Ad

Ad

10 October 2013

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງສິງ ທຳມະວົງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 23 ຢູ່ປະເທດບຣູໄນ ດາຣູຊາລາມ



             ກອງປະຊຸມສຸດຍອດອາຊຽນຄັ້ງທີ 23 ແລະ ບັນດາກອງ ປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງ ເປັນ ທາງການໃນຕອນເຊົ້າວັນທີ 9 ຕຸລາ 2013, ທີ່ ບັນດາ ສິຣິ ເບກາວັນ, ບຣູໄນ ດາຣູຊາລາມ. ທ່ານ ທອງສິງ ທຳມະ ວົງ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ ແທນແຫ່ງ ສປປ ລາວ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ ດັ່ງກ່າວ.
        ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 23 ນີ້, ບັນດາຜູ້ນຳອາຊຽນໄດ້ຮັບຊາບຄວາມຄືບໜ້າກ່ຽວກັບການສ້າງ ປະຊາຄົມອາຊຽນເ​​ຊິ່ງມີເປົ້າໝາຍໃຫ້ສຳເລັດໃນປີ 2015 ແລະ ໄດ້້ສະແດງຄວາມຍິນດີທີ່ບັນດາຂະແໜງການທີ່ກ່ຽວຂ້ອງ ຂອງອາຊຽນໄດ້ສຳເລັດການທົບທວນການຈັດຕັ້ງປະຕິບັດແຜນ ແມ່ບົດປະຊາຄົມອາຊຽນທັງ 3 ເສົາຄ້ຳ, ແຜນວຽກໄລຍະ 2 ຂອງຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນແລະແຜນແມ່ບົດ ກ່ຽວກັບການເຊື່ອມຈອດອາຊຽນ. ພ້ອມກັນນັ້ນ, ບັນດາຜູ້ນຳ ອາຊຽນກໍໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືພາຍຫລັງ ການສ້າງປະຊາຄົມອາຊຽນໃນປີ 2015 ດ້ວຍການຮັບຮອງ ເອົາຖະແຫລງການບັນດາສິຣິເບກາວັນວ່າດ້ວຍວິໄສທັດຂອງປະ
ຊາຄົມອາຊຽນຫລັງປີ 2015 ແລະ ໄດ້ມອບໝາຍໃຫ້ສະພາ ປະສານງານອາຊຽນປຶກສາຫາລືລະອຽດ ແລະ  ລາຍງານຄວາມ ຄືບໜ້າຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງຕໍ່ໄປຊາບ. ນອກ ຈາກນີ້, ບັນດາຜູ້ນຳອາຊຽນຍັງໄດ້ປຶກສາຫາລືກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ພາຍ​ນອກ ໂດຍໄດ້ເນັ້ນເຖີງບົດບາດຄວາມເປັນ ແກນ ກາງຂອງອາຊຽນໃນໂຄງສ້າງພາກພື້ນ ແລະ ເຫັນດີສືບຕໍ່ເພີ່ມທະ ວີການຮ່ວມມືກັບພາຍນອກ    ເພື່ອປະກອບສ່ວນເຂົ້າໃນ ການສ້າງປະຊາຄົມອາຊຽນໃຫ້ສຳເລັດໃນປີ 2015 ກໍຄືການປົກປັກ ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ແລະ ໃນໂລກ. ນອກຈາກນັ້ນ, ບັນດາຜູ້ນຳອາຊຽນຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ສະພາບການຢູ່ຕາເວັນອອກກາງ, ຊີຣີ, ແລະ ອື່ນໆ.
      ໃນວັນດຽວກັນນີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນລາວກໍ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນກັບ 4 ຄູ່ເຈລະຈາຄື: ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 16, ກອງປະ ຊຸມສຸດຍອດອາຊຽນ- ສ.ເກົາຫລີ ຄັ້ງທີ 16, ກອງປະຊຸມສຸດຍອດອາຊຽນ -ຈີນ ຄັ້ງທີ 16 ແລະ ກອງປະຊຸມສຸດຍອດອາ ຊຽນ-ສະຫະລັດຄັ້ງທີ 1.
         ໃນກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 16, ບັນດາຜູ້ນຳອາຊຽນ ແລະ ຍີ່ປຸ່ນ ໄດ້ທົບທວນຄືນການຮ່ວມມືໃນ ໄລຍະ 1 ປີ ຜ່ານມາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຮ່ວມມືຕ່າງໆເຊິ່ງເຫັນວ່າມີຄວາມຄືບ ໜ້າຫລາຍສົມຄວນ. ຜູ້ນຳອາຊຽນ ແລະ ຍີ່ປຸ່ນ ໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກຳ ຕ່າງໆ ເພື່ອສະເຫລີມສະຫລອງການພົວພັນອາຊຽນ-ຍີ່ປຸ່ນຄົບຮອບ 40 ປີ ແລະ ໄດ້ປຶກສາຫາລືກ່ຽວກັບການຈັດກອງປະຊຸມສຸດ ຍອດສະເຫລີມສະຫລອງວັນດັ່ງກ່າວເຊິ່ງຈະຈັດຂຶ້ນໃນວັນທີ 13-15 ທັນວາ 2013 ທີ່ໂຕກຽວ, ຍີ່ປຸ່ນ.
    ກອງປະຊຸມສຸດຍອດ ອາຊຽນ- ສ. ເກົາຫລີ ຄັ້ງທີ 16 ໄດ້ຕີລາຄາ ສູງຕໍ່ການຮ່ວມມືອາຊຽນ-ສ. ເກົາ ຫລີ ເຊິ່ງຕະລອດໄລ ຍະ 1 ປີຜ່ານມາເຫັນວ່າມີຄວາມຄືບໜ້າທີ່ສຳຄັນໂດຍສະເພາະແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ເຕັກໂນໂລຊີການສື່ສານ, ການ ແລກປ່ຽນຊາວ ໜຸ່ມ, ສື່ມວນຊົນ ແລະ ການຮ່ວມມືເພື່ອການພັດທະນາ. ອັນ ພົ້ນເດັ່ນແມ່ນດ້ານການຄ້າເຊິ່ງໃນປີ 2011 ມູນຄ່າ ການຄ້າລະຫວ່າງອາຊຽນ ແລະ ສ. ເກົາຫລີ ບັນລຸໄດ້ 124.5 ຕື້ໂດລາ ສະ ຫະລັດ ແລະ ສອງຝ່າຍ ໄດ້ວາງເປົ້າໝາຍເພື່ອໃຫ້ບັນລຸໄດ້ 150 ຕື້ໂດລາ ສະຫະລັດໃນປີ 2015. ປັດຈຸບັນ, ສ. ເກົາຫລີ ເປັນ ຄູ່ຄ້າໃຫຍ່ອັນດັບ 5 ຂອງອາຊຽນ, ໃນຂະນະທີ່ອາຊຽນເປັນຄູ່ຄ້າໃຫຍ່ອັນດັບ  2 ຂອງ ສ. ເກົາຫລີ. ນອກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຈັດກອງປະຊຸມສຸດຍອດອາຊຽນ-ສ. ເກົາຫລີ ສະໄໝພິເສດ ເພື່ອສະເຫລີມສະຫລອງການ ພົວພັນອາຊຽນ- ສ. ເກົາຫລີ ຄົບຮອບ 25 ປີ ໃນປີ 2014   ແລະ   ເຫັນດີໃຫ້ຈັດກິດຈະກຳຕ່າງໆຮ່ວມກັນ.
           ໃນກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 16, ບັນດາຜູ້ນຳອາຊຽນ ແລະ ຈີນ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກ ຜົນຂອງການຮ່ວມມືອາຊຽນ-ຈີນ ໃນໜຶ່ງປີຜ່ານມາ ໂດຍສະເພາະແມ່ນໄລຍະ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດເຊິ່ງ ສປ ຈີນເປັນຄູ່ເຈລະຈາທີ່ມີການຮ່ວມມືກັບອາຊຽນຢ່າງຮອບດ້ານເຊິ່ງມີ 12ກົນ ໄກການຮ່ວມມືໃນລະດັບລັດຖະມົນຕີ ແລະຫຼາຍກວ່າ 20 ຂະແໜງການອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ແລະ ການສົ່ງເສີມສັນຕິພາບ, ສະຖຽນ ລະພາບ, ແລະ ຄວາມສົມບູນພູນສຸກໃນພາກພື້ນລວມທັງເປັນການປະກອບສ່ວນເຂົ້າໃນການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ ແລະ ການສ້າງປະຊາຄົມອາຊຽນ. ປັດຈຸບັນ, ສປ ຈີນ ເປັນຄູ່ຄ້າໃຫຍ່ອັນ ດັບໜຶ່ງຂອງອາ ຊຽນ ແລະ ອາ ຊຽນເປັນຄູ່ຄ້າໃຫຍ່ອັນດັບສາມຂອງຈີນເຊິ່ງໃນປີ 2012 ມູນຄ່າການຄ້າສອງຝ່າຍບັນລຸໄດ້ຫລາຍກວ່າ 400 ຕື້ໂດລາສະຫະລັດ. ໃນ ກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາ ຊຽນແລະ ສປ.