Ad

Ad

3 September 2013

ລົດຈັກ​ປະ​ທະ​ກັນຟົ້ງ​ໄປ​ຕຳ​ລົດ​ໃຫຍ່ເສຍ​ຊີວິດຄາ​ທີ່ 1 ຄົນ



             ລົດຈັກສອງ​ຄັນ​​ຂີ່​ສວນ​ທາງ​ກັນໃນ​ຄວາມ​ໄວ​ສູງຕຳ​ກັນ​ຢ່າງ​ຮຸນ​ແຮງ​ແລ້ວ​ຟົ້ງ​ໄປ​ຕຳ​​ໃສ່ ລົດ​ໃຫຍ່​ທີ່​ຂີ່​ມາ​ທາງຫຼັງ​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດ​ຄາ​ທີ່ໜຶ່ງຄົນ, ​ເຫດການດັ່ງກ່າວ​ເກີດ​ຂຶ້ນ​ໃນ​ຄືນ​ຂອງ​ວັນ​ທີ 1 ກັນຍານີ້ ຢູ່ຖະໜົນ ສີ​ທອງ ​ເຂດ​ບ້ານດົງ​ນາ​ໂຊກ ​ເມືອງ ສີ​ໂຄດ​ຕະບອງ ນະຄອນຫຼວງວຽງຈັນ.
           ເຈົ້າໜ້າທີ່​ຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ:​​ ພາຍຫຼັງ​ໄດ້​ຮັບ​ແຈ້ງ​ເກີດ​ອຸປະຕິ​ເຫດ, ​ເຈົ້າໜ້າທີ່​ກໍ​ໄດ້​ຮີບ​ຮ້ອນ​ລົງ​ສະຖານ​ທີ່​ເກີດ​ເຫດ ​ແລະ ພົບ​ຜູ້​ເສຍ​ຊີວິດ 1 ຄົນ ຄື ນາງ ມະນີ​ຈັນ ຢູ່​ບ້ານດົງ​ນາ​ໂຊກ ​ເມືອງສີ​ໂຄດ​ຕະບອງ ນະຄອນ ຫຼວງວຽງຈັນ ຜູ້ກ່ຽວ​ໄດ້​ຂັບ​ຂີ່​ລົດຈັກໝາຍ​ເລກ​ທະບຽນ ຍວ 7681 ອອກ​ມາຈາກ​ເຮືອນ​ເພື່ອ​ມຸ່ງໜ້າ​ໄປທາງ​ບ້ານ​ປາກ​ທ້າງ ໄດ້​ຕຳ​ກັບ​ລົດຈັກ​ໝາຍ​ເລກ​ທະບຽນ ຈວ 3502 ຂັບ​ຂີ່​ໂດຍ​ທ້າວ ສອນ​ໄຊ ພະນັກງານ​ທະຫານ ທີ່​ຂັບ​ມາ​ໃນຄວາມ​ໄວ​ເຮັດ​ໃຫ້​ລົດຈັກ​ຂອງນາງ ມະນີ​ຈັນ​ ຟົ້ງ​ໄປ​ຕຳ​ເອົາ​ລົດ​ກະບະໝາຍ​ເລກ​ທະບຽນ ຂກ 3111 ເຮັດ​ໃຫ້ນາງ ມະນີ​ຈັນ ເສຍ​ຊີວິດ​ຄາ​ທີ່. ປັດຈຸ​ບັນສາ​ເຫດ​ຂອງ​ການ​ເກີດ​ອຸປະຕິ​ເຫດ​ທາງ​ເຈົ້າໜ້າທີ່​ພວມ​ສືບສວນ- ສອບ​ສວນ.
           ​ເຈົ້າໜ້າທີ່ຈະລາຈອນ ນະຄອນຫຼວງຽວຽງຈັນ ໃຫ້​ຮູ້​ອີກ​ວ່າ:​ ​ໃນເດືອນ​ຜ່ານ​ມາຢູ່ນະຄອນຫຼວງວຽງຈັນ ມີ​ອຸປະຕິ​ເຫດ​ເກີດ​ຂື້ນ 104 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 13 ຄົນ ຊຶ່ງ​ເພີ່ມ​ຂື້ນຈາກ​ເດືອນກໍລະກົດ 2 ຄົນ, ສາ​ເຫດ​ສ່ວນ​ໃຫຍ່​ທີ່​ພາ​ໃຫ້​ເກີດ​ອຸປະຕິ​ເຫດແມ່ນ​ຂັບ​ຂີ່​ລົດ​ໄວ, ດື່ມ​ສິ່ງ​ມືນ​ເມົາ,​ ປ່ຽນທີ​ດທາງບໍ່ຮັບປະກັນ ແລະ ການ​ລ່ວງ​ລະ​ເມີດ​ລະບຽບຈະລາຈອນ ອື່ນໆອີກ.

No comments:

Post a Comment