Ad

Ad

3 September 2013

ໄພທຳມະຊາດສ້າງຄວາມເສຍຫາຍໃຫ້ແຂວງອຸດົມໄຊຢ່າງຫນັກຕ້ອງໃຊ້ເວລາຍາວເພື່ອສາມາດຟື້ນຟູຄືນ



        ໄພນ້ຳຖ້ວມຢູ່ເມືອງຕ່າງໆຂອງແຂວງອຸດົມໄຊ ໃນທ້າຍເດືອນສິງຫາຜ່ານ ມານີ້ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ ພື້ນຖານໂຄງລ່າງເສດຖະກິດຢູ່ 3 ເມືອງຂອງແຂວງດັ່ງກ່າວ ໃນນັ້ນ ເມືອງທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍຫຼາຍ ກວ່າໝູ່ ແມ່ນເມືອງແບງ, ຮອງລົງມາແມ່ນເມືອງໄຊ ແລະ ເມືອງງາ. ຈາກຜົນຂອງ ການສຳຫຼວດເບື້ອງຕົ້ນຊີ້ໃຫ້ເຫັນວ່າ:ມີຫຼາຍກວ່າ 180 ຕື້ກີບທີ່ເສຍຫາຍ ຈາກໄພພິບັດທາງທຳມະຊາດຄັ້ງນີ້, ໃນນັ້ນ ເຂດທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍຫຼາຍກວ່າໝູ່ແມ່ນຖະໜົນຫົນທາງ, ເນື້ອທີ່ຜະລິດກະສິກຳ ແລະ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ແລະ ຮ້າຍແຮງໄປກວ່ານັ້ນແມ່ນໄດ້ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ. ໃນຂະນະທີ່ພາກສ່ວນກ່ຽວຂ້ອງ ຂອງແຂວງພວມເລັ່ງ ມືແກ້ໄຂບັນຫາເບື້ອງຕົ້ນຢ່າງມີປະ ສິດທິຜົນຕະຫລອດມາ.             

