Ad

Ad

11 October 2013

ຢ່າເອກະພາບກັນຄົນລະແບບ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ຫລາຍທ່ານຄົງຈະເຫັນເປັນ ລວງດຽວກັບຈານແຍ່ວ່າ: ທຸກ ຄົນທີ່ມີໂອກາດຈັບໜັງສືພິມລາຍ ວັນປະຈຳອາທິດນີ້ຂຶ້ນອ່ານ ຄົງ ຈະບໍ່ແນມກາຍຂ່າວກ່ຽວກັບຄະ ດີຢາເສບຕິດທີ່ມີໂທດຂັ້ນປະຫານ ແລະ ອີກຂ່າວໜຶ່ງກໍແມ່ນກ່ຽວ ກັບແມ່ຍິງຕ່າງໄວກັນ ສອງຄົນໃຊ້ ຫົວຄິດປະດິດສ້າງເຊື່ອງຢາເສບ ຕິດໄວ້ໃນຊ່ອງຄອດ, ບ່ອນສະ ຫງວນ ເຊິ່ງຄິດວ່າຈະສາມາດຕົບຕາເຈົ້າໜ້າ ທີ່ໄດ້, ແຕ່ແລ້ວກໍໄປບໍ່ ມົ້ມກົ້ມບໍ່ຫວິດ. ຈຳນວນຢາບ້າທີ່ ເຊື່ອງໄວ້ຊ່ອງຄອດຂອງແຕ່ລະ ຄົນນັ້ນມີເຖິງຜູ້ລະ 5 ຖົງ, ຖົງລະ 200 ເມັດ ຕົກເປັນ 1.000 ເມັດ. ພວກຜູ້ຊາຍທີ່ບໍ່ມີຄວາມຮູ້ເລື່ອງ ຊ່ອງຄອດ (ເຊັ່ນຈານແຍ່) ນັ້ນ ຕ່າງກໍອ້າປາກຕາກແຂ້ວ ແລະ ຕັ້ງຄຳຖາມໃຫ້ກັນຕອບວ່າ: “ມັນ ກໍບັນຈຸໄດ້ຫລາຍປານນັ້ນພຸ້ນ ຫວະ ?” ແນ່ນອນຄຳຖາມນີ້ບໍ່ມີ ເຈດຕະນາໃຫ້ເປັນ ເລື່ອງຕະຫລົກເພື່ອຮຽກສຽງຫົວດ໋ອກ ເພາະມັນ ຊິຫົວໄດ້ແນວໃດ ໂດຍສະເພາະເລື່ອງຢາເສບຕິດທີ່ທຳລາຍຄົນ, ທຳລາຍ ສັງຄົມ, ທຳລາຍໝົດປະເທດຊາດ. ທີ່ຕັ້ງຄຳຖາມກໍເພື່ອເຕືອນກັນວ່າ: ພວກຄ້າຢາບ້ານັ້ນມັນເຮັດໄດ້ທຸກຢ່າງ. ທ່ານຜູ້ອ່ານ ເຄີຍໄດ້ຍິນບໍ່ຂ່າວກ່ຽວກັບການຊຸກເຊື່ອງຢາບ້າໄວ້ໃນສົບຄົນຕາຍ (ຂ່າວຈາກຕ່າງປະເທດ) ແລະ ຜູ້ຕາຍນັ້ນກໍແມ່ນຕາຍ ຍ້ອນຖືກຂ້າເພື່ອໃຊ້ເປັນເຄື່ອງຊຸກເຊື່ອງຢາເສບຕິດ.

