Ad

Ad

24 October 2013

ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມປະເທດຝຣັ່ງຢ່າງເປັນທາງ



           ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ຟຣັງຊົວ ໂຮນລັງ ປະທານາທິບໍດີ ແຫ່ງສາທາລະນະລັດຟຣັ່ງ, ທ່ານ ຈູມ ມາ ລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ສ.ຝຣັ່ງ ຢ່າງເປັນທາງການໃນລະຫວ່າງວັນທີ 20-25 ຕຸລານີ້.           
          ໃນຕອນເຊົ້າຂອງວັນທີ 22 ຕຸລາ, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປລາວ ໄດ້ພົບປະເຈລະຈາສອງ ຝ່າຍກັບ ທ່ານ ຟຣັງຊົວ ໂຮນລັງ ປະທານາທິບໍດີຝຣັ່ງ ຢູ່ທຳ ນຽບເອລີເຊ ແລະ ຈາກນັ້ນກໍໄດ້ພົບປະກັບ ທ່ານ ຊັງປີແອ ແບລ ປະທານສະພາສູງຢູ່ ຫໍສະພາລຸກຊຳບວກ. ການພົບປະເຈລະຈາດຳເນີນໄປດ້ວຍບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈກັນ ແລະເຕັມໄປ ດ້ວຍເນື້ອໃນສຳຄັນແຫ່ງການຮ່ວມມືລະຫວ່າງສອງປະເທດລາວ ແລະ ຝຣັ່ງ. ການນໍາສູງສຸດຝຣັ່ງໄດ້ຊົມເຊີຍບົດບາດອັນສູງຂອງ ສປປ ລາວ ທີ່ມີຢູ່ໃນບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາ ຊຽນ ແລະ ໃນເວທີປຶກສາຫາລືຂອງອາຊີ-ເອີຣົບ ຫລື ອາ ເຊັມ ໂດຍສະເພາະຜົນສຳເລັດຂອງ ສປປ ລາວ ໃນການ ເປັນເຈົ້າ ພາບກອງປະຊຸມສຸດຍອດອາເຊັມ 9 ທີ່ນະຄອນຫລວງວຽງຈັນ ໃນເດືອນພະຈິກ 2012 ຜ່ານມາ. ນອກຈາກນັ້ນ ປະມຸກລັດ
ທັງສອງລາວ ແລະ ຝຣັ່ງໄດ້ຕີລາຄາສູງສາຍພົວພັນປະຫວັດສາດ ແລະ ສາຍສຳພັນອັນໃກ້ຊິດລະຫວ່າງສອງປະເທດ ແລະ ການຮ່ວມມືອັນດີທີ່ມີມານຳກັນ​ແຕ່​ດົນ​ນານ. ພ້ອມດຽວກັນນັ້ນ ກໍໄດ້ເຫັນດີ ເຫັນພ້ອມນຳກັນເສີມຂະຫຍາຍການພົວ ພັນເສດຖະກິດ-ການຄ້າລະຫວ່າງສອງປະເທດ, ເພີ່ມທະວີການລົງ ທຶນຂອງບໍລິສັດຕ່າງໆ ຂອງຝຣັ່ງໂດຍສະເພາະການລົ ງທຶນຂອງບໍລິສັດຂະໜາດນ້ອຍ ແລະ ຂະໜາດກາງ, ຂະແໜງການກະສິກຳ-ອາຫານ, ພະລັງງານ, ພື້ນຖານໂຄງລ່າງ, ສາທາລະ ນະສຸກ, ການຂົນສົ່ງ ແລະ ທ່ອງທ່ຽວ. ສອງປະມຸກລັດໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືວັດ ທະນະທຳ ແລະ ການພັດ ທະນາ ເປັນຕົ້ນຂະຫຍາຍການສິດສອນພາສາຝຣັ່ງ, ການກໍ່ສ້າງບຳລຸງຄູພາສາຝຣັ່ງໃຫ້ແກ່ລາວ ແລະ ໃນຂອບວຽກງານໂຄງການ ຮ່ວມມືຝຣັ່ງໂກໂຟນີ.                    
              ໃນໂອກາດພົບປະເຈລະຈາດັ່ງກ່າວ, ສອງປະມຸກລັດລາວ ແລະ ຝຣັ່ງຍັງໄດ້ສະແດງຄວາມ ຊົມ ເຊີຍຍິນດີຕໍ່ການ ລົງນາມເຊັນສັນຍາຮ່ວມມືສອງຝ່າຍຈຳນວນໜຶ່ງເຊັ່ນສັນຍາຊ່ວຍເຫລືອດ້ານການເງິນໂຄງການພັດທະນາເຂດເນີນສູງ, ສັນຍາ ໂຄງການ ບູລະນະມໍລະດົກໂລກວັດພູຈຳປາສັກ ແລະ ບົດບັນທຶກ.

No comments:

Post a Comment