ກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ
ປ່າໄມ້ ໄດ້ສະເໜີຄວາມຕ້ອງການທາງດ້ານງົບປະມານສຳລັບ ການປິ່ນປົວ ແລະ ປ້ອງກັນຝູງສັດລ້ຽງທຸກປະເພດໃຫ້ແກ່
4 ແຂວງພາກໃຕ້ ຫລັງເກີດ ພພິບັດນ້ຳຖ້ວມເສຍຫາຍເປັນຈ ຳນວນບໍ່ໜ້ອຍ, ແຕ່ໃນຂະນະດຽວກັນຂະແໜງການດັ່ງກ່າວໄດ້ຈັດສົ່ງຢາປ້ອງກັນ
ແລະ ປິ່ນປົວສັດລ້ຽງເປັນການສຸກເສີນ ແລ້ວມູນຄ່າ 28 ລ້ານກີບ. ພ້ອມນີ້ ຍັງກະກຽມ ງົບປະມານເພື່ອຈັດຊື້ລູກປາໄປແຈກຢາຍໃຫ້ແກ່ຊາວກະສິກອນນຳໄປ
ລ້ຽງທົດແທນຄືນການເສຍຫາຍຈາກນ້ຳຖ້ວມຢູ່ແຂວງເຊກອງ, ອັດຕະປື, ຈຳປາສັກ ແລະ ສາລະວັນຕື່ມອີກ.
ຕໍ່ບັນຫາດັ່ງກ່າວ, ຫົວໜ້າ ກົມລ້ຽງສັດ ແລະ ການປະມົງ
ທ່ານ ດຣ. ບຸນຂວາງ ຄຳບຸນ ເຮືອງ ໃຫ້ຮູ້ ວ່າ: ໃນທ້າຍເດືອນ ກັນຍາຜ່ານມາ, ທາງຂະແໜງ ການ
ຂອງຕົນໄດ້ຈັດສົ່ງຢາປິ່ນ ປົວ ແລະ ເຄື່ອງອຸປະກອນ ຕົກ ເປັນມູນຄ່າ 28 ລ້ານກີບ ໃຫ້ ແກ່
4 ແຂວງພາກໃຕ້ ເພື່ອຮັບມືກັບ ການລະ ບາດພະຍາດຕ່າງໆຂອງ ສັດລ້ຽງທີ່ອາດຈະເກີດຂຶ້ນຫລັງນ້ຳຖ້ວມ
ເຊິ່ງໄດ້ຖື ສຳຄັນການ ສັກຢາປ້ອງກັນ ເປັນຫລັກ ໂດຍໄດ້ສົ່ງພະນັກງານວິຊາການຂອງ ຕົນລົງສົມທົບກັບເມືອງ
ແລະ ຂະແໜງສັດຕະ ວະແພດຢູ່ຮາກຖານເຄື່ອນໄຫວສັກຢາປ້ອງກັນໃຫ້ສັດລ້ຽງໃນເຂດນ້ຳຖ້ວມໃຫ້ບັນລຸ
ໄດ້ 70% ຂຶ້ນໄປ ແລະ ອີກບັນຫາໜຶ່ງ ເພື່ອທົດແທນ ແລະ ມີເງື່ອນໄຂຜະລິດຄືນໃໝ່ກະຊວງກະສິກຳ
ແລະ ປ່າໄມ້ ໄດ້ສະເໜີໄປຍັງລັດຖະບານເພື່ອຂໍຍົກເວັ້ນ
ດອກເບ້ຍເງິນກູ້ໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.
ພ້ອມດຽວກັນກໍຂໍໃຫ້ທະນາຄານ ສືບຕໍ່ປ່ອຍເງິນກູ້ໃຫ້ເຂົາເຈົ້າເພື່ອມີເງື່ອນໄຂຜະລິດທົດແທນຜົນເສຍຫາຍດັ່ງກ່າວ.
ຂະນະດຽວກັນ, ທາງຂະແໜງ ລ້ຽງສັດ ແລະ ການປະມົງ
ໄດ້ກະກຽມລູກປານິນ, ປາໄນ ເພື່ອແຈກຢາຍໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບດັ່ງກ່າວຈຳນວນ
ຫລາຍກວ່າ 50 ລ້ານໂຕ ໂດຍຄາດວ່າແຂວງໜຶ່ງຈະໄດ້ຮັບແຕ່ 4-5 ລ້ານໂຕ.
No comments:
Post a Comment