Ad

Ad

3 September 2013

ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຈະເພີ່ມທະວີການກວດກາໂຄງການໃຫ້ມີປະສິດທິຜົນສູງ



         ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຈະເພີ່ມທະວີມາດຕະການກວດກາບັນດາໂຄງການ ທີ່ພວມ ຈັດຕັ້ງປະຕິບັດຢູ່ 64 ຈຸດສຸມພັດທະນາເພື່ອແກ້ໄຂຄວາມທຸກຍາກ ແລະ 167 ຈຸດສຸມຈັດສັນພູມລຳເນົາ ແລະ ບ່ອນທຳ ມາຫາກິນຖາວອນຂອງປະຊາ ຊົນຫລັງເຫັນວ່າຜ່ານມາ ໂຄງ ການຈຳນວນໜຶ່ງຂາດຄວາມ ປອດໃສໃນການນຳໃຊ້ທຶນ ແລະ ບໍ່ມີຄຸນນະພາບ.
      ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການ ລັດຖະບານ,ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກຂັ້ນສູນກາງ ໃຫ້ ຮູ້ເມື່ອບໍ່ດົນນີ້ວ່າ: ຕາມແຜນພັດ ທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ, ແຜນການຈັດ ສັນພູມລຳເນົາ ແລະ ບ່ອນທຳມາ ຫາກິນໃຫ້ປະຊາຊົນ ແຕ່ປີ 2011- 2015 ຂອງລັດຖະບານ ໄດ້ກຳນົດ ເອົາ 64 ຈຸດສຸມ,ໃນນີ້ຈຸດສຸມຂອງ ສູນກາງມີ 10 ຈຸດສຸມ ແລະກຳນົດ ເອົາ 167ຈຸດສຸມຈັດສັນພູມລຳເນົາ ແລະ ບ່ອນທຳມາຫາ ກິນຖາວອນ ໃຫ້ປະຊາຊົນ ແລະ ຈຸດສຸມຂອງ ສູນກາງ 4 ຈຸດສຸມ ລວມມີ 6 ແຜນ ງານ, 3.137 ໂຄງການ ເປັນທຶນທັງ ໝົດຫລາຍກວ່າ 3.776 ຕື້ກີບ ໃນນັ້ນ ຢູ່ 64 ຈຸດສຸມມີ 1.613 ໂຄງ ການ ເປັນທຶນທັງໝົດຫລາຍກວ່າ 1.899 ຕື້ກີບ ແລະ ຢູ່ 167 ຈັດສັນ ພູມລຳເນົາ ແລະ ບ່ອນທຳມາຫາ ກິນຖາວອນໃຫ້ປະຊາຊົນມີ 1.524 ໂຄງການ ເປັນທຶນທັງໝົດຫລາຍ ກວ່າ 1.876 ຕື້ກີບ.

            ໝາຍວ່າຄວາມຕ້ອງການ ງົບປະມານການລົງທຶນຂອງລັດ ເຂົ້າໃສ່ບັນດາຈຸດສຸມດັ່ງກ່າວສະ ເລ່ຍແຕ່ລະປີປະມານ 755 ຕື້ກີບ ແລະ ໃນສາມສົກປີຜ່ານມາ,ສາ ມາດສະໜອງທຶນໄດ້ແລ້ວ 394 ຕື້ກີບ ເທົ່າກັບ 10,43% ຂອງແຜນ ການ 5 ປີ ແລະ ແຕ່ລະສົກປີກໍໄດ້ ພຽງແຕ່ 15-16%ຂອງຄວາມ ຕ້ອງການທັງໝົດ.ດັ່ງນັ້ນຈຶ່ງ ເກີດບັນຫາວ່າ:ການລົງທຶນ ໃສ່ຈຸດສຸມ ດັ່ງກ່າວແມ່ນມີໜ້ອຍ, ບາງຈຸດສຸມຍັງບໍ່ທັນໄດ້ຈັດຕັ້ງ ປະຕິບັດຊ້ຳ.ໃນຂະນະທີ່ງົບປະ ມານຂອງລັດມີຈຳກັດຢູ່ແລ້ວກໍຍັງ ມີປາກົດການສວຍໂອກາດ ອັນບໍ່ດີເກີດຂຶ້ນ ເຊັ່ນ:ການຈັດຕັ້ງ ປະຕິບັດໂຄງການຈຳນວນໜຶ່ງ ແມ່ນມີມູນຄ່າແພງເກີນຈິງ ແລະ ຄຸນນະພາບກໍບໍ່ດີເນື່ອງຈາກຫົວ ໜ້າບາງບໍລິສັດທີ່ມີຄວາມໃກ້ຊິດ ກັບບາງທ່ານໃນຄະນະພັດທະນາ ຊົນນະບົດ ແລະ ລຶບ ລ້າງຄວາມ ທຸກຍາກ ຈຶ່ງເຮັດໃຫ້ການຈັດຕັ້ງ ປະຕິບັດໂຄງການມີລັກສະນະ ມູນຄ່າບໍ່ສົມເຫດສົມຜົນ ແລະ ຄຸນນະພາບຂອງ ໂຄງການແມ່ນມີໜ້ອຍ ແລະ ບໍ່ໄປຕາມເປົ້າໝາຍ ທີ່ພັກ ແລະ ລັດຖະບານກຳນົດໄວ້. ແນວໃດກໍຕາມ ເພື່ອເຮັດໃຫ້ການ ປະຕິ ບັດວຽກງານດັ່ງກ່າວມີປະ ສິດທິຜົນກວ່າເກົ່າ,ຄະນະພັດທະ ນາຊົນນະບົດ ແລະລຶບລ້າງຄວາມ ທຸກຍາກຂັ້ນສູນກາງຈະໄດ້ ເພີ່ມທະວີຄວາມເອົາໃຈໃສ່ໃນການ ຕິດຕາມ,ກວດກາ ແລະ ຊີ້ນຳ-ນຳ ພາແນວຄິດຂອງພະນັກງານໃຫ້ເປັນເຈົ້າການຢ່າງຕັ້ງ ໜ້າດ້ວຍຄວາມຮັບຜິດຊອບສູງເພື່ອຫລີກເວັ້ນການຈັດຕັ້ງປະຕິບັດແບບ ເຮັດພໍໃຜພໍລາວ ແລະ ຈຳກັດບໍ່ໃຫ້ເກີດມີຊ່ອງ ຫວ່າງອັນບໍ່ດີຕ່າງໆຕາມມາ.

No comments:

Post a Comment