Ad

Ad

10 October 2013

ນະຄອນຫວງກຳນົດຄ່າຝາກລົດໃນບຸນຊ່ວງເຮືອບໍ່ໃຫ້ເກີນ 15 ພັນກີບ



ພາບປະກອບທາງອິນເຕີເນັດ
        ໃນໂອກາດຖະແຫຼງຂ່າວການກະກຽມງານບຸນອອກ ພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ 2013, ທ່ານ ສາຍ ທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ໄດ້ເປີດເຜີຍກ່ຽວກັບການກຳນົດຄ່າຝາກລົດໃນບຸນຊ່ວງ ເຮືອປະຈຳປີ 2013, ທີ່ສັງຄົມຍັງເປັນຫວ່ງ ແລະ ຄາດວ່າຈະ ບໍ່ມີການສວຍໂອກາດຄືດັ່ງປີຜ່ານມາ ວ່າ: ໃນງານອອກພັນສາ ແລະ ບຸນຊ່ວງ ເຮືອປີນີ້ທາງນະຄອນຫຼວງໄດ້ມີຂໍ້ກຳນົດຕໍ່ຜູ້ ໃຫ້ບໍລິການຝາກລົດ, ນັບທັງສະຖານທີ່ໃຫ້ສຳປະທານ ແລະ ສະຖານທີ່ສ່ວນ ຕົວ, ຕ້ອງໄດ້ປະຕິບັດຕາມຂໍ້ກຳນົດທີ່ວາງອອກ ຢ່າງເຂັ້ມງວດຄື: ຄ່າບໍລິການຝາກລົດໃຫຍ່ທຸກປະເພດບໍ່ໃຫ້ເກີນ 15 ພັນ ກີບ/ ຄັນ, ລົດຈັກບໍ່ໃຫ້ເກີນ 10 ພັນກີບ/ຄັນ, ລົດ ຖີບບໍ່ໃຫ້ເກີນ 2 ພັນ ກີບ/ ຄັນ ແລະ ຄ່າບໍລິການຫ້ອງ ນ້ຳ 2 ພັນກີບ/ ຄັ້ງ ເຊິ່ງ ທັງໝົດນີ້ ໄດ້ມອບໃຫ້ອານຸກຳມະ ການ ກ່ຽວຂ້ອງສົມທັບກັບເຈົ້າໜ້າທີ່ເປັນຜູ້ຕິດຕາມກວດກາ, ຫາກໃນກໍລະນີມີການສວຍ ໂອກາດຂື້ນລາຄາເກີນກວ່າ ທີ່ກຳນົດໄວ, ຈະໄດ້ມີການຕັກເຕືອນ, ປັບໃໝຕໍ່ຜູ້ກະທຳຜິດຕາມແຕ່ລະກໍນີ.

No comments:

Post a Comment