ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນຕຸລາ
2013 ໄດ້ຈັດຂຶ້ນ ຢູຫ້ອງວ່າການລັດຖະບານໃນລະຫວ່າງວັນທີ 21-22 ຕຸລານີ້ ພາຍໃຕ້ການເປັນປະ ທານຂອງທ່ານ
ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກ ລັດຖະມົນຕີ ແລະ ສະມາຊິກໃນຄະນະລັດຖະບານເຂົ້າຮ່ວມ.
ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານໂຄ ສົກລັດຖະບານໄດ້ຖະແຫລ່ງວ່າ:
ກອງປະຊຸມໄດ້ພິຈາລະນາມາດຕະການກ່ຽວກັບ ການຟື້ນຟູແກ້ໄຂຜົນກະທົບຈາກໄພນໍ້າຖ້ວມ 2-3 ເດືອນທີ່ຜ່ານມາທີ່ໄດ້ມີພາຍຸ ພັດຜ່ານ ແລະ ຝົນຕົກ
ໜັກເປັນໄລຍະໆເຮັດໃຫ້ເກີດນໍ້າຖ້ວມຢູ່ບັນດາແຂວງທາງພາກເໜືອ, ພາກກາງ ແລະ ຫລ້າສຸດນີ້ກໍ ແມ່ນບັນດາແຂວງທາງພາກໃຕ້ອັນໄດ້ສ້າງຄວາມເສຍຫາຍຕໍ່ບ້ານ, ເຮືອນ, ໄຮ່ນາ, ຮົ້ວສວນ ແລະ ສັດລ້ຽງຂອງປະຊາຊົນທັງໄດ້ ທໍາລາຍພື້ນ
ຖານໂຄງລ່າງຕ່າງໆ ເຊັ່ນ: ລະບົບຊົນລະປະທານ, ຖະໜົນຫົນທາງ, ໂຮງຮຽນ, ໂຮງໝໍ, ໄຟຟ້າ, ລະບົບນໍ້າລິນ,
ນໍ້າປະປາ ແລະ ອື່ນໆຢ່າງຫລວງຫລາຍຄາດຄະເນມູນຄ່າຄວາມເສຍຫາຍທັງໝົດປະມານ 1.000 ກວ່າຕື້ກີບ.
ເພື່ອຟື້ນຟູ
ແກ້ໄຂສະພາບດັ່ງກ່າວ. ກອງປະຊຸມໄດ້ຮັບຮອງເອົາບາງມາດຕະການສະເພາະໜ້າຄືສຸມໃສ່ຟື້ນຟູ
ຊີວິດການເປັນຢູ່ຂອງປະ ຊາຊົນໃນບໍລິເວນທີ່ໄດ້ຮັບຜົນ ກະທົບຮ້າຍແຮງໃຫ້ຄືນສູ່ສະພາບປົກກະຕິເປັນຕົ້ນ:
ການສືບຕໍ່ສະໜອງສະບຽງອາຫານ (ເຂົ້າ,ອຸປະກອນໃຊ້ສອຍ ແລະ ເຄື່ອງນຸ່ງ ຫົ່ມ); ສະໜອງວັດຖຸທີ່ຈໍາເປັນເພື່ອສ້ອມແປງອາຄານທີ່ຢູ່ອາໄສ;
ໂຮງຮຽນ, ໂຮງໝໍ, ສຸກສາລາ, ລະບົບນໍ້າສະອາດໃຫ້ສາມາດ ນໍາໃຊ້ໄດ້ເປັນປົກກະຕິໃນເວລາອັນຄວນ;
ຈັດຕັ້ງການຜະລິດໃຫ້ດີດ້ວຍການຈັດ ສັນພື້ນທີ່ການຜະລິດລະດູແລ້ງ (ເຂົ້າ-ພືດຜັກ ຕ່າງໆ) ພ້ອມທັງຈັດຫາແນວພັນເຂົ້າ,
ພັນພືດ, ຝຸ່ນເພື່ອຕອບສະໜອງ ໃຫ້ກະສິກອນ ແລະ ຜູ້ປະກອບການຜະລິດ. ພ້ອມນີ້ຍັງ ໄດ້ມີມາດຕະການໄລຍະຍາວໂດຍສຸມໃສ່ສ້ອມແປງ
