Ad

Ad

3 September 2013

ເສັ້ນທາງຫົວຂົວການກໍ່ສ້າງບໍ່ຄືບໜ້າສ້າງຄວາມເດືອດຮ້ອນຕໍ່ຜູ້ທຽວທາງ



           ເວລາຜ່ານໄປສາມປີກວ່າ ແລ້ວ ທີ່ຜູ້ໃຊ້ລົດໃຊ້ຖະໜົນຢູ່ເສັ້ນທາງແຕ່ບ້ານ ຫົວຂົວ-ບ້ານນາຄວາຍ ຈຳຕ້ອງໄດ້ອົດ ກັ້ນຕໍ່ສະພາບຄວາມເດືອດຮ້ອນຍ້ອນການ ກໍ່ສ້າງເສັ້ນທາງດັ່ງກ່າວບໍ່ມີ ຄວາມຄືບໜ້າ,ຂະນະທີ່ສັງຄົມຮຽກຮ້ອງເຖິງພາກ ສ່ວນກ່ຽວ ຂ້ອງເບິ່ງຄືນບໍລິສັດຜູ້ຮັບເໝົາຖ້າບໍ່ມີຄວາມຮັບຜິດຊອບ ກຄວນພິຈາ ລະນາຫາບໍລິສັດໃໝ່ມາດຳເນີນການກໍ່ສ້າງ ໃຫ້ສຳເລັດ.
       ເສັ້ນທາງດັ່ງກ່າວເຖິງວ່າ ເປັນເສັ້ນທາງດິນແດງ, ແຕ່ໂດຍຄວາມເປັນຈິງແລ້ວ ມັນຖືວ່າແມ່ນເສັ້ນທາງສາຍເລືອດທີ່ຮັບ ໃຊ້ໃຫ້ ແກ່ການຄົມມານາຄົມ, ຂົນສົ່ງ ສີນຄ້າ, ຜົນຜະລິດຂອງປະຊາຊົນເຂົ້າມາສູ່ໃຈກາງນະຄອນຫລວງວຽງຈັນເປັນຈຳນວນ ບໍ່ໜ້ອຍໃນແຕ່ລະມື້ ແລະ ຈາກຄວາມ ສຳຄັນ ຈຳເປັນຄືດັ່ງກ່າວ,ມາຮອດປີ 2010 ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນຈຶ່ງໄດ້ມີໂຄງການກໍ່ສ້າງ ເສັ້ນທາງນີ້ຂຶ້ນໂດຍມອບໃຫ້ບໍລິສັດເອກະຊົນແຫ່ງໜຶ່ງເປັນຜູ້ຮັບໝົາລົງທຶນກໍ່ ສ້າງກ່ອນໃນມູນຄ່າ 500 ກວ່າຕື້ກີບ ເຊິ່ງໃນ
ເບື້ອງຕົ້ນການກໍ່ສ້າງ ແມ່ນມີຄວາມ ຫ້າວຫັນດີເຮັດໃຫ້ເກີດຄວາມດີອົກດີໃຈ ບໍ່ໜ້ອຍຂອງຜູ້ທຽວທາງ ແລະ ປະຊາຊົນໃກ້ຄຽງ ທີ່ຈະໄດ້ ເຫັນເສັ້ນທາງທີ່ເກົ່າແກ່ໄດ້ຮັບ ການປ່ຽນແປງໃຫ້ມີມາດຕະຖານດີ ແລະ ຈາກມື້ນັ້ນຈົນຮອດມື້ນີ້, ເວລາໄດ້ລ່ວງເລີຍ ມາສາມປີກວ່າແລ້ວ,ການກໍ່ສ້າງເສັ້ນທາງ ດັ່ງກ່າວຍັງບໍ່ມີຄວາມຄືບໜ້າ, ຕາມແຜນໂຄງການແມ່ນຈະໃຫ້ ສຳເລັດໃນຕົ້ນປີ 2014 ແຕ່ມາຮອດດຽວນີ້ການກໍ່ສ້າງບໍ່ຮອດ 40% ອັນໄດ້ສ້າງຄວາມເດືອດ ຮ້ອນ ແລະ ຫຍຸ້ງຍາກລຳບາກບໍ່ໜ້ອຍຕໍ່ການສັນ ຈອນໄປມາຍ້ອນເສັ້ນທາງມີຄວາມເປີະເປື້ອນເປັນບວກເປັນຕົມໂດຍສະ ເພາະໃນລະດູຝົນ.
           ແນວໃດກໍຕາມ, ນັກຂ່າວພວກເຮົາໄດ້ສອບຖາມຜູ້ທຽວທາງດັ່ງກ່າວຈຳນວນໜຶ່ງ ແລະ ພວກເຂົາມີຄຳເຫັນເປັນເອ ກະ ພາບກັນວ່າ:ປັດຈຸບັນ, ການສັນຈອນຢູ່ເສັ້ນທາງດັ່ງກ່າວມີ ຄວາມລຳບາກຫລາຍ ໂດຍສະເພາະຜູ້ຂັບຂີ່ລົດຈັກ ຍ້ອນວ່າ ເມື່ອມີຝົນຕົກກໍເປັນບວກຕົມເປີະ ເປື້ອນ ແລະ ເມື່ອແດດອອກ ກໍມີຂີ້ ຝຸ່ນ ປິວໄງ່ຢູ່ຕະຫລອດສາຍ ທາງ, ມີພະນັກງານ ຫລື ນັກຮຽນ ຈຳ ນວນໜຶ່ງ ຈົນເຖິງຂັ້ນບໍ່ຍອມນຸ່ງ ເຄື່ອງແບບໄປແຕ່ເຮືອນຍ້ອນ ຢ້ານເປື້ອນ ຈຶ່ງເອົາເຄື່ອງໄປປ່ຽນ ຢູ່ຫ້ອງການ ຫລື ໂຮງຮຽນ. ຈາກສະພາບດັ່ງກ່າວ,ປະຊາຊົນຈຶ່ງ ຮຽກຮ້ອງເຖິງພາກສ່ວນກ່ຽວ ຂ້ອງຕ້ອງໄດ້ເອົາໃຈໃສ່ຊຸກຍູ້ຜູ້ຮັບເໝົາ ໃຫ້ມີຄວາມຮັບພິຊອບ ສູງກວ່າເກົ່າ ແລະ ຖ້າເຫັນວ່າບໍ່ ມີຄວາມສາມາດທາງທຶນຮອນ ກໍຄວນຊອກຫາບໍລິສັດອື່ນໆທີ່ມີ ຄວາມພ້ອມທາງທຶນຮອນ, ອຸປະກອນ ແລະ ມີຄວາມຈິງໃຈຢາກ ພັດທະນາປະເທດຊາດຢ່າງແທ້ຈິງ.

No comments:

Post a Comment