Ad

Ad

24 October 2013

ຫວນ​ຄືນ​ວັນ​ສ້າງຕັ້ງອົງການສະຫະ​ປະຊາ​ຊາດ​ຄົບຮອບ 68 ປີ



             ​ໃນ​ວັນ​ທີ 23 ຕຸລາ​ນີ້, ອົງການ​ສະຫະ​ປະຊາ​ຊາດ (ສປຊ) ປະຈຳ​ລາວ ​ໄດ້​ຮ່ວມ​ກັບ​ສະມາ ຄົມນັກ​ຂ່າວ​ແຫ່ງ ສປປ ລາວ ​ໄດ້​ຈັດ​ພິທີ​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ລາວຂຶ້ນ ຢູ່​ສະມາຄົມ​ດັ່ງກ່າວ ​ໃນ​ນະຄອນຫລວງ​ວຽງ​ຈັນເພື່ອ​ ຫວນ​ຄືນ​ວັນ​ສ້າງຕັ້ງອົງການ​ສະຫະ​ປະຊາ​ຊາດ ຄົບຮອບ 68 ປີ (24/10/1945 - 24/10/2013).
            ​ໃນ​ພິທີ, ທ່ານ ມິ​ງຟາ​ມ ຜູ້ ຕາງໜ້າ​ອົງການ​ ສປຊ ປະຈຳ​ລາວ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ບົດບາດ​ສຳຄັນ​ຂອງ​ອົງການ​ດັ່ງກ່າວ​ເພື່ອ​ເຮັດ​ໜ້າ​ທີ່​ສົ່ງ​ເສີມ​ຄວາມ​ປອດ​ໄພ​ຂອງ​ບັນດາ​ປະຊາ​ຊາດ​ໃນ​ທົ່ວ​ໂລກ​ໃຫ້​ພົ້ນຈາກ​ສົງຄາມ ​ແລະ ​ໄພພິບັດ​ຕ່າງໆ, ພ້ອມ​ກະຕຸກ​ຊຸກຍູ້​ການ​ພັດທະນາ​ຂອງ​ບັນດາ​ປະຊາ​ຊາດ​ໃຫ້​ຫລຸດ​ພົ້ນອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ. ທ່ານ ມິ​ງຟາ​ມ ​ໃຫ້​ຮູ້​ວ່າ: ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ ສປຊ ​ເມື່ອ​ປີ 1955 ​ແລະ ນັບ​ແຕ່​ນັ້ນມາ,ອົງການ​ກໍ​ບໍ່​ໄດ້​ຢຸດຢັ້ງໃນ​ການ​ຊ່ວຍ​ເຫລືອ​ລາວ​ພັດທະນາ​ຕົນ​ເອງ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ມາ​ໂດຍ​ຕະຫລອດ ຄື​ເມື່ອ​ປີ 2000 ​ໄດ້​ມີ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຢູ່ນິວ ຢ໋ອກສະຫະລັດ​ອາ​ເມ​ລິ​ກາ ​ໂດຍ​ມີ​ປະ​ເທດ​ສະມາຊິກ​ເຂົ້າຮ່ວມ 190 ປະ​ເທດ​ຈາກ​​ທຸກ​ທະວີບ​ຂອງ​ໂລກ ​ແລະ ກອງ​ປະຊຸມ​ດັ່ງກ່າວ​ກໍ​ໄດ້​ອອກ​ຖະ​
ແຫລ​ງການ​ສະຫະ​ສະ​ວັດ ​ໂດຍ​ເລັ່ງ​ໃສ່ 8 ​ເປົ້າໝາຍ​ ຄື​ການ​ລຶບລ້າງ​ຄວາມທຸກ​ຍາກ, ການ​ສຶກສາ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ,ການ​ຫລຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ເດັກ,ຫລຸດຜ່ອນ​ການ​ຕາຍ​ຂອງ​ແມ່ຍິງ​ຖືພາ, ການ​ຕ້ານ​ພະຍາດ, ສິ່ງ​ແວດ​ລ້ອມ ​ແລະ ການ​ສ້າງ​ຂອບ​ເຂດ​ການ​ພັດທະນາ​ໃນ​ທົ່ວ​ໂລກ ​ແລະ ​ໃນ​ນີ້ສຳລັບ​ປະ​ເທດ​ລາວ​ແລ້ວ​ແມ່ນ​ມີ 9 ​ເປົ້າ ໝາຍຄື​ເປົ້າໝາຍ​ທີ 9 ​​ແນ​ໃສ່​ຫລຸດ ຜ່ອນ​ຜົນ​ກະທົບ​ຈາກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ​ເຊິ່ງ​ເປົ້າໝາຍ​ສະຫັດ​ສະ​ວັດ​ທັງ​ໝົດ​ດັ່ງກ່າວ​ຄາດ​ວ່າ​ຈະ​ປະຕິບັດ​ໃຫ້​ໄດ້​ເຄິ່ງໜຶ່ງ​ໃນ​ປີ 2015 ​ແລະ ປັດຈຸບັນປະ​ເທດລາວ​ ພວມ​ເນັ້ນໜັກ 5 ​ເປົ້າໝາຍ​ສະຫັດ​ສະ​ວັດ ຄື​ລຶບລ້າງ​ຄວາມທຸກ​ຍາກ ​ແລະ​ໄພ​ອຶດຫິວ,ການ​ສຶກສາ, ຫລຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ເດັກ,ຫລຸດຜ່ອນ​ຜົນ​ກະທົບ​ຈາກ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ​ແລະ ຫລຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ແມ່ຍິງ​ຖືພາ. ບັນດາ​ເປົ້າໝາຍ​ສະ ຫັດ​ສະ​ວັດ​ດັ່ງກ່າວ​​ມີ​ຄວາມ​ສຳຄັນ​ຫລາຍ​ຕໍ່​ປະ​ເທດ​ລາວ ​ເພາະ​ມັນ​ຈະ​ຊ່ວຍ​ໃນ​ການ​ສ້າງ ສາ​ພັດທະນາ​ປະ​ເທດ ​ແລະ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ຂອງ​ອົງການ​ສະ ຫະ​ປະຊາ​ຊາດ​ເມື່ອ​ມໍ່​ມານີ້,ທາງ​ອົງການ​ໄດ້​ຈັດຕັ້ງ​ໂຄງການ​ຖ່າຍ​ຈຸດສຸມ​ເຊິ່ງ​ເປັນ​ການ​ແຂ່ງຂັນ​ຖ່າຍ​ພາບ​ຂອງ​ບັນດາ​ໄວ​ໜຸ່ມ​ລາວ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຫລົ່ານັ້ນ​ເຂົ້າ​ໃຈ​ເຖິງ​ວຽກ​ງານ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ.

No comments:

Post a Comment