ແລະ ກໍ່ສ້າງ ຄືນໃໝ່ພື້ນຖານໂຄງລ່າງທີ່ຖືກເປ່ເພເສຍຫາຍ (ຊົນລະປະທານ, ຂົວ- ທາງໃຫ້ດີກວ່າເກົ່າ
ແລະ ສາມາດ ທົນຕໍ່ໄພທໍາມະຊາດ ໃນຕໍ່ໜ້າ); ຈັດສັນທີ່ຢູ່ອາໄສຂອງປະຊາຊົນ ໂດຍສະເພາະເຂດທີ່ມີ
ຄວາມສ່ຽງສູງເພື່ອຫລີກເວັ້ນການຖືກນໍ້າຖ້ວມຊໍ້າ ອີກໃນຕໍ່ ໜ້າເປັນຕົ້ນແມ່ນບ້ານຢູ່ແຄມຫ້ວຍ
ຫລື ລຽບຕາມຕີນພູທີ່ມີການເຊາະ ເຈື່ອນງ່າຍ; ສໍາຫລວດຄືນ ແລະ ວາງແຜນກໍ່ ສ້າງລະບົບປ້ອງກັນອຸທົກກະໄພໃຫ້ມີປະສິດທິຜົນໃນໄລຍະຍາວ;
ສິ່ງສໍາຄັນແມ່ນ ການຈັດຫາງົບປະມານທຶນຮອນ ທີ່ຈໍາເປັນເພື່ອສະໜອງທັງສະເພາະໜ້າ ແລະ ຍາວນານໂດຍການຂຸດຄົ້ນແຫລ່ງລາຍຮັບຈາກພາຍ
ໃນ ແລະ ເພີ່ມທະວີການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງການສະໜັບສະໜູນດ້ານທຶນຮອນ
ແລະ ວິຊາການເພື່ອ ສ້າງຄວາມພ້ອມໃນການປ້ອງກັນ ແລະ ຫລຸດຜ່ອນຄວາມສ່ຽງໄພພິບັດທາງທໍາມະຊາດ.
ກອງປະຊຸມໄດ້ຮັບຮອງບົດລາຍງານຂອງກະຊວງແຜນການ
ແລະການລົງທຶນກ່ຽວກັບມາດຕະການຮັກສາຄວາມໝັ້ນທ່ຽງ ຂອງ ເສດຖະກິດມະຫາພາກໃນເງື່ອນໄຂເສດຖະກິດໂລກ,
ພາກພື້ນ ແລະ ພາຍໃນມີຄວາມຫຍຸ້ງຍາກ. ທັງມີການພິຈາລະນາບົດ ລາຍງານຂອງກະຊວງການເງິນກ່ຽວກັບມາດຕະການໃນການຈັດເກັບລາຍຮັບ
ແລະ ແກ້ໄຂການຂາດດຸນງົບປະມານຊຶ່ງບັນຫາພົ້ນ ເດັ່ນທາງເສດຖະກິດມະຫາພາກຂອງ ສປປ ລາວ ໃນປັດຸບັນມີຄືການຂາດດຸນງົບປະມານ
ເນື່ອງຈາກການເກັບລາຍຮັບບໍ່ໄດ້ຕາມ ແຜນການ, ແຕ່ລາຍຈ່າຍເພີ່ມສູງຂຶ້ນ, ລາຄາສິນຄ້າເປັນຕົ້ນແມ່ນສະບຽງອາຫານແພງຂຶ້ນໂດຍບໍ່ສົມເຫດສົມຜົນ,
ການຈ່າຍເງິນ ເດືອນບໍ່ທ່ວງທັນເວລາ, ຄວາມບໍ່ຄ່ອງໂຕໃນການຊໍາລະສະສາງໜີ້ສິນເຮັດໃຫ້ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ
ແລະ ພະນັກງານ, ທະຫານ, ຕໍາຫລວດ ທັງກະທົບເຖິງການດຳເນີນທຸລະກິດຂອງຜູ້ປະກອບການຕ່າງໆທາງເສດຖະກິດໂດຍລວມ.