ຈີນ ໄດ້ຕັ້ງ ເປົ້າ ໝາຍໃໝ່ ເພື່ອໃຫ້ມູນຄ່າການຄ້າ ສອງຝ່າຍ ບັນລຸ 500 ຕື້ໂດລາ ສະ ຫະລັດໃນປີ 2015 ແລະ ສູ້ຊົນໃຫ້ ໄດ້ 1000 ຕື້ໂດລາສະຫະລັດໃນປີ 2020. ສຳລັບ ມູນຄ່າການລົງທຶນ ສອງຝ່າຍອາຊຽນ-ຈີນ ຈະໃຫ້ບັນ ລຸ 150 ຕື້ໂດລາສະຫະລັດ ໃນ 8 ປີຂ້າງໜ້າ. ນອກຈາກນີ້, ບັນດາ ຜູ້ນຳອາຊຽນ ແລະ ສປ ຈີນ ໄດ້ ສະແດງຄວາມຍິນດີຕໍ່ຜົນສຳເລັດ ຂອງການຈັດຕັ້ງປະຕິບັດກິດຈະກຳຕ່າງໆເພື່ອສະເຫລີມ ສະຫລອງການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ຄົບຮອບ 10 ປີ ເປັນຕົ້ນແມ່ນການຈັດກອງປະຊຸມລັດຖະມົນຕີການຕ່າງ ປະເທດອາຊຽນ- ຈີນ ສະໄໝພິເສດ ໃນວັນທີ 29 ສິງຫາ 2013 ຢູ່ປັກກິ່ງ, ສປ ຈີນ. ກອງປະຊຸມໄດ້ຮັບຮອງ ເອົາຖະ ແຫລງ ການຮ່ວມພື່ອສະເຫລີມສະຫລອງການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ຄົບຮອບ 10 ປີ. ພ້ອມກັນນັ້ນ, ບັນດາຜູ້ນຳອາ ຊຽນໄດ້ສະແດງຄວາມຍິນດີຕໍ່ຂໍ້ລິເລີ່ມໃໝ່ຂອງ ສປ ຈີນ ເຊັ່ນ: ການສະເໜີສ້າງຕັ້ງເຄືອຂ່າຍການຮ່ວມມືຂອງບັນດາເມືອງ ທີ່ມີທ່າເຮືອລະຫວ່າງອາຊຽນ ແລະ ສປ ຈີນເພື່ອສົ່ງເສີມອຸດສາຫະກຳທາງທະເລ, ເສັ້ນທາງການເດີນເຮືອ  ແລະ ການທ່ອງ ທ່ຽວທາງທະເລ, ການກຳນົດເອົາປີ 2014 ເປັນປີແລກປ່ຽນວັດທະນະທຳອາຊຽນ-ຈີນ, ການເພີ່ມທຶນການສຶກສາໃຫ້ແກ່ອາ ຊຽນຈຳນວນ 15 ພັນທຶນ ໃນ 3 ຫາ 5 ປີຂ້າງໜ້າ ລີ່ມແຕ່ປີ 2014 ແລະ ອື່ນໆ. 
         ໃນໂອກາດນີ້, ກອງປະຊຸມເຫັນດີໃຫ້ເອົາການເຊື່ອມຈອດເປັນຂົງເຂດບຸລິມະສິດທີ 12 ຂອງ ການຮ່ວມມື ອາຊຽນ-ຈີນ. ພ້ອມກັນນີ້, ບັນດາຜູ້ນຳອາຊຽນໄດ້ສະເໜີໃຫ້ ສປ ຈີນ ສືບຕໍ່ຊ່ວຍເຫລືອການຈັດຕັ້ງປະຕິບັດບັນດາໂຄງການເຊື່ອມ ຈອດອາຊຽນ ເພື່ອສົ່ງເສີມການເຊື່ອມຈອດດ້ານພື້ນ ຖານໂຄງລ່າງພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ກັບ ສປ ຈີນ ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 1, ບັນດາຜູ້ນຳອາຊຽນ-ສະຫະລັດ ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງແຜນປະຕິບັດງານອາຊຽນ-ສະຫະລັດໃນໄລຍະໜຶ່ງປີຜ່ານມາ. ອາຊຽນຕີລາ ຄາສູງຕໍ່ການປະກອບສ່ວນຂອງສະຫະລັດເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ  ແລະ ອື່ນໆ. ພ້ອມກັນນີ້, ກອງປະຊຸມຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນຕ່າງໆທີ່ມີຄວາມສົນໃຈຮ່ວມກັນ.
            ທ່ານ ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຈະສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆຄື:ກອງປະ ຊຸມສຸດຍອດອາຊຽນບວກສາມຄັ້ງທີ 16, ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 8, ກອງປະຊຸມສຸດຍອດອາຊຽນ-ອິນ ເດຍຄັ້ງທີ 11 ແລະ ກອງປະຊຸມສຸດຍອດ ອາຊຽນ-ສະຫະປະຊາຊາດຄັ້ງທີ 5 ເຊິ່ງຈະຈັດຂຶ້ນໃນວັນທີ 10 ຕຸລາ 2013 ທີ່ບັນ ດາສິຣິເບກາວັນ, ປະເທດບຣູໄນດາຣູຊາລາມ.

No comments:

Post a Comment