Ad

Ad

10 October 2013

ໂທລະພາບແຫ່ງຊາດລາວສືບຕໍ່ຮັບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ 4 ແຂວງພາກໃຕ້



           ກະຊວງ​ໄປສະນີໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານໄດ້​ນຳ​ເອົາ​ເງິນ​ຈຳນວນ 102 ລ້ານ​ກີບ ເຊິ່ງ​ເປັນ​ເງິນ​ທີ່​ໄດ້​ຈາກ​ການ​ລະດົມ​ຈາກ​ບໍລິສັດ, ລັດ​ວິ​ສາ​ຫະກິດ​ຕ່າງໆ​ມາ​ມອບ​ໃຫ້​ສະ ຖານ​ນີ​ໂທລະພາບ​ແຫ່ງ​ຊາດລາວ ​ເພື່ອ​ນຳ​ໄປ​ຊ່ວຍ​ເຫລືອ​ຜູ້ປະ ສົບ​ໄພ​ທຳ​ມະ​ຊາດ​ຢູ່ 4 ​ແຂວງ​ພາກ​ໃຕ້ ຄື: ສາລະ​ວັນ,ຈຳປາ​ສັກ, ​ເຊ​ກອງ ​ແລະ ​ແຂວງ​ອັດຕະປື ເຊິ່ງ ພິທີ​ມອບ​-ຮັບເງິນຈຳ ນວນ​ດັ່ງກ່າວ ມີ​ຂຶ້ນ​ໃນ​ວັນ​ທີ 9 ຕຸລານີ້, ຢູ່ສະຖານ​ນີໂທລະພາບແຫ່ງ​ຊາດ, ນະຄອນຫລວງ​ວຽງ​ຈັນ ຕາງ​ໜ້າ​ມອບໂດຍ​ແມ່ນ​ທ່ານ ຫຽມ ພົມມະຈັນ ລັດຖະມົນຕີ​ວ່າການ​ກະຊວງ​ໄປສະນີ ​ໂທລະ​ຄົມມະ ນາຄົມ ​ແລະ ການ​ສື່ສານ ​ແລະ ຮັບ​ໂດຍທ່ານ ສະຫວັນ​ຄອນ ຣາຊມຸນຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ, ມີບັນດາ​ທ່ານ​ຜູ້​ຕ່າງ​ໜ້າ​ຈາກ​ບໍລິສັດ, ພະນັກງານ ​ແລະ ພາກ ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກຂີ່​ພິຍານ. ​ເງິນ​ຈຳ ນວນ​ດັ່ງ ກ່າວ​ ແມ່ນກະຊວງ​ໄປສະນີ ໂທລະ​ຄົມມະ ນາຄົມ ​ແລະ ການ​ສື່ສານ ​ໄດ້​ລະ ດົມ​ຈາກ​ບັນດາ​ບໍລິສັດ​ຕ່າງໆ, ​ໃນ​ນັ້ນ ປະກອບມີບໍລິ
ສັດ ສະຕາ​ໂທ ລະ​ຄົມ 30 ລ້ານ​ກີບ, ກະຊວງ​ໄປ ສະນີ ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ 20 ລ້ານ​ກີບ, ບໍລິສັດ ລາວ​ໂທລະ​ຄົມ 20 ລ້ານ​ກີບ, ບໍລິ ສັດ​ວິມ​ແປວ​ຄອມ (ບີ​ລາຍ) 20 ລ້ານ​ກີບ, ບໍລິສັດອີ​ທີ​ແອວມະຫາ ຊົນ 10 ລ້ານ​ກີບ ​ແລະ ລັດ​ວິ​ສາ​ຫະກິດໄປສະນີ​ລາວ 2 ລ້ານ​ກີບ.
            ໃນ​ໂອກາດ​ນີ້, ທ່ານ ດຣ. ບຸນ​ຈອມ ວົງ​ເພັດ ຜູ້ອຳນວຍການ​ສະຖານ​ນີ​ໂທລະພາບ​ແຫ່ງ​ຊາດ​ລາວ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ມາ​ຍັງ​ທ່ານລັດຖະ ມົນຕີ​ວ່າການ​ກະຊວງ​ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ກໍ​ຄື​ ພະນັກ ງານ-ລັດ ຖະ ກອນ ພາຍ​ໃນ​ກະຊວງ ​ແລະ ບັນ ດາ​ບໍລິສັດດັ່ງ​ດ່າວ ທີ່​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ຕໍ່ກັບການ​ສູນ​ເສຍ​ທັງ​ຊີວິດ ແລະ ຊັບ​ສິນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ ສປປ ລາວ ​ໂດຍ​ສະ​ເພາະ​ຢູ່​ບັນດາ​ແຂວງ​ພາກ​ໃຕ້ອັນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ຫລວງຫລາຍ​ຂາດ​ອາຫານ​ການ​ກິນ, ຂາດ​ທີ່​ພັກ​ພາ​ອາ​ໄສ. ​ເງິນ​ຈຳນວນ​ດັ່ງກ່າວ​ນີ້ ທາງ​ໂທລະພາບ​ແຫ່ງ​ຊາດ​ຈະ​ໄດ້​ນຳ​ໄປ​ຊື້​ເຂົ້າສານ, ອາຫານ​ແຫ້ງ ​ແລະ ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ຈຳນວນ​ໜຶ່ງໄປ​ແຈກ​ຍາຍ​ໃຫ້​ແກ່​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ ໃນ​ຄັ້ງນີ້.

No comments:

Post a Comment