ທັງ ສອງບັນຫານີ້, ກອງປະຊຸມໄດ້ໃຫ້ທິດຊີ້ນໍາ ແລະ ເອກະພາບບາງມາດຕະການຄືຕ້ອງປະຕິບັດນະໂຍບາຍການເງິນແບບປະ
ຢັດມັດ ທະຍັດ, ເອົາໃຈໃສ່ຮັກສາດຸນງົບປະມານບໍ່ໃຫ້ຂາດດຸນເກີນ 5% ຂອງ GDP ຕາມທີ່ໄດ້ກໍານົດໃນແຜນພັດທະນາເສດຖະກິດ-ສັງ
ຄົມ,ຕັດການໃຊ້ຈ່າຍທີ່ບໍ່ຈໍາເປັນ ລົງ ໂດຍໃຫ້ສອດຄ່ອງກັບ ທ່າ ແຮງຂອງລາຍຮັບຕົວຈິງ;ກວດ ກາຄືນບັນດາໂຄງການລົງທຶນ
ຂອງລັດທີ່ອະນຸມັດໄປແລ້ວເພື່ອ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ສໍາ ເລັດໂດຍໄວ ແລະ ມີການປະສິດທິຜົນ.
ສໍາລັບໂຄງລົງທຶນຂອງລັດທີ່ສະເໜີໃໝ່ຈໍານວນໜຶ່ງຕ້ອງ
ໂຈະໄວ້ກ່ອນ ໂດຍສະເພາະໂຄງການກໍ່ສ້າງສໍານັກງານອົງການ ແລະ ພື້ນຖານໂຄງລ່າງອື່ນໆທີ່ບໍ່ຈໍາເປັນ;ສ້າງຄວາມເຊື່ອໝັ້ນໃຫ້
ເງິນກີບໂດຍມີມາດຕະການ ເພື່ອ ຫລຸດຜ່ອນສ່ວນແຕກຕ່າງອັດຕາ ແລກປ່ຽນລະຫວ່າງທະນາຄານ ແລະ ຕະຫລາດໃຫ້ໃກ້ຄຽງກັນຄືເມື່ອກ່ອນ,
ພ້ອມນີ້ ກໍມີການລະມັດລະວັງໃນການໃຊ້ເງິນຕາ ເພື່ອຮັບປະກັນຄັງສໍາຮອງໃຫ້ພຽງພໍ; ເອົາໃຈໃສ່ຊອກຫາມາດຕະການທີ່ຮັດກຸມຕື່ມໃນພາກລັດ
ໂດຍສະເພາະຮັບປະກັນຄວາມ ສອດຄ່ອງຂອງນະໂຍບາຍ ແລະ ນິຕິກໍາພ້ອມທັງຫລີກເວັ້ນການປັບປຸງປ່ຽນແປງນະໂຍບາຍ
ແລະ ນິຕິກໍາເລື້ອຍໆເພື່ອສ້າງຄວາມ ເຊື່ອໝັ້ນໃຫ້ພາກທຸລະກິດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ;
ໃຫ້ສືບຕໍ່ປັບປຸງຂະແໜງການເງິນນັບແຕ່ສູນກາງລົງຮອດ ທ້ອງຖິ່ນເປັນຕົ້ນຄວາມເປັນເຈົ້າການ ແລະ
ຄວາມຮັບຜິດຊອບ, ການປະຕິບັດຕາມລະບຽບກົດໝາຍ ແລະ ວິໄນຂອງພະນັກງານ-ລັດຖະກອນໃນຂົງເຂດດັ່ງກ່າວ.
