຊັບພົນລະເມືອງ ຫລັງ ພວກກ່ຽວທັງສາມໄດ້ຮ່ວມຫົວກັນລັກ ລອບເຄື່ອນໄຫວ ຂາຍຢາ ສບຕິດໃຫ້ກັບນັກໂທດຢູ່ຄ້າຍຄຸມ ຂັງແຫ່ງໜຶ່ງ ຢູ່ນະຄອນຫລວງວຽງຈັນ. ຕາມການຮັບສາລະພາບ ຂອງຜູ້ຕ້ອງຫາ ວ່າ: ໃນຕົ້ນເດືອນກຸມພາປີນີ້,ຕົນ ແລະ ພວກ ໄດ້ໂທສັ່ງຊື້ຢາບ້າກັບໝູ່ ແລະ  ໄດ້ຮັບຢາບ້າຈຳນວນ 80 ເມັດ
ທີ່ໝູ່ໄດ້ເຊື່ອງໄວ້ ຢູ່ປອງນ້ຳໝາກໄມ້ ເຂົ້າມາຂາຍໃຫ້ນັກ ໂທດໃນ ຄ້າຍຂຸມຂັງດ້ວຍກັນໃນ ລາຄາ ເມັດລະ 60 -70 ພັນກີບ ແລະ ໃນເດືອນ ດຽວກັນໄດ້ໂທສັ່ງຊື້ເປັນຄັ້ງທີສອງຈຳນວນ 200 ເມັດ ໂດຍວິທີການຂົນສົ່ງແບບເກົ່າ, ແຕ່ຄັ້ງນີ້ຈຶ່ງຖືກ ເຈົ້າໜ້າທີ່ກວດ ເຫັນແລະນຳມາດຳເນີນຄະດີ.
             ອິງຕາມຂໍ້ມູນຫລັກຖານ, ສານນະຄອນຫລວງວຽງຈັນເຫັນ ວ່າ:ພວກຈຳເລີຍ ແມ່ນມີຄວາມຜິດທາງອາຍາເນື່ອງ ຈາກມິພຶດຕິກຳຊື້-ຂາຍຢາເສບຕິດ ພາຍໃນ ຄ້າຍຄຸມຂັງ ແລະ ເຫັນວ່າພວກກ່ຽວບໍ່ມີຄວາມສຳນຶກ, ເຂັດຫລາບທັງທີ່ຢູ່ໃນໄລ ຍະປະຕິບັດ ໂທດ,ສານປະຊາຊົນຈຶ່ງຕັດສີນ ທ້າວ ສຸລິຕ້າ ໃຫ້ຈຳຄຸກຕະຫລອດ ຊີວິດ ແລະ ປັບໃໝເງິນ 10 ລ້ານ ກີບ, ສ່ວນ ທ້າວ ພຸດທະສີນ ເພີ່ມ ໂທດມາເປັນຈຳຄຸກ 10 ປີ ປັບໃໝ ເງິນ 10 ລ້ານກີບ ແລະ ທ້າວ ໜູ ເມກ ເພີ່ມໂທດເປັນຈຳຄຸກ 14 ປີ ພ້ອມປັບໃໝເງິນ 10 ລ້ານກີບ ເຊັ່ນດຽວກັນ.

No comments:

Post a Comment