Ad

Ad

25 October 2013

ບໍລິສັດກວາງຕຸງ 3 ສປ ຈີນ ມອບເງິນ 10 ພັນໂດລາປະກອບສ່ວນຟື້ນຟູປ່າສະຫງວນພູເຂົາຄວາຍ



       ທ່ານໂຈວ ຈື ກັງ ປະທານ ບໍລິສັດກວາງຕຸງ 3 ສປ.ຈີນ ໄດ້ມອບເງິນຈຳນວນ 10 ພັນໂດລາສະຫະລັດ ໃຫ້ນຳໃຊ້ເຂົ້າໃນການຟື້ນຟູປ່າສະຫງວນແຫ່ງຊາດພູເຂົາ ຄວາຍທີ່ຢູ່ໃນເຂດໂຄງການຊົນລະປະທານ ພາກຂະຫຍາຍນ້ຳປອດ -ນ້ຳຫາງ ພ້ອມ ປົກປັກຮັກ ສາປ່າໄມ້ຢູ່ເຂດດັ່ງກ່າວໃຫ້ອຸດົມສົມບູນຕາມທຳມະຊາດ ແລະ ເປັນການ ຊຸກຍູ້ປະກອບສ່ວນສະເຫລີມສະຫລອງວັນສ້າງຕັ້ງກອງ ທັບປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ທີ່ຈະມາເຖິງນີ້. ໂດຍຜ່ານທ່ານ ວັນຄຳ ສົມມະນີວັນ ຄະນະພັກຄະ ນະບັນຊາກອງ ຂ 941 ກ່າວຮັບເງິນ ແລະ ຢືນຢັນຈະນຳໃຊ້ເງິນດັ່ງກ່າວເຂົ້າໃນກິດຈະ ກຳປົກປັກຮັກສາປ່າໄມ້, ຟື້ນຟູປ່າໄມ້ໃນ ເຂດໂຄງການຊົນລະ ປະທານດັ່ງກ່າວ.
       ໂຄງການຊົນລະປະທານນ້ຳປອດ-ນ້ຳຫາງ ພາກຂະຫຍາຍໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ2012 ໃນມູນຄ່າ 8.568.000
ໂດ ລາສະຫະລັດ ມາຮອດປັດຈຸບັນສຳເລັດແລ້ວ 98% ຄືວຽກກໍ່ສ້າງອ່າງເກັບນ້ຳ, ສ້າງຄອງເໜືອງ ແລະ ອື່ນໆຄາດວ່າຈະ ໃຫ້ສຳເລັດ 100% ໃນທ້າຍເດືອນພະຈິກ 2013 ນີ້.

        ພິທີມອບຮັບເງິນດັ່ງກ່າວ, ມີຂຶ້ນໃນທ້າຍອາທິດຜ່ານມາທີ່ໂຄງການຊົນລະປະທານນ້ຳປອດ-ນ້ຳຫາງພາກຂະຫຍາຍ ພູເຂົາຄວາຍ ເມືອງທຸລະຄົມ ແຂວງວຽງຈັນ ໂດຍມີທ່ານ ກອງສີ ອຸດົມ ເຈົ້າເມືອງທຸລະຄົມ ແລະ ພະນັກງານຂອງທັງສອງ ຝ່າຍເຂົ້າຮ່ວມ.

No comments:

Post a Comment