ສໍາລັບການຈັດຕັ້ງປະຕິບັດແຜນງົບປະມານສົກປີ
2013- 2014 ໂດຍມີການແບ່ງຄວາມຮັບຜິດຊອບຈະແຈ້ງກ່ຽວກັບ ການຈັດເກັບລາຍຮັບງົບປະມານ; ຄົ້ນຄວ້າແຫລ່ງລາຍຮັບທີ່ບົ່ມຊ້ອນ
ແລະ ແຫລ່ງລາຍຮັບໃໝ່; ດໍາເນີນການສໍາຫລວດ ແລະ ສັງ ລວມຫົວໜ່ວຍທຸລະກິດທີ່ເປັນຖານລາຍຮັບໃຫ້ຄົບຖ້ວມ,
ຖືກຕ້ອງ; ເລັ່ງລັດການຫັນການຄຸ້ມຄອງ, ການເກັບລາຍຮັບເປັນທັນ ສະໄໝເພື່ອໃຫ້ສາມາດເກັບລາຍຮັບຢ່າງທົ່ວເຖິງ,
ໂປ່ງໄສ ແລະ ມີປະສິດທິພາບ, ໄປພ້ອມໆກັບການສະກັດກັ້ນການຮົ່ວໄຫລ ຂອງລາຍຮັບງົບປະມານໃຫ້ໄດ້ຢ່າງເດັດຂາດ;
ເຂັ້ມງວດໃນການປະຕິບັດວິໄນຕໍ່ຜູ້ກະທໍາຜິດ ແລະ ລະເມີດລະບຽບກົດໝາຍ. ພ້ອມທັງສົ່ງ ເສີມການປະຕິບັດຍ້ອງຍໍພະນັກງານ
ແລະ ຜູ້ປະກອບການທີ່ມີຜົນງານໃນການຈັດຕັ້ງປະຕິບັດພັນທະ ແລະ ປະກອບ ສ່ວນໃຫ້ແກ່ການເກັບລາຍຮັບໃຫ້ແກ່ລັດຖະບານ.
ອີກບັນຫາໜຶ່ງ, ຕ້ອງປັບປຸງກົນໄກການປະສານງານຢ່າງກົມກຽວຂຶ້ນກວ່າເກົ່າ ລະຫວ່າງກະຊວງການເງິນ
ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນສູງກາງ ແລະ ທ້ອງຖິ່ນ, ພ້ອມນັ້ນ ກໍເພີ່ມທະວີບົດບາດການຕິດ
ຕາມກວດກາ ຂອງອົງການປົກຄອງທ້ອງຖິ່ນຕໍ່ຫົວໜ່ວຍການເກັບລາຍຮັບຢ່າງເປັນປົກກະຕິໂດຍສະເພາະສຸມໃສ່ເກັບລາຍຮັບ
ໃຫ້ໄດ້ຕາມແຜນການ.
ກອງປະຊຸມຍັງໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ
ຊຶ່ງຈຸດປະສົງເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ,
ການຄຸ້ມຄອງ, ການຕິດຕາມກວດກາວຽກງານອາຊີວະສຶກສາເພື່ອເຮັດ ໃຫ້ວຽກງານດັ່ງກ່າວມີປະສິດທິພາບແນໃສ່ສ້າງ
ແລະ ພັດທະນາກໍາລັງ ແຮງງານລາວໃຫ້ມີຄວາມຮູ້, ຄວາມສາມາດ, ຄວາມຊໍານານ ງານ, ມີທັກສະສີມືແຮງງານ,
ມີວິຊາຊີບ, ມີວິໄນການອອກແຮງງານ, ຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ ແລະ ການສ້າງສາພັດທະນາປະເທດຊາດ,
ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ການເຊື່ອມໂຍງເຂົ້າກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
ກົດໝາຍສະບັບດັ່ງກ່າວ ເປັນກົດໝາຍໃໝ່ ແລະ ມີຄວາມສໍາຄັນຫລາຍຕໍ່ການສ້າງ ແລະ ພັດທະນາແຮງງານລາວ
ໃນ ປັດຈຸບັນ ແລະ ໃນອະນາຄົດ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍມໍລະດົກແຫ່ງຊາດສະບັບ
ປັບປຸງຊຶ່ງໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ,
ອະນຸລັກ, ບູລະ ນະ, ປະຕິສັງຂອນມໍລະດົກແຫ່ງຊາດກໍຄືກໍານົດສິດ, ໜ້າທີ່ ແລະ ພັນທະຂອງການຈັດຕັ້ງລັດ,
ສັງຄົມ ແລະ ບຸກຄົນເພື່ອຮັກສາ ໄວ້ຊຶ່ງຄຸນຄ່າຂອງມໍລະດົກແຫ່ງຊາດທາງວັດທະນະທໍາ, ປະຫວັດສາດ