          ອີງຕາມການລາຍງານ ຈາກກອງເລຂາຕ້ານໄພພິບັດ (ຫ້ອງວ່າການປົກຄອງ ແຂວງ ອຸດົມໄຊ) ໃຫ້ຮູ້ວ່າ: ຜົນກະທົບ ຈາກໄພນ້ຳຖ້ວມຄັ້ງຮ້າຍແຮງ ໃນວັນທີ 20-21 ສິງຫາ ຜ່ານມາ ນີ້ ໄດ້ສ້າງຄວາມເສຍຫາຍຢ່າງ ໜັກໜ່ວງຕໍ່ພື້ນຖານໂຄງລ່າງ ເສດຖະກິດຂອງແຂວງດັ່ງກ່າວ ເຊິ່ງຈະຕ້ອງໄດ້ໃຊ້ໄລຍະເວລາ ຍາວ ແລະ ງົບປະມານເປັນຈຳນວນຫລາຍເຂົ້າໃນການ ບູລະນະ ແລະ ຟື້ນຟູເຂດປະສົບໄພ. ຈາກການສຳຫຼວດຫຼ້າສຸດຊີ້ໃຫ້ເຫັນ ວ່າ: ເສັ້ນທາງເລກທີ 13 ເຫນືອ (ແຕ່ຫລວງພະບາງ-ນາເຕີຍ) ແລະ ເສັ້ນທາງ 2W (ທາງໄປເມືອງ ແບງ,ເມືອງຮຸນ ແລະ ເມືອງ ປາກ ແບ່ງ) ຖືກນ້ຳຖ້ວມ,ດິນເຈື່ອນເສຍ ຫາຍຢ່າງ ໜັກໂດຍສະເພາະແມ່ນ ຂົວ, ເສັ້ນທາງ ແລະ ຮ່ອງລະບາຍ ນ້ຳ.ນອກນັ້ນ ຈຸດກິໂລແມັດທີ 50 ບ້ານ ຊຽງແລ ຂົວນ້ຳແບງຖືກ ນ້ຳຊຸໄຫລ. ເສັ້ນທາງໄປເມືອງ ງາ ກໍຖືກຕັດຂາດ,ຂົວນ້ຳມາວ ຈຸດ ຫລັກ 14 ກໍຖືກຫັກພັງ ຍ້ອນການເຊາະເຈື່ອນ ແລະ ການ ທັບຖົມ ຂອງໜ້າດິນລວມທັງເສັ້ນທາງ ຈຸດກິໂລແມັດທີ 48. ເຊິ່ງຄິດ ເປັນ ມູນຄ່າເສຍຫາຍຈາກການຕີລາ ຄາເບື້ອງຕົ້ນີເຖິງ 181,37 ຕື້ກວ່າ ກີບ ໃນນັ້ນ,ທາງເລກ 13 ເໜືອ 1,19 ຕື້ກວ່າກີບ, ທາງເລກ 2 W 130,13 ຕື້ກວ່າກີບ, ເສັ້ນທາງ ທ້ອງຖີ່ນ 47,83 ຕື້ກວ່າກີບ,ທາງ ໃນເມືອງ ໄຊ ແລະ ເມືອງງາ ເສຍ ຫາຍເປັນມູນຄ່າ 2,20 ຕື້ກວ່າກີບ. ນອກນັ້ນຫລັກເສົາໄຟຟ້າ,ການ ສື່ ສານກໍຖືກຕັດຂາດແລະເສຍຫາຍ ເປັນຈຳນວນຫລາຍສະ ເພາະເຂດ ເມືອງໄຊ:ນ້ຳຖ້ວມ 2 ບ້ານຄື ບ້ານ ນາງາມ ຖືກນ້ຳຊຸ 4 ຫລັງຄາ ເຮືອນ, ບ້ານ ຫ້ວຍລາງ ຖືກນ້ຳຊຸ ໄຫລ 1 ຫລັງ, ເສັ້ນທາງຄົມມະນາຄົມແຕ່ບ້ານ ທ່າສະເຫລືອງ ຫາ ບ້ານນ້ຳແຫງທີ່ມີຄວາມຍາວ 16 KM ແລະ ເສັ້ນທາງເຂດຊົນ ນະບົດຖືກເສຍຫາຍຢ່າງໜັກ. ນອກນັ້ນເນື້ອ ທີ່ກະສິກຳຂອງປະຊາຊົນ ໂດຍສະເພາະ ແມ່ນເນື້ອ ທີ່ນາປີ,ສວນ ແລະ ຜົນລະປູກ ຕ່າງໆ ເສຍຫາຍເປັນຈຳນວນຫຼວງຫຼາຍ. ສະເພະຢູ່ເມືອງ ແບງ ເຊິ່ງເປັນ ເມືອງທີ່ໄດ້ຮັບຜົນກະ ທົບ ແລະ ເສຍຫາຍຫຼາຍກວ່າໝູ່ ຈາກໄພນ້ຳ ຖ້ວມໃນຄັ້ງນີ້ມີ 28 ບ້ານໄດ້ຮັບ ຜົນກະທົບໃນນັ້ນບ້ານນາປາ, ເພຍຫົວນ້ຳ ແລະ ບ້ານໂພນສະອາດ ໂດຍມີ 1.708 ຄອບຄົວ, ພົນລະເມືອງຖືກ ເຄາະຮ້າຍ 8.231 ຄົນ ໄດ້ຮັບຄວາມເສຍຫາຍຫລາຍກວ່າໝູ່ ແລະ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 15 ຄົນ. ເຮືອນຊານບ້ານ ຊ່ອງຂອງປະຊາຊົນຖືກນ້ຳຊຸໄຫລ 48 ຫລັງ, ສວນສາລີ, ສວນ ກ້ວຍ,ນາເຂົ້າ ທີ່ຢູ່ລຽບຕາມແມ່ ນ້ຳແບງປະມານ 1.400 ກວ່າ ເຮັກຕາຖືກເສຍຫາຍທັງໝົດ, ເສັ້ນທາງຄົມມະນາ ຄົມ, ໄຟຟ້າ, ລະບົບຊົນລະປະທານ, ໂຮງຮຽນ, ສຸກສາລາ ແລະ ອື່ນໆໄດ້ ຮັບຄວາມເສຍຫາຍ, ສ່ວນຢູ່ເມືອງງາ ຖືກນ້ຳຖ້ວມ 7 ບ້ານ, ມີຜູ້ເສຍ ຊີວິດ 1 ຄົນ,ແຕ່ຍັງ ບໍ່ທັນມີລາຍງານມູນຄ່າຄວາມເສຍ ຫາຍເທື່ອ.       