     ອີກຂ່າວໃຫຍ່ໜຶ່ງກໍຄືຂ່າວ ການຕັດສິນປະຫານຊີວິດທ້າວ ເຜີຍ ອາຍຸ 27 ປີ ຄົນບ້ານທົ່ງສາງ ນາງ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນເຮົານີ້ເອງ. ສ່ວນ ນາງ ລັດຕະນາ ຜູ້ເປັນເມຍຂອງຜູ້ ກະທຳຜິດນັ້ນ ສານຕັດສິນໃຫ້ຈຳຄຸກປີເຄິ່ງໃນ ການປິດບັງການກະທຳຜິດ.
     ອ່ານຂ່າວນີ້ແລ້ວກໍຮູ້ສຶກເສົ້າໃຈ, ເສົ້ານຳຊະຕາກຳຂອງປະເທດຊາດບ້ານເມືອງ, ເສົ້ານຳ ພວກທີ່ຕົກເປັນເຫຍື່ອຂອງຢາ ເສບຕິດ, ແຕ່ພ້ອມດຽວກັນກໍເກີດມີຄວາມເຊື່ອໝັ້ນເງື້ອມມືຂອງ ກົດໝາຍທີ່ສາມາດນຳເອົາຜູ້ກະທຳຜິດມາລົງໂທດຈົນໄດ້ ຕາມບາບກຳທີ່ພວກເຂົາໄດ້ສ້າງໄວ້. ຂ່າວການຊຸກເຊື່ອງຢາເສບຕິດໄວ້ໃນຊ່ອງຄອດ ແລະ ໂທດປະຫານຊີວິດຜູ້ຄ້າຢາເສບຕິດ ທີ່ວ່ານີ້ ມີໃຫ້ອ່ານໃນໜ້າໜັງສືພິມລາຍວັນແຕ່ວັນທີ 9-10 ຂອງເດືອນນີ້.
     ເຊັ່ນດຽວກັບຂ່າວຄະດີອື່ນໆທີ່ເຄີຍອ່ານມາ, ສອງເລື່ອງທີ່ອ່ານພົບນີ້ພາໃຫ້ຈານແຍ່ຄິດເຖິງສິ່ງທີ່ໄດ້ເວົ້າຜ່ານຄໍລຳຂອງຕົນ ໃນບົດໜັງສືພິມຕ່າງໆ ໂດຍສະເພາະກໍແມ່ນຄໍລຳບັນຫາຈານແຍ່ນີ້ລະຄື ເຫັນວ່າຂ່າວກ່ຽວກັບຄະດີຕ່າງໆທີ່ມີໃຫ້ອ່ານນັ້ນ ຫລາຍບົດຍັງຂາດລັກສະນະຄົບຊຸດ ຄືເວົ້າພຽງຂັ້ນຕອນການສືບສວນ, ການຕິດຕາມຮອດບ່ອນຈັບໄດ້ໄລ່ທັນ, ຄວາມໜັກ-ເບົາຂອງການກະທຳຜິດ ແລ້ວຕໍ່ໃຫ້ຂະໜາດຂອງໂທດທີ່ວາງລົງ. ສິ່ງທີ່ຂາດໄປກໍຄືການສະໜອງຄວາມຮູ້ໃຫ້ຜູ້ອ່ານຊາບ ວ່າ: ເຫດໃດຈຶ່ງວາງໂທດລະດັບນັ້ນ ?, ໂທດນັ້ນກຳນົດຢູ່ໃນມາດຕາໃດ ?, ການກະທຳທີ່ບໍ່ເຂັດ ຫລາບນັ້ນມີໂທດເພີ່ມຫລາຍ ໜ້ອຍຊ່ຳໃດ ?. ຈານແຍ່ຄິດວ່າ: ການສະເໜີຂ່າວກ່ຽວກັບການກະທຳຜິດ, ການລົງໂທດນັ້ນບໍ່ຄວນພຽງແຕ່ໃຫ້ເປັນຂ່າວ ລ້າໆ, ແຕ່ຄວນໃຫ້ເປັນເນື້ອໃນສຶກສາອົບຮົມດ້ານກົດໝາຍໄປພ້ອມ. ຂ່າວ ກ່ຽວກັບພະສົງແຕກປອກຊອກ ເສບສົມກັບເດັກ ຍິງອາຍຸ 10 ປີ ຫວ່າງແລ້ວນີ້ ຄວນຂະຫຍາຍ ຄວາມໃຫ້ກວມເອົາມາດຕາການ ຂົມຂື່ນກະທຳຊຳເລົາເດັກທີ່ບໍ່ບັນລຸນິຕິພາວະ, ດີແທ້ຄວນບອກຕື່ມວ່າ: ມັນຜິດສິນຂໍ້ໃດຂອງທາງສາສະໜາ.
    ອີກບັນຫາໜຶ່ງທີ່ຍັງເຫັນວ່າ: “ເອກະພາບກັນຄົນລະແບບ” ນັ້ນກໍຄືການຂີດເສັ້ນເພື່ອປິດຕາຜູ້ກະທຳຜິດໃນຮູບປະກອບ ຂ່າວ ເພາະ ໜັງສືພິມບາງສະບັບກໍມີເສັ້ນຂີດອັດຕາ, ໜັງສືພິມບາງສະບັບກໍປ່ອຍໃຫ້ເຫັນຕາ ເຊັ່ນຮູບຂອງ ທ້າວ ເຜີຍ ແລະ ເມຍ ໃນໜ້າໜັງ ສືພິມເສດຖະກິດ ປະຈຳວັນທີ 10 ເດືອນນີ້ນັ້ນ ມີເສັ້ນຂີດສີຂາວອັດ ຕາຂອງທັງສອງ, ສ່ວນຢູ່ໜັງສືພິມ ອື່ນໆ ເຊິ່ງອອກໃນວັນທີ 9 ນັ້ນ ພັດບໍ່ມີເສັ້ນຂີດອັດຕາ. ຕາມຄວາມເຂົ້າໃຈການໃຊ້ເສັ້ນຂີດອັດຕາຜູ້ກະທຳຜິດນັ້ນແມ່ນ       ເຮັດສະເພາະຜູ້ທີ່ບໍ່ທັນບັນລຸນິຕິພາວະ ຫລື ເຮັດໃນກໍລະນີເພື່ອຮັກສາຄວາມປອດໄພຂອງສ່ວນບຸກຄົນ ແລະ ອາດມີເຫດຜົນ ອື່ນໆອີກ.
    ຄຳຖາມທີ່ຕັ້ງຂຶ້ນກໍຄືຢາກໃຫ້ວົງການສື່ຂອງພວກເຮົາຖືສຳຄັນຄວາມເປັນເອກະພາບບໍ່ເຮັດຕາມແຕ່ຊິຄິດອອກ.

No comments:

Post a Comment