ແລະ ທໍາມະຊາດ ແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີ ນໍາໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດໃຫ້ເປັນພື້ນຖານຈິດໃຈ
ແລະ ເປັນປັດໄຈຄໍ້າປະກັນການຍືນຍົງຄົງໂຕຂອງຊາດ ລາວຕະຫລອດໄປ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ມີທິດຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມຄໍາເຫັນຂອງສະມາ
ຊິກລັດຖະບານເປັນຕົ້ນຄວາມສອດຄ່ອງກັບກົດໝາຍ, ດ້ານການຈັດຕັ້ງ, ການປະຕິສັງຂອນ, ການນໍາໃຊ້ສໍານວນພາສາ
ແລະ ໃຫ້ສືບຕໍ່ຄົ້ນຄວ້າຫລາຍຫລົບຫລາຍຕ່າວລວມທັງຈັດສໍາມະນາແລ້ວນໍາສະເໜີຜ່ານຄະນະກໍາມາທິການກົດໝາຍສະພາ
ແຫ່ງຊາດ ກ່ອນນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງດໍາລັດວ່າ
ດ້ວຍຄື້ນຄວາມຖີ່ຈຸດປະສົງແມ່ນກໍານົດຫລັກການ, ລະບຽບ ການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ,
ການຕິດຕາມ, ກວດກາ ການຈັດຕັ້ງ ແລະ ການນໍາໃຊ້ຄື້ນຄວາມຖີ່ເພື່ອໃຫ້ມີປະ ສິດທິພາບ, ປະສິດທິຜົນ,
ມີຄວາມສະດວກວ່ອງໄວ, ທັນສະໄໝ ແລະ ຍຸຕິທໍາ. ສິ່ງສໍາຄັນ ແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມ
ປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບັນດາກະຊວງ
ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ນຳເອົາເອກະສານຕ່າງໆ ໄປປັບປຸງໃຫ້ລະ ອຽດຈະແຈ້ງ ເພື່ອຮັບປະກັນໃຫ້ເນື້ອໃນຄົບຖ້ວນ,ຮັດກຸມ,ຈະແຈ້ງສາມາດຈັດຕັ້ງປະຕິບັດໄດ້
ທັງບໍ່ຂັດນິຕິກຳທີ່ຮັບຮອງ ແລ້ວ. ພ້ອມທັງໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ
ແລະ ແກ້ໄຂບັນຫາຕ່າງໆ ທີ່ກ່ຽວ ຂ້ອງກັບຄວາມຮັບຜິດຊອບຕາມ ຂະ ແໜງການຂອງຕົນໃນເດືອນ ພະຈິກ
2013 ໂດຍໃຫ້ສຸມທຸກກຳ ລັງແຮງສັງລວມເຂົ້າໃນ ການຈັດ
ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ແຜນງົບປະ ມານແຫ່ງລັດ ໃຫ້ສາມາດຮັກສາຄວາມໝັ້ນທ່ຽງ
ຂອງເສດຖະກິດມະຫາພາກໃນເງື່ອນໄຂເສດຖະກິດໂລກແລະພາກພື້ນຍັງມີຄວາມຫຍຸ້ງຍາກ. ອັນສຳຄັນແມ່ນການຊຸກຍູ້ການ
ຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດສົກປີ 2012- 2013 ແລະ ສົກປີ
2013-2014 ໃຫ້ບັນລຸຕາມຄາດ ໝາຍ; ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາເງິນເດືອນທີ່ຍັງຄ້າງຜ່ານມາໃຫ້ສຳເລັດໂດຍໄວ
ແລະ ເຮັດໃຫ້ການເບີກຈ່າຍເງິນເດືອນດຳເນີນ ໄປເປັນປົກກະຕິ; ເພີ່ມຄວາມເອົາໃຈໃສ່ໃນການຟື້ນຟູຜົນກະທົບຈາກໄພນ້ຳຖ້ວມໃນລະດູຝົນປີນີ້ໃຫ້ມີມາດຕະການແກ້ໄຂຕົວຈິງ.
