Ad

Ad

24 October 2013

ລັດວິສາຫະກິດຫວຍພັດທະນາລາວມອບເງິນຊ່ວຍ​ຜູ້​ປະສົບ​ໄພທຳມະຊາດ 350 ລ້ານກີບ



          ໃນ​ວັນ​ທີ 23 ຕຸລານີ້, ທ່ານ ວັນໄຊ ພອງສະໝຸດ ປະທານ​ຜູ້ຕາງໜ້າຜູ້ຖືຮຸ້ນລັດວິສາ ຫະກິດຫວຍພັດທະນາລາວ ພ້ອມ​ຄະນະ​ໄດ້​ນຳ​ເງິນ​ຈຳນວນ 350 ລ້ານ​ກີບມອບ​ໃຫ້ທ່ານພົນ ໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ທັງເປັນປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດຢູ່ກະຊວງປ້ອງ ກັນປະເທດ ​ເພື່ອ​ນຳ​ໄປ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ກະທົບຈາກ​ໄພນ້ຳ​ຖ້ວມ ຢູ່ແຂວງທາງພາກເໜືອ ແລະ ບັນດາ ແຂວງທາງພາກໃຕ້ຂອງລາວ ໂດຍມີກອງເລຂາຄະນະ ກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດເຂົ້າຮ່ວມ.
           ໂອກາດ​ນີ້, ທ່ານ ພົນໂທ ດວງໃຈ ພິຈິດ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ທ່ານ ວັນໄຊ ພອງສະໝຸດ ກໍ​ຄືລັດວິສາ ຫະກິດ ຫວຍພັດທະນາລາວ ທີ່​ໄດ້​ແບ່ງ​ນ້ຳ​ຈິດ​ນ້ຳ​ໃຈ​ເປັນ​ເງິນຈຳນວນ ດັ່ງກ່າວ​ຊ່ວຍເຫລືອ​ບັນ​ເທົາ​ທຸກ​ປະຊາຊົນຜູ້ທີ່​ໄດ້​ຮັບ​ຜົນ​ກະ ທົບຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ເໜືອ ​ແລະ ພາກ​ໃຕ້ ​ຊຶ່ງເປັນ​ການປະກອບສ່ວນສຳຄັນ​ໃນ​ການ​ຟື້ນຟູ​ຊີວິດ​ການ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ແລະ ນັບແຕ່ວັນທີ 10-23 ຕຸລານີ້, ມີ 17 ພາກສ່ວນທັງພາກລັດ ແລະ ເອກະຊົນມອບເງິນຊ່ວຍເຫລືອເພື່ອບັນເທົາທຸກທັງ ໝົດ 2.637 ລ້ານກວ່າກີບ.

No comments:

Post a Comment