               ຕໍ່ໜ້າສະພາບການດັ່ງ ກ່າວປັດຈຸບັນ,ຄະນະຮັບຜິດຊອບ ກູ້ໄພພິບັດຂອງແຂວງ ໄດ້ຮ່ວມມືກັບທຸກພາກສ່ວນ ເລັ່ງແກ້ໄຂສະ ພາບເສັ້ນທາງຄົມມະນາຄົມ ໂດຍ ສາມາດຂົນສົ່ງສິນຄ້າ ແລະ ຜູ້ ໂດຍສານໄດ້ຂັ້ນພື້ນຖານ ແລ້ວ ແລະ ສືບຕໍ່ ປະຕິບັດໜ້າທີ່ກູ້ໄພຕໍ່ ໄປ ເຊິ່ງມາຮອດປັດຈຸບັນ ໄດ້ຕັ້ງ ເສົາໄຟຟ້າຄືນ 80 ຕົ້ນ,ຕັ້ງຫມໍ້ ແບງ 50 KVA ຈຳນວນ 1 ຊຸດ, ແລ່ນ ຈັກໄຟຟ້າເຂົ້າ 9 ບ້ານ, ປະ ຊາຊົນສາມາດນຳໃຊ້ໄຟຟ້າ ຢ່າງ ເປັນປົກກະຕິ ແລະ ສະ ພາບການ ສື່ສານດີຂຶ້ນ, ສ່ວນໄລຍະທາງ ແຕ່ຫລັກ 25 ຫາ ບ້ານ ນາແມດ ຍັງສືບຕໍ່ແກ້ໄຂ.ນອກນັ້ນ,ໜ່ວຍ ງານແພດກໍ່ໄດ້ລົງໄປປະຈຳ ເຂດ ປະສົບໄພພິບັດເພື່ອຕິດ ຕາມ ແລະ ເຝົ້າລະວັງການລະບາດຂອງພະ ຍາດຕ່າງໆຫຼັງນໍ້າຖ້ວມ. ພ້ອມທັງ ນຳເງິນ, ເຂົ້າສານ 6,6 ໂຕນ, ສັງກະສີ 2.550 ແຜ່ນ,ຜ້າບັດ 102 ຜືນ,ໝີ່ສຳເລັດຮູບ 120 ກວ່າແກັດ, ຢາປິ່ນປົວ, ເຄື່ອງໃຊ້ຄອບຄົວ, ເຄື່ອງນອນ, ເຄື່ອງນຸ່ງຫົ່ມ, ນ້ຳດື່ມ, ອາຫານແຫ້ງ ແລະ ວັດຖຸສິ່ງ ຂອງເຄື່ອງໃຊ້ທີ່ຈຳເປັນຈຳນວນໜຶ່ງໄປຊ່ວຍເຫຼືອສຸກເສີ ຜູ້ປະສົບໄພໄດ້ຢ່າງທັນການທັງລະດົມ ກຳລັງອາສາສະໝັກ, ພະນັກງານ, ທະຫານ, ກອງພົນທີ III ແລະ ຊາວໜຸ່ມໄປຊ່ວຍເກັບມ້ຽນວັດຖຸສິ່ງຂອງເຮືອນຊານ ທີ່ເປ່ເພພ້ອມທັງຊ່ວຍສ້າງບ່ອນຢູ່ອາໄສຊົ່ວຄາວໃຫ້ແກ່ຜູ້ປະສົບເຄາະຮ້າຍ .  
         ເຖິງແນວໃດກໍຕາມ, ແຂວງຍັງຕ້ອງການງົບປະມານ ແລະ ການຊ່ວຍເຫຼືອດ້ານວັດຖຸປັດໄຈຕ່າງໆເປັນຈຳນວນຫຼວງ ຫຼາຍ ແລະ ເຖິງວ່າໄລຍະຜ່ານມາ, ທາງແຂວງໄດ້ພະຍາຍາມລະດົມທຶນຮອນໄປຊ່ວຍເຫຼືອແລ້ວຈຳນວນໜຶ່ງກໍຕາມ, ແຕ່ການ ຊ່ວຍເຫຼືອດັ່ງກ່າວຍັງບໍ່ທັນພຽງພໍ ເມື່ອທຽບໃສ່ຜົນເສຍຫາຍ ແລະ ຄວາມຕ້ອງການຕົວຈິງທີ່ມີຢູ່ຈຶ່ງຂໍການສະໜັບສະໜູນ ຈາກພາກສ່ວນຕ່າງໆນັບທັງພາກລັດ ແລະ ເອກະຊົນໃຫ້ຄວາມຊ່ວຍເຫຼືອເພີ່ມອີກໂດຍສະເພາະແມ່ນງົບປະມານ, ອາຫານ ການກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ຄອບ ຄົວ ແລະ ສິ່ງປຸກສ້າງທີ່ຢູ່ອາໄສເພື່ອຊ່ວຍປັບປຸງຄຸນນະພາບ ແລະ ລະດັບຊີວິດ ການເປັນຢູ່ຂອງປະ ຊາຊົນຜູ້ປະສົບໄພຄືນສູ່ສະພາບປົກກະຕິ.

No comments:

Post a Comment