ອັນສຳຄັນ ໃຫ້ເອົາໃຈ ໃສ່ຊ່ວຍເຫລືອບັນດາແຂວງທີ່ປະ ສົບໄພນ້ຳຖ້ວມເພື່ອປົວແປງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາ
ຊົນ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ.ພ້ອມກັນນັ້ນ, ກໍຕັ້ງໜ້າ ກະກຽມເງື່ອນໄຂຕ່າງໆເພື່ອ
ຊ່ວຍປະຊາຊົນຢູ່ເຂດດັ່ງກ່າວ ເຂົ້າໃນ ການຜະລິດລະດູແລ້ງ ເພື່ອ ຮັບປະກັນຄວາມໝັ້ນຄົງທາງສະ
ບຽງອາຫານຢູ່ປະເທດເຮົາ;ໃຫ້ ສືບຕໍ່ເອົາໃຈໃສ່ການກໍ່ສ້າງຮາກຖານ ການເມືອງຕິດພັນກັບ ວຽກງານ
3 ສ້າງ ຕາມຄຳສັ່ງ ແນະນຳເລກທີ 03 ຂອງກົມການ ເມືອງສູນກາງພັກ ແລະ ຄຳສັ່ງ ເລກທີ 16 ຂອງນາຍົກລັດຖະມົນ
ຕີຢ່າງຕັ້ງໜ້າ;ໃຫ້ເພີ່ມຄວາມເອົາ ໃຈໃສ່ຕິດຕາມກວດກາຄຸ້ມຄອງ ລາຄາສິນຄ້າອັນຈຳເປັນ ແລະ ອັດຕາ
ແລກປ່ຽນເງິນຕາໃຫ້ມີ ມາດຕະການແກ້ໄຂຢ່າງຕັ້ງໜ້າ. ຈຳກັດໄພເງິນເຟີ້ ໃຫ້ຢູ່ໃນຂອບທີ່ ສາມາດຄວບຄຸມໄດ້;
ໃຫ້ເອົາໃຈ ໃສ່ວ ຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃຫ້ມີຄວາມ ໜັກແໜ້ນຕື່ມ ເພື່ອຮັບປະກັນໃຫ້
ປະເທດເຮົາສືບຕໍ່ມີຄວາມສະຫງົບ - ປອດໄພ ແລະ ຄວາມເປັນລະ ບຽບຮຽບຮ້ອຍຢູ່ໃນສັງຄົມ, ແກ້ ໄຂປາກົດການຫຍໍ້ທໍ້ຕ່າງໆໃຫ້ມີ
ອັນຫລຸດລົງ.ໃຫ້ກະຊວງການ ຕ່າງປະເທດເປັນເຈົ້າ ການສົມທົບກັບກະຊວງ-ອົງການກ່ຽວຂ້ອງ ເປັນເຈົ້າການກະກຽມກອງປະ
ຊຸມໂຕະມົນ ແລະ ກອງປະຊຸມ ສາກົນອື່ນໆທີ່ລາວເຮົາເປັນເຈົ້າພາບພ້ອມທັງກະກຽມໃຫ້ແກ່ການນຳ ໄປຢ້ຽມຢາມ
ແລະ ຜັນຂະຫຍາຍຜົນການໄປຢ້ຽມຢາມ ຕ່າງປະເທດຂອງຜູ້ນຳເຮົາແລະຜູ້ນຳຕ່າງປະເທດມາຢ້ຽມຢາມລາວເຮົາ.
No comments:
